Homeຂ່າວການສຶກສາສຳເລັດການເຝິກອົບຮົມ ທັກສະການຂຽນບົດວຽກດີຄົນເດັ່ນໃຫ້ສື່ມວນຊົນລາວ

ສຳເລັດການເຝິກອົບຮົມ ທັກສະການຂຽນບົດວຽກດີຄົນເດັ່ນໃຫ້ສື່ມວນຊົນລາວ

Published on

        ຊຸດເຝິກອົບຮົມທັກສະການເກັບການຂໍ້ມູນເພື່ອຂຽນບົດວຽກດີຄົນເດັ່ນ ໃຫ້ສື່ມວນຊົນລາວໄດ້ສຳເລັດລົງ ໃນວັນທີ 23 ພຶດສະພານີ້ພາຍຫຼັງດຳເນີນມາ 5 ວັນ, ທີສະຖາບັນສື່ມວນຊົນ ແລະ ວັດທະນະທຳ, ໂດຍການຊ່ວຍເຫຼືອຂອງກະ ຊວງຖະແຫຼ່ງຂ່າວ ແລະ ສື່ສານ ສສ ຫຽວດນາມ, ເພື່ອແນ່ໃສ່ຍົກສູງລະດັບຄວາມ ຮູ້ຄວາມສາມາດ ແລະ ທັກສະໃນການເກັບກຳຂໍ້ມູນເພື່ອຂຽນບົດວຽກດີຄົນເດັ່ນ, ພ້ອມ ນັ້ນນັກສຳມະນາກອນຍັງໄດ້ຮຽນຮູ້ວິທີ່ເກັບກຳ ແລະ ຊອກຫາແຫຼ່ງຂໍ້ມູນ ຂ່າວສານ, ທັງໄດ້ລົງເລິກການພິຈາລະນາວິໄຈຂໍ້ມູນດັ່ງກ່າວ, ເພື່ອຂຽນບົດຕິດພັນກັບການເຄື່ອນໄຫວຕົວຈິງ ໃນວຽກງານ ສື່ມວນ ຊົນ, ໂດຍສະເພາະແມ່ນການເຄື່ອນໄຫວຂອງນັກຂ່າວ, ທີມີທັງຄວາມສະດວກ, ສິ່ງທ້າທາຍ  ແລະ ວິທີແກ້ໄຂທີ່ ຈະເຮັດໃຫ້ວຽກງານດຳເນີນໄປຢ່າງຄ່ອງຕົວ ແລະ ບັນລຸຕາມເປົ້າໝາຍ, ການເຝິກອົບຮົມຄັ້ງນີ້ນອກຈາກຮຽນທິດສະດີແລ້ວ ນັກສຳມະນາກອນຍັງໄດ້ລົງທັກສະນະສຶກສາເກັບກຳຂໍ້ມູນຢູ່ເຂດຊານເມືອງ, ນະຄອນຫຼວງວຽງຈັນເພື່ອຮ່ຳຮຽນເອົາປະສົບ ການຕົວຈິງ ແລະ ເຕັກນິກການເກັບກຳຂໍ້ມູນ, ທັງເປັນການເພີ່ມທັກສະໃນການຂຽນບົດຕົວຈິງ.

ທີ່ມາ http://laophatthananews.blogspot.com/2014/05/blog-post_3821.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...