Homeຂ່າວທ້ອງຖິ່ນສພຂ ສະ­ຫວັນ​ນະ​ເຂດ​ ກຽມ​ເປີດກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ

ສພຂ ສະ­ຫວັນ​ນະ​ເຂດ​ ກຽມ​ເປີດກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ

Published on

ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ປະ­ຊາ­ຊົນແຂວງ​ສະ­ຫວັນ​ນະ​ເຂດ​ຊຸດ I ຈະ​ໄດ້​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ທ້າຍເດືອນ​ນີ້ ໂດຍ​ຄາດ​ວ່າ​ຈະ​ມີ​ການ​ພິ­ຈາ­ລະ­ນາ ແລະ​ຮັບ­ຮອງຫຼາຍ​ບັນ­ຫາ​ສຳ­ຄັນ​ຂອງ​ແຂວງ.

ເມື່ອ​ບໍ່​ດົນ​ມາ​ນີ້​ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ ທ່ານ ສັນຕິ​ພາບ ພົມ­ວິ­ຫານ ເຈົ້າ­ແຂວງ​ສະ­ຫວັນ​ນະ​ເຂດ ໄດ້​ຖະ­ແຫຼງກ່ຽວ​ກັບ​ການ​ຈະ​ຈັດ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ວ່າ​ມາ​ຮອດ​ປະ­ຈຸບັນ​ການ​ຫ້າງ​ຫາ​ກະ­ກຽມ​ແມ່ນ​ໄດ້​ມີ​ຄວາມ​ພ້ອມ​ແລ້ວ​ໃນທຸກ​ດ້ານ, ໂດຍ​ກອງປະ­ຊຸມ​ແມ່ນ​ຈະ​ໄດ້ໄຂ​ຂຶ້ນ​ໃນ​ລະ­ຫວ່າງວັນ​ທີ 31 ພຶດ​ສະພາ ຫາ 1 ມິ­ຖຸ­ນາ 2016 ນີ້, ຢູ່​ທີ່​ຫໍ​ວັດທະ­ນະ​ທຳ​ໄກສອນ ພົມ­ວິ­ຫານ.

ສຳ­ລັບ​ເນື້ອ​ໃນ​ຕົ້ນ­ຕໍ​ຂອງ​ກອງ​ປະ­ຊຸມ​ແມ່ນ​ຈະ​ໄດ້​ພິ​ຈາ­ລະນາ ແລະ​ຮັບ­ຮອງ​ເອົາ​ບັນ­ຫາ​ສຳ­ຄັນ​ຂອງ​ແຂວງ​ມ​ເປັນ­ຕົ້ນແມ່ນ​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ຄະ­ນະ​ກຳ­ມະ­ການ​ເລືອກຕັ້ງ​ແຂວງ​ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງ ແລະ​ຢັ້ງ­ຢືນ​ຄືນຄຸນ​ລັກ­ສະ­ນະ​ຂອງ​ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ​ແຂວງ​ສະ­ຫວັນນະ​ເຂດ, ເລືອກ​ຕັ້ງ​ປະ­ທານ ແລະ​ຮອງ​ປະ­ທານ, ຄະ­ນະ​ປະ­ຈຳສະ­ພາ​ປະ­ຊາ­ຊົນ​ແຂວງ, ຮັບ­ຮອງ​ເອົາ​ໂຄງ​ປະ­ກອບ​ກົງ­ຈັກການ­ຈັດ­ຕັ້ງ ແລະ​ບຸກ​ຄະ­ລາ​ກອນ​ຂອງ​ສະ­ພາ​ປະ­ຊາ­ຊົນ​ແຂວງ, ພິ­ຈາ­ລະ­ນາ ແລະ​ຮັບ­ຮອງ​ເອົາ​ການ​ເລືອກ​ຕັ້ງ​ເຈົ້າ­ແຂວງ,ຮອງ​ເຈົ້າ­ແຂວງ, ໂຄງ​ປະ­ກອບ​ກົງ­ຈັກການ­ຈັດ­ຕັ້ງ​ຂອງ​ແຂວງ, ຫົວ­ໜ້າ​ພະ​ແນກການ ແລະ​ອົງ­ການ​ທຽບ​ເທົ່າ​ພະ​ແນກ ການ​ຂອງ​ແຂວງ, ພິ­ຈາ­ລະ­ນາ ແລະ​ຮັບຮອງ​ເອົາ​ການ​ເລືອກ​ຕັ້ງ​ຫົວ­ໜ້າ​ອົງ­ການ ໄອ​ຍະ​ການ ແລະ​ປະ­ທານ​ສານ​ປະ­ຊາ­ຊົນ ແຂວງ.

ພິ­ຈາ­ລະ­ນາ ແລະ​ຮັບ­ຮອງ​ເອົາ​ວິ­ໄສທັດ​ຮອດ​ປີ 2030, ແຜນ​ຍຸດ​ທະ​ສາດຮອດ​ປີ 2025 ແລະ​ແຜນ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ 5 ປີ​ຂອງ​ແຂວງ (2016-2020) ແລະ​ບັນ­ຫາ​ສຸດ​ທ້າຍແມ່ນ​ພິ­ຈາ­ລະ­ນາ ແລະ​ຮັບ­ຮອງ​ເອົາ​ວິ­ໄສທັດ​ຮອດ​ປີ 2030 ແລະ​ແຜນ​ຍຸດ​ທະສາດ​ຮອດ​ປີ 2025 ແຜນ­ການ​ດຳ­ເນີນ ງານ 5 ປີ​ຂອງ​ສະ­ພາ​ປະ­ຊາ­ຊົນ​ແຂວງ (2016-2020).

ກອງ​ປະ­ຊຸມ​ເທື່ອ​ນີ້, ນັບ​ວ່າ​ເປັນ​ກອງປະ­ຊຸມ​ທີ່​ມີ​ຄວາມ​ໝາຍ, ຄວາມ​ສຳ­ຄັນທາງ​ດ້ານ​ປະ­ຫວັດ­ສາດ ແລະ​ການ­ເມືອງຂອງ​ແຂວງ​ສະ­ຫວັນ​ນະ​ເຂດສະ­ນັ້ນ, ຕາງໜ້າ​ໃຫ້​ຄະ­ນະ​ກຳ­ມະ­ການ​ເລືອກ​ຕັ້ງ​ຂັ້ນ ແຂວງ​ຈິ່ງ​ຮຽກ­ຮ້ອງ​ມາ​ຍັງ​ພະ­ນັກ­ງານ, ທະ­ຫານ, ຕຳ­ຫຼວດ, ນັກ­ທຸ­ລະ­ກິດ​ຕະ­ຫຼອດຮອດ​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ທົ່ວແຂວງ​ຈົ່ງ​ໄດ້​ຕິດ­ຕາມ​ການ​ດຳ­ເນີນ​ກອງ​ປະ­ຊຸມ​ຄັ້ງ​ນີ້​ຢ່າງ​ທົ່ວ​ເຖິງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...

ແຂວງຈຳປາສັກ ຈະແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫຼຸດໜ້ອຍຖອຍລົງ

ວັນທີ 30 ກັນຍາ 2026,ທີ່ຫ້ອງວ່າການ ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.ໂດຍເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ,ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງ,ຂະແໜງກໍ່ສ້າງຮາກຖານການເມືອງ,ຫ້ອງວ່າການແຂວງ,ຂະແໜງພັດທະນາຊົນນະບົດ...