Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບໜິ້ວຖົງນ້ຳດີ ແລະ ວິທີຮັກສາ

ຄວາມຮູ້ກ່ຽວກັບໜິ້ວຖົງນ້ຳດີ ແລະ ວິທີຮັກສາ

Published on

ອາການຂອງໜິ້ວຖົງນ້ຳດີ ອາດຈະສະແດງ ຫຼື ບໍ່ສະແດງອາການກໍ່ໄດ້ ເຊິ່ງອາການຈະສະແດງແຕກຕ່າງກັນໄປ ແລ້ວແຕ່ຕຳແໜ່ງທີ່ໜິ້ວເກາະຢູ່ ໂດຍສ່ວນໃຫຍ່ແມ່ນຈະມີອາການທ້ອງອືດ ແໜ້ນທ້ອງ ໂດຍສະເພາະຫຼັງກິນອາຫານທີ່ມີໄຂມັນຫຼາຍ ຈະປວດທ້ອງມາຂ້າງຂວາເປັນບາງຄັ້ງຄາວ ຫຼື ປວດທ້ອງຮຸນແຮງ ແລະ ປວດໄປທາງຂ້າງຂວາ ບາງຄົນອາດມມີໄຂ້ສູງກະທັນຫັນ ແລະ ຖ້າມີການອັກເສບຖົງນ້ຳດີຢ່າງກະທັນຫັນ ຈະມີີອາການຕົວເຫຼືອງ, ຕາເຫຼືອງ ແລະ ປັດສະວະສີເຂັ້ມອີກດ້ວຍ

ສາເຫດຂອງການເກີດໜິ້ວໃນຖົງນ້ຳດີ ສາເຫດຫຼັກໆມີ 3 ຢ່າງຄື: ຄວາມອີ່ມຕົວຂອງນ້ຳດີ, ການບີບຕົວຂອງຖົງນ້ຳດີບໍ່ດີ ຫຼື ມີການອຸດຕັນຂອງຖົງນ້ຳດີ ແລະ ການຕິດເຊື້ອໃນຖົງນ້ຳດີ ນອກຈາກນັ້ນຍັງພົບວ່າປັດໄຈທີ່ກໍ່ໃຫ້ເກີດຄວາມສ່ຽງຕໍ່ການເກີດໜິ້ວຖົງນ້ຳດີ ນັ້ນ ຄືການມີໄຂມັນສູງໃນຮ່າງກາຍ, ບໍ່ວ່າຈະເປັນຍ້ອນຄວາມອ້ວນ, ການກິນອາຫານຈຳພວກໄຂມັນສູງ, ຫຼື ແມ່ຍິງທີ່ກິນຢາຄຸມກຳເນີດທີ່ມີສານຮໍໂມນເອສໂຕຣເຈນເຊິ່ງມີຜົນເພີ່ມປະລິມານໄຂມັນ ແລະ ຫລຸດການເຄື່ອນຕົວຂອງຖົງນ້ຳດີ ກໍ່ລ້ວນເປັນປັດໄຈສະໜັບສະໜູນໃຫ້ເກີດໜິ້ວໃນຖົງນ້ຳດີທັງນັ້ນ

ການຮັກສາໜິ້ວໃນຖົງນ້ຳດີຂັ້ນເບື້ອງຕົ້ນ ໜີ້ວໃນຖົງນ້ຳດີນັ້ນ ສ່ວນຫຼາຍຈະບໍ່ສະແດງອາການ ແລະ ບໍ່ມີຄວາມຮຸນແຮງ ການຮັກສາແມ່ນການຫລຸດອາຫານທີ່ມີໄຂມັນສູງ, ດື່ມນ້ຳລ້າຫຼາຍໆ, ຫລຸດນ້ຳໜັກ, ປ່ຽນວິທີຄຸມກຳເນີດ ເພື່ອບໍ່ໃຫ້ອາການເຮວຮ້າຍກວ່າເກົ່າ ເພາະຖົງນ້ຳດີບໍ່ສາມາດໃຊ້ຢາລະລາຍໄດ້ ແລະ ບໍ່ນິຍົມໃຊ້ຢາໃນການຮັກສາ ຫາກມີອາການຮ້າຍແຮງແມ່ນຈະຮັກສາດ້ວຍການຜ່າຕັດເທົ່ານັ້ນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...