Homeຍ້ອງຍໍຄົນດີເດັ່ນທິບພະຍະປະກັນໄພ ໄດ້ຮັບລາງວັນລະດັບອາຊຽນ 2016

ທິບພະຍະປະກັນໄພ ໄດ້ຮັບລາງວັນລະດັບອາຊຽນ 2016

Published on

ວັນທີ 25 ພຶດສະພານີ້, ບໍລິສັດ ທິບພະຍະ ປະກັນໄພ ຈຳກັດ, ໄດ້ຈັດງານສະຫລອງຄວາມສຳເລັດຂອງບໍລິສັດ, ໂດຍແມ່ນທ່ານ ບຸນໄຊ ບຸນຍານຸຣັກ ກຳມະການຜູ້ ຈັດການໃຫຍ່ຂອງບໍລິສັດເປັນຜູ້ໄດ້ຮັບລາງວັນນັກພັດ ທະນາແລະ ບຸກຄົນດີເດັ່ນ ສາຂາບໍລິຫານທຸລະກິດ ລະດັບອາຊຽນ (Asean Awards 2016), ທີ່​ສາມາດ​ນຳ ​ແລະ ພັດທະນາ​ຍໍ​ລິ​ສັດທິບພະຍະປະກັນໄພເຕີບໃຫຍ່ຂະຫຍາຍຕົວແບບກ້າວ ກະໂດດໃນລາວ.

ທ່ານ ບຸນໄຊ ບຸນຍານຸຣັກ ກ່າວວ່າ: ລາງວັນແຫ່ງຄວາມສຳເລັດນີ້ ຍ້ອນການເອົາ ໃຈໃສ່, ສົ່ງເສີມ ແລະ ຊ່ວຍເຫລືອຂອງສັງຄົມ, ພ້ອມທັງການສະໜັບສະໜູນວຽກງານຕ່າງໆໃນ ລາວ ຈຶ່ງເຮັດໃຫ້ສັງຄົມຮູ້ຈັກທິບພະຍະປະກັນໄພເປັນຢ່າງດີ. ຊຶ່ງອີກສ່ວນໜຶ່ງກໍເປັນ

ການເລີ່ມຕົ້ນດ້ວຍ ຮາກຖານທີ່ໝັ້ນຄົງ ຈາກທິບພະຍະ ປະກັນໄພ ໃນປະເທດໄທ, ໂດຍມີລັດຖະບານເປັນຜູ້ ຖືຮຸ້ນໃຫຍ່ຈົນກ້າວໄປສູ່ການເຕີບໃຫຍ່ໃນອາຊຽນ ​ແລະ ໃນຕໍ່ໜ້າ​ນີ້​ບໍລິສັດ ຈະສືບຕໍ່ໃຫ້ຄວາມເຊື່ອໝັ້ນ ແລະ ສ້າງຜະລິດຕະພັນໃໝ່ມາສູ່ສັງຄົມລາວຫລາຍ​ຂຶ້ນ.

ທິບພະຍະ ປະກັນໄພ ໄດ້ເລີ່ມດຳເນີນທຸລະກິດໃນ ສປປ ລາວ ນັບແຕ່ປີ 2014 ເປັນຕົ້ນມາ ແລະ ມາຮອດປັດຈຸບັນ ມີລູກຄ້າທີ່ຖືສັນຍາປະກັນໄພທັງໝົດ ຫລາຍກວ່າ 15 ພັນຄົນ ແລະ ມີຕົວແທນຢູ່ທົ່ວທຸກແຂວງຂອງລາວ​ເພື່ອ​ຄອຍ​ໃຫ້​ການ​ບໍ​ລິ​ການ​ລູກ​ຄ້າ​ໄດ້​ສະດວກ​ສະບາຍ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...