spot_img
Homeຂ່າວພາຍ​ໃນອຸທຸມພອນ ທຳລາຍສິນຄ້າເສື່ອມຄຸນ, ສິນຄ້າໝົດອາຍຸການນຳໃຊ້ ແລະ ສິນຄ້າ ນຳເຂົ້າບໍ່ຖືກຕາມລະບຽບກົດໝາຍ

ອຸທຸມພອນ ທຳລາຍສິນຄ້າເສື່ອມຄຸນ, ສິນຄ້າໝົດອາຍຸການນຳໃຊ້ ແລະ ສິນຄ້າ ນຳເຂົ້າບໍ່ຖືກຕາມລະບຽບກົດໝາຍ

Published on

ພິທີທຳລາຍສິນຄ້າເສື່ອມຄຸນະພາບ, ສິນຄ້າໝົດອາຍຸການນຳໃຊ້ ແລະ ສິນຄ້າຫ້າມຈຳໜ່າຍໄດ້ຈັດຂຶ້ນໃນວັນທີວັນທີ 11 ພຶດສະພາ 2016 ຢູ່ທີ່ເດີ່ນຫ້ອງວ່າການປົກຄອງເມືອງອຸທຸມພອນ ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນຍູ້ ທຳມະວົງ ເຈົ້າເມືອງໆອຸທຸມພອນ, ນອກນັ້ນ ກໍ່ມີບັນດາທ່ານ ຈາກພະແນກການ, ກົມກອງ, ຫ້ອງການ ທີ່ກ່ຽວຂ້ອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້.

ຕາມການລາຍງານຂອງທ່ານ ຄຳພົງ ສຸລິເຍດ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າປະຈຳເມືອງອຸທຸມພອນ ລາຍງານໃຫ້ຮູ້ວ່າ: ໃນຜ່ານມາ ທາງພະນັກງານວິຊາການຂອງພວກເຮົາ ໄດ້ຮ່ວມກັບຄະນະກຳມະການທີ່ກ່ຽວຂ້ອງ ໄດ້ພ້ອມກັນລົງກວດກາສິນຄ້າຢູ່ຕາມຮ້ານ ແລະຕາມທ້ອງຕະຫຼາດ ສາມາມາດກວດພົບ ແລະອາຍັດສິນຄ້າເສື່ອມຄຸນະພາບ, ສິນຄ້າໝົດອາຍຸການນຳໃຊ້ ແລະສິນຄ້ານຳເຂົ້າບໍ່ຖືກຕາມລະບຽບກົດໝາຍ ໄດ້ຫຼາຍລາຍການ. ໂດຍສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ແມ່ນສິນຄ້າທີ່ທາງຫ້ອງການອຸດສາຫະກຳ ແລະການຄ້າປະຈຳເມືອງອຸທຸມພອນ ອາຍັດມາໄດ້. ເຊິ່ງມີສິນຄ້າຫຼາຍລາຍການເປັນຕົ້ນ: ສິນຄ້າເກືອດຫ້າມ ປະເພດຈັກສະຕິນ ແລະອາໄລ່ຕ່າງໆທີ່ກ່ຽວ ຂ້ອງ ສິນຄ້າປະເພດເຄື່ອງດື່ມ, ສິນຄ້າປະເພດເຂົ້າໜົມ, ສິນຄ້າປະເພດເຄື່ອງສຳອາງ, ສິນຄ້າປະເພດປຸງແຕ່ງອາຫານ ແລະສິນຄ້າເຄື່ອງໃຊ້ໃນຄົວເຮືອນ, ລວມທັງໝົດ 63 ລາຍການ ມູນຄ່າ 28 ລ້ານກວ່າກີບ. ຈາກນັ້ນ ບັນດາທ່ານແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆກໍ່ໄດ້ຮ່ວມກັນທຳລາຍສິນຄ້າດັ່ງກ່າວ. ທັງນີ້ ກໍ່ເພື່ອບໍ່ໃຫ້ມີການນຳໄປຈຳໜ່າຍ ເພາະໃນເມື່ອມີການຮັບປະທານມັນຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ. ດັ່ງນັ້ນຈຶ່ງຮຽກຮ້ອງມາ ຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຄວນລະວັງ ເມື່ອພົບເຫັນໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງເພື່ອຈະໄດ້ລົງໄປກວດກາ ແລະມາທຳລາຍຖິ້ມ.

ຂ່າວຈາກ: Savanhphuttana News

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...