Homeນານາສາລະເຜີຍເຄັດລັບວິທີປູກໝາກອຶ ໃຫ້ມີໝາກຫຼາຍ ເນື້ອແໜ້ນເປັນຕາກິນ! ຢາກຮູ້...ຕ້ອງອ່ານ

ເຜີຍເຄັດລັບວິທີປູກໝາກອຶ ໃຫ້ມີໝາກຫຼາຍ ເນື້ອແໜ້ນເປັນຕາກິນ! ຢາກຮູ້…ຕ້ອງອ່ານ

Published on

ກະສິກຳວັນນີ້ເຮົາຈະມາເວົ້າກ່ຽວກັບການປູກໝາກອຶ ທີ່ຈິງແລ້ວຂັ້ນຕອນການປູກໝາກອຶນັ້ນມັນບໍ່ແມ່ນເລື່ອງຍາກເລີຍ ແຕ່… ເຮົາຈະປູກແບບໃດໃຫ້ໄດ້ໝາກຫຼາຍ ເນື້ອແໜ້ນ ເຫັນແລ້ວຍາກກິນທັນທີ ນີ້ແຫຼະແມ່ນເລື່ອງຍາກ ວັນນີ້ພວກເຮົາເລີຍໄປຊອກຫາເຄັດລັບດັ່ງກ່າວມາເປີດເຜີຍໃຫ້ທຸກຄົນໄດ້ຮູ້ຈັກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານກັນເລີຍ
3 (4)
ວິທີການເຮັດໃຫ້ໝາກອຶຕິດໝາກ ແລະ ມີເນື້ອແໜ້ນ
ວັດຖຸດິບທີ່ຕ້ອງກຽມ
 
1. ນົມຜົງເດັກນ້ອຍ
2. ນ້ຳສະອາດ
ວິທີເຮັດ
 
– ເມື່ອປູກໝາກອຶໄດ້ປະມານ 1 ເດືອນແລ້ວ ໃຫ້ສັງເກດເບິ່ງຕົ້ນໝາກອຶທີ່ກຳລັງອອກດອກ
– ຫຼັງຈາກນັ້ນແມ່ນນຳນົມຜົງເດັກນ້ອຍ ໃນປະລິມານ 2 ບ່ວງແກງ ປະສົມກັບນ້ຳ 20 ລິດ
– ຄົນໃຫ້ນົມຜົງລະລາຍໃນນ້ຳໃຫ້ເຂົ້າກັນດີ
– ຈາກນັ້ນກໍ່ນຳໄປສີດໃສ່ທີ່ດອກໝາກອຶໃນຊ່ວງຕອນເຊົ້າທຸກເຊົ້າຈົນກວ່າໝາກຈະຕິດ ເພື່ອລໍ້ໃຫ້ແມງໄມ້ເຂົ້າມາຫຼາຍຕື່ມ ເພາະແມງໄມ້ຈະຊ່ວຍປະສົມເກສອນດອກໄມ້ ເຮັດໃຫ້ໝາກອຶຕິດໝ່ວຍທຸກດອກ
ເຫັນບໍ່ວ່າເຄັດລັບນີ້ບໍ່ຫຍຸ້ງຍາກຢ່າງທີ່ຄິດໄວ້ເລີຍ ຫາກທ່ານໃດກຳລັງປູກໝາກອຶຢູ່ກໍ່ສາມາດນຳສູດນີ້ໄປໃຊ້ເພື່ອເພີ່ມຜົນຜະລິດໃຫ້ທ່ານໄດ້
ທີ່ມາ: http://fb.thaiarcheep.com/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...