Homeຂ່າວຕ່າງປະເທດຜູ້ນຳ​​ກຸ່ມ​ປະ​ເທດ​ອຸດສາຫະກຳ​ເລີ່​ມການ​ປະ​ຊຸມ​ຈີ 7 ​ເນັ້ນ​ບັນຫາ​ເສດຖະກິດ

ຜູ້ນຳ​​ກຸ່ມ​ປະ​ເທດ​ອຸດສາຫະກຳ​ເລີ່​ມການ​ປະ​ຊຸມ​ຈີ 7 ​ເນັ້ນ​ບັນຫາ​ເສດຖະກິດ

Published on

ບາ​ດາ​ຜູ້ນຳ​ທົ່ວ​ໂລກ​ເລີ່​ມການ​ປະຊຸມ​ກຸ່ມ​ປະ​ເທດ​ອຸດສາຫະກຳ​ຊັ້ນ​ນຳ​ຂອງ​ໂລກ ຫຼື ຈີ 7 ທີ່​ຍີ່ປຸ່ນ​ໃນ​ມື້​ນີ້ ​ໂດຍ​ມີ​ປະ​ເດັນ​​ເສດຖະກິດ ບັນຫາ​ການ​ກໍ່​ການ​ຮ້າຍ ​ແລະ ຜູ້​ອົບ​ພະ​ຍົມ ລວມ​ເຖິງ​ການ​ລົງ​ປະຊາ​ມະຕິ​ຂອງ​ອັງກິດ​ທີ່​ຈະ​ອອກ​ຈາກ​ການ​ເປັນ​ສະມາຊິກ​ສະຫະພາບ​ເອີຣົບ (ອີ​ຢູ) ​ເປັນ​ຫົວ​ຂໍ້​ສຳຄັນ​ໃນ​ການ​ຫາລື​ຄັ້ງ​ນີ້.

ຜູ້ນຳ​ປະ​ເທດ​ ​ແລະ ລັດຖະບານ​ຈາກ​ສະຫະລັດ​, ອັງກິດ, ຝຣັ່ງ,​ ​ເຢຍລະ​ມັນ, ອີ​ຕາ​ລີ, ກາ​ນາ​ດາ ​ແລະ ຍີ່​ປຸ່ນ ຊຶ່ງ​​ເປັນ​ປະ​ເທດ​ເຈົ້າພາບ​ພົບ​ປະ​ຫາລື​ກັນ​ທີ່​ເມືອງ​ອິ​ເສະ​ຊິ​ມະ ຫ່າງ​ໄປ​ປະມານ 300 ກິ​ໂລ​ແມັດ​ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະຄອນ​ຫຼວງ​ໂຕ​ກຽວ ​ໃນ​ກຸ່ມ​ຜູ້ນຳ​ລວມ​ເຖິງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ຜູ້ນຳ​ສະຫະລັດ​ຊຶ່ງ​ເດີນທາງ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ທີ່​ເມືອງ​ຮິ​ໂຣຊິ​ມາ​ຊຶ່ງ​ເຄີຍ​ຖືກ​ລະ​ເບີດ​ປະ​ລຳ​ມະນູສະ​ໄໝ​ສົງຄາມ​ໂລກ ຄາດ​ວ່າ​ປະ​ເດັນ​ເສດຖະກິດ​ໂລກ​ຈະ​ເປັນຫົວ​ຂໍ້​ສຳຄັນ​ໃນ​ການ​ຫາລື​ຢ່າງ​ເປັນ​ທາງ​ການ​ຊ່ວງ​ບ່າຍ​ມື້​ນີ້ ​ເຖິງ​ວ່າ​ບາງ​ປະ​ເທດ​ຍັງ​ມີ​ຄວາ​ມຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢູ່​ໃນ​ເລື່ອງ​ຂອງ​ການຈັດ​ສັນ​ງົບປະມານ ​ແລະ ການ​ໃຊ້​ຈ່າຍ​ໃນ​ບັນຫາ​ທົ່ວ​ໂລກ​.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...