Homeມຸມຂ່າວ AECລັດຖະມົນຕີ​ ປ້ອງ​ກັນ​ປະ​ເທດ​ອາ​ຊຽນໄດ້​ຮັບ​ຮອງ​ເອົາຫລາຍບັນ​ຫາ​ສຳ​ຄັນ​ຮ່ວມ​ກັນ

ລັດຖະມົນຕີ​ ປ້ອງ​ກັນ​ປະ​ເທດ​ອາ​ຊຽນໄດ້​ຮັບ​ຮອງ​ເອົາຫລາຍບັນ​ຫາ​ສຳ​ຄັນ​ຮ່ວມ​ກັນ

Published on

ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນປະ​ເທດ​ຂອງ​ອາ​ຊຽນເຫັນ​ດີ​ເປັນ​ເອ​ກະ​ພາບຮັບຮອງເອົາຂໍ້ກຳ ນົດວ່າ ດ້ວຍກອງກຳລັງກຽມພ້ອມຂອງອາຊຽນ ເພື່ອການຊ່ວຍເຫລືອດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ສູນແພດທະຫານອາຊຽນ ແລະ ເອກະສານແນວຄວາມຄິດກ່ຽວກັບການສ້າງຕັ້ງໜ່ວຍງານຜູ້ຊ່ຽວຊານທາງ ດ້ານຄວາມໝັ້ນຄົງທາງດ້ານອິນເຕີເນັດ ແລະ ອື່ນໆ ລະ​ຫວ່າງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ X ໄດ້ໄຂຂຶ້ນ ໃນວັນທີ25 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ພົນໂທ ຈັນສະໝອນຈັນຍາລາດ ລັດຖະ ມົນຕີກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະ ມົນຕີປ້ອງກັນປະເທດອາຊຽນ,ຫົວໜ້າເຈົ້າໜ້າທີ່ອາວຸໂສ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ທຸກຝ່າຍ ເຂົ້າຮ່ວມ.

ລະ​ຫວ່າງ​ດຳ​ເນີນກອງປະຊຸມດັ່ງກ່າວ ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນປະ​ເທດ​ຂອງ​ອາ​ຊຽນໄດ້ຮັບຟັງການລາຍງານສະພາບການ ແລະ ບັນຫາທີ່ພົ້ນເດັ່ນ ໃນອາຊຽນ, ແລກ ປ່ຽນສະພາບການໃນພາກພື້ນ ແລະ ສາກົນ ພ້ອມພິຈາລະນາຮັບຮອງເອົາບັນດາເອກະສານທີ່ສຳຄັນ ທີ່ບັນດາປະເທດສະມາຊິກອາຊຽນໄດ້ສະເໜີ ລວ​ມ​ທັງໄດ້ ຮັບຮອງເອົາຂໍ້ກຳນົດວ່າດ້ວຍກອງກຳລັງກຽມ ພ້ອມຂອງອາຊຽນ ເພື່ອການຊ່ວຍເຫລືອດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ, ສູນແພດທະຫານອາຊຽນ ແລະ ເອກະສານ ແນວຄວາມຄິດກ່ຽວກັບການສ້າງຕັ້ງໜ່ວຍງາ ນຜູ້ຊ່ຽວຊານທາງດ້ານຄວາມໝັ້ນຄົງທາງດ້ານອິນເຕີເນັດ ແລະ ອື່ນໆ.

ທ່ານ  ພົນໂທ ຈັນສະໝອນ ຈັນຍາລາດ ໄດ້​ກ່າວວ່າ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນໄດ້​ຈັດ​ຂຶ້ນ​ເປັນຄັ້ງທີ X ໂດຍ ສ​ປ​ປ ລາວ​ເປັນ​ເຈົ້າ​ ແລະ  ເປັນ​ຄັ້ງ​ທຳ​ອິດ​ທີ່​ພວກ​ເຮົາ​ຈັດ​ຂຶ້ນ​ໃນ​ຄັ້ງ​ນີ້ ເຊິ່ງເປັນໜຶ່ງໃນອົງປະກອບທີ່ສຳຄັນຂອງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເຮັດໃຫ້ພາກພື້ນມີຄວາມສະຫງົບ ແລະ ພັດທະນາຢ່າງຕໍ່ເນື່ອງ ພ້ອມນັ້ນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ມີຜົນສຳເລັດໃນການ ນຳເອົາບັນດາປະເທດ ໃນພາກພື້ນ ເຂົ້າມາຮ່ວມປຶກສາຫາລື ແລະ ຮ່ວມມືການ ເພື່ອສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ແນໃສ່ຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງຢູ່ພາກພື້ນ ແລະ ອາຊຽນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...