spot_img
Homeຂ່າວພາຍ​ໃນລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ຊີ້ແຈງລາຄາໄຟຟ້າ ຂຶ້ນພຽງ 7 ກີບຕໍ່ປີ ພ້ອມລົງກວດສອບຄວາມບໍ່ໂປງໃສ!

ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ຊີ້ແຈງລາຄາໄຟຟ້າ ຂຶ້ນພຽງ 7 ກີບຕໍ່ປີ ພ້ອມລົງກວດສອບຄວາມບໍ່ໂປງໃສ!

Published on

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ ໄດ້ຖະແຫລງຂ່າວ ກ່ຽວກັບ ໃນໂອກາດທີ່ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ພຶດສະພາ 2016 ຫວ່າງວັນທີ 24-25 ພຶດສະພາ ວ່າ: ໃນໄລຍະ ປີ 1975 ມີເຂື່ອນໄຟຟ້າ ມີພຽງແຕ່ 3 ເຂື່ອນ ເທົ່ານັ້ນ ພາຍຫລັງຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ແນວທາງປ່ຽນແປງໃໝ່ ມາຮອດປັດຈຸບັນ ລາວເຮົາ ມີເຂື່ອນໄຟຟ້າທີ່ຜະລິດແລ້ວ ຢູ່ 39 ໂຄງການ ແລະ 1 ໂຮງງານໄຟຟ້າຄວາມຮ້ອນ ຫົງສາ ເຊິ່ງສາມາຜະລິດໄຟຟ້າໄດ້ 6.000 ກວ່າເມກາວັດ, ຄາດວ່າແຕ່ນີ້ຮອດປີ 2020 ຈະສຳເລັດການພັດທະນາເຂື່ອນໄຟຟ້າ ອີກ 35 ໂຄງການ ມີກຳລັງຕິດຕັ້ງໄຟຟ້າຢູ່ 4.700 ກວ່າເມກາວັດ ລວມທັງໝົດລາວຈະມີເຂື່ອນໄຟຟ້າເຖິງ 75 ໂຄງການ ມີກຳລັງຕິດຕັ້ງໄຟຟ້າຫລາຍກວ່າ 10.000 ເມກາວັດ.
ຕໍ່ກັບຫາງສຽງທີ່ເກີດຂຶ້ນໃນສັງຄົມ ກ່ຽວກັບລາຄາໄຟຟ້າມີການປ່ຽນແປງ ທ່ານ ຄຳມະນີ ອິນທິລາດ ໄດ້ເວົ້າວ່າ: ໂດຍຈັດຕັ້ງຕາມການປະຕິບັດ ແຈ້ງການລັດຖະບານ ສະບັບເລກທີ 122 ລົງວັນທີ 19/1/2011 ເຊິ່ງອານຸມັດໃຫ້ລັດວິສະຫະກິດໄຟຟ້າລາວ ຈັດຕັ້ງປະຕິບັດລາຄາໄຟຟ້າ ວ່າດ້ວຍສະບັບໄຟຟ້າລາວສະບັບປັບປຸງ ໝວດທີ 5 ມາດ 47 ອັດລາຄາໄຟຟ້າສຳລັບຜູ້ຊົມໃຊ້ທົ່ວໄປ ໃນນັ້ນ ການຊົມໃຊ້ໄຟຟ້າມີຢູ່ 10 ປະເພດທົ່ວໄປໄດ້ວາງອອກເປັນ 3 ລາຄາ ຄື: ລາຄາເກືອກູນ 0-25 ກິໂລວັດໂມງ ນັບແຕີ ປີ 2013-2017 ລາຄານີ້ຈະຂຶ້ນພຽງ 7 ກີບຕໍ່ປີ ຫລື ສະເລັ່ຍ 0,6 ກີບຕໍ່ເດືອນຖືວ່າຕ່ຳທີ່ສຸດ, ລາຄາປະຢັດ 26-150 ກິໂລວັດໂມງ 2013 ພວກເຮົາໄດ້ເລີ່ມ 390 ກີບ ແລະ ຈະຂຶ້ນພຽງແຕ່ 8 ກີບຕໍ່ປີ ແຕ່ສຳລັບຜູ້ທີ່ຊົມໃຊ້ໄຟຟ້າຫລາຍກວ່າ 150 ກິໂລວັດໂມງ ຂຶ້ນແມ່ນຈະຕ້ອງໄດ້ຈ່າຍຫລາຍຂຶ້ນ ສະນັ້ນ ຄາລາໃນສະພາບປັດຈຸບັນນີ້ມີສະຖຽນລະພາບຢູ່ແລ້ວ. ຜ່ານມາຫລາຍທ່ານໃຫ້ເຫດຜົນວ່າລາຄາໄຟຟ້າຂຶ້ນເຕະຕ້ອງຊີວິດການເປັນຂອງປະຊາຊົນນັ້ນແມ່ນຖືກຕອ້ງ ແຕ່ຢາກແຈ້ງໃຫ້ຊາບວ່າໃນຄວາມເປັນຈິງ ຍ້ອນມີ 2 ເຫດຜົນຄື: ສະພາບດິນຟ້າອາກາດໄດ້ມີການປ່ຽນເຮັດໃຫ້ສະພາບອາກາດໜາວມາເປັນຮ້ອນຂຶ້ນຫລາຍມີຫິມະຕົກໃນໄລຍະນັ້ນຄົນໃຊ້ມີຈຳນວນນ້ອຍ ແຕ່ປັດຈຸບັນອາກາດຮ້ອນຂຶ້ນເຮັດໃຫ້ການຊົມໃຊ້ໃນຄອບຄົວ, ຫ້ອງການ, ອາຄານ ແລະ ອື່ນໆກໍເພີ່ມຂຶ້ນເຊັ່ນດຽວກັນ ເຊິ່ງຈະເຫັນວ່າໃນເດືອນມັງກອນ ປີ 2016 ມີການຊົມໃຊ້ໄຟຟ້າພຽງ 246 ເມກາວັດ ແຕ່ມາຮອດຕົ້ນເດືອນມີນາ 2016 ການຊົມໃຊ້ໄຟຟ້້າເພີ່ມຂຶ້ນ 354 ເມກາວັດ ຖືວ່າເພີ່ມຂຶ້ນເປັນ 180 ເມກາວັດ ໃນການຊົມໃຊ້ໄຟຟ້າຫລາຍຂຶ້ນຕາມກົງເຕີນັ້ນເອງ.

ແນວໃດກໍດີ ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ຮຽກຮ້ອງໃຫ້ບັນດາພະນັກງານ, ພໍ່ແມ່ປະຊາຊົນ ທະຫານ, ຕຳຫລວດ ແລະ ທຸກຊັ້ນຄົນຊ່ວຍເປັນຫູເປັນຕາ ແລະ ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງດ່ວນ ຖ້າຫາກເຫັນຄວາມຜິດປົກກະຕິ ແລະ ມີປະກົດການຫຍໍ້ທໍ້ອັນບໍ່ດີເພາະມີພະນັກງານບາງຄົນມີລັກສະນະບໍ່ປະຕິບັດຕາມໜ້າທີ່ຮັບຜິດຊອບເທົ່າທີ່ຄວນ ຍົກຕົວຢ່າງ ໄດ້ມີການຈົດເລກກົງເຕີແບບຂີ້ຄານມັກງ່າຍ ແລະ ຄາດຄະເນເອົາ ເຊິ່ງເຮັດໃຫ້ຕົວເລກໄຟຟ້າຢູ່ກົງເຕີຄາດເຄື່ອນໃສ່ເດືອນຕໍ່ໄປຈິງເຮັດໃຫ້ລາຄາສູງຂຶ້ນ ສະນັ້ນ ກ່ຽວບັນຫານີ້ ທາງກະຊວງພະລັງງານ ແລະ ບໍ່ແຮ່ໄດ້ອອກແຈ້ງໃຫ້ໜ່ວຍງານກ່ຽວຂ້ອງລົງກວດກາຄືນແຕ່ລະກົງເຕີ ຫລື ໝໍ້ນັບໄຟຢ່າງເຄັ່ງຮ້ອນ ຖ້າພົບບ່ອນໃດບົກຜ່ອງ ຫລື ຜິດພາດກໍຕ້ອງມີການປັບໃໝ ແລະ ໃສ່ໂທດທັນທີ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...