spot_img
Homeຂ່າວການພັດທະນາຕະຫຼອດອາທິດຜ່ານມາ ກະແສຫລາຍຄົວເຮືອນເຫັນບິນໄຟຟ້າຕ້ອງຕົກໃຈກັບໂຕເລກທີ່ແພງ ກາຍເປັນຫົວຂໍໍ້ສົນທະນາໃນວົງກວ້າງ.

ຕະຫຼອດອາທິດຜ່ານມາ ກະແສຫລາຍຄົວເຮືອນເຫັນບິນໄຟຟ້າຕ້ອງຕົກໃຈກັບໂຕເລກທີ່ແພງ ກາຍເປັນຫົວຂໍໍ້ສົນທະນາໃນວົງກວ້າງ.

Published on

ຕະຫຼອດອາທິດຜ່ານມາ ກະແສຫລາຍຄົວເຮືອນເຫັນບິນໄຟຟ້າຕ້ອງຕົກໃຈກັບໂຕເລກທີ່ແພງແສນແພງ ກາຍເປັນຫົວຂໍໍ້ສົນທະນາໃນວົງກວ້າງ.

55.7

ເຮັດໃຫ້ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ເປີດຖະແຫຼງຂ່າວໃນມື້ວານນີ້ ເພື່ອຕອບຂໍ້ຂ້ອງໃຈ ແລະ ຊີ້ແຈງຕໍ່ບັນຫາດັ່ງກ່າວ. ເຊິ່ງພວກເຮົາຂໍສັງລວມບາງຄໍາເຫັນຂອງຝ່າຍປະຕິບັດການ ໄຟຟ້ານະຄອນຫຼວງວຽງຈັນ.
ທ່ານ ມີໄຊ ຈິດຕະລາດ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງກ່າວວ່າ: ຝ່າຍປະ ຕິບັດການໄຟຟ້ານະຄອນຫຼວງວຽງຈັນ ເຊິ່ງຮັບຜິດຊອບການສະໜອງໄຟຟ້າໃຫ້ກັບບັນດາ 9 ຕົວເມືອງ, ມີ 6 ສາຂາ ໃນນັ້ນ, ພິເສດແມ່ນມີສາຂາໜຶ່ງທີ່ຮັບຜິດຊອບ 4 ຕົວເມືອງໃນຄື: ຈັນທະບູລີ, ໄຊເສດຖາ, ສີສັດ ຕະນາກ ແລະ ສີໂຄດຕະບອງ. ປັດຈຸບັນການຊົມໃຊ້ໄຟຟ້າໃນນະຄອນຫຼວງວຽງຈັນ ໂດຍສະເພາະມາຮອດເດືອນເມສາ 2016 ຊົມໃຊ້ໄຟຟ້າທັງໝົດມີ 354 ເມກາວັດ (MW) ແລະ ຄາດວ່າຮອດທ້າຍເດືອນພຶດສະພານີ້ ກຳລັງການຊົມໃຊ້ໄຟຟ້າຈະເພີ່ມຂຶ້ນແນ່ນອນ; ການສະໜອງໄຟຟ້າແມ່ນພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ ແລະ ການສະໜອງໄຟຟ້າຂອງຝ່າຍປະຕິບັດການແມ່ນຈະຫຼີກລຽງບໍ່ໃຫ້ເກີດເຫດການຊົມໃຊ້ເກີນກຳລັງໄຟຟ້າທີ່ສະໜອງ (Overlodw), ແຕ່ບາງຄັ້ງກໍ່ປະສະຈາກບໍ່ໄດ້ບາງເຂດທີ່ມີການຕໍ່ສາຍໄຟນ້ອຍໄປຈຶ່ງເກີດເຫດການດັ່ງກ່າວຂຶ້ນແຕ່ກໍ່ມີສ່ວນໜ້ອຍທີ່ສຸດ.
ທ່ານ ຍັງກ່າວຕື່ມວ່າ: ຕໍ່ກັບບັນຫາຄ່າກະແສໄຟຟ້າຂອງຜູ້ຊົມໃຊ້ທີ່ມີຈຳນວນເພີ່ມຂຶ້ນໃນຊ່ວງນີ້ ແມ່ນຍ້ອນເປັນໄລຍະອາກາດຮ້ອນການຊົມໃຊ້ໄຟຟ້າຂອງແຕ່ລະຄົວເຮືອນເພີ່ມຂຶ້ນນັ້ນເປັນເລື່ອງປົກກະຕິ, ແຕ່ກໍລະນີທີ່ຄ່າກະແສໄຟຟ້າບາງຄົວເຮືອນເພີ່ມຂຶ້ນຜິດປົກກະຕິ ຫຼື ເອີ້ນວ່າ: ເພີ່ມຂຶ້ນເທົ່າຕົວ ແລະ ຫຼາຍເທົ່າຕົວນັ້ນ ບາງຄັ້ງກໍ່ອາດຈະເກີດຍ້ອນດ້ານເຕັກນິກເປັນຕົ້ນແມ່ນ: ການຈົດເລກໝໍ້ນັບໄຟ (ກົງເຕີ) ຂອງພະນັກງານມີຄວາມຜິດພາດ ແລະ ອາດຈະເກີດຈາກບັນຫາອື່ນ. ຕໍ່ກັບບັນຫານີ້ ໃຫ້ຜູ້ຊົມໃຊ້ໄຟຟ້າປະ ສານກັບພະນັກງານເຮົາໂດຍກົງເພື່ອພະນັກງານທີ່ຮັບຜິດຊອບ ຈະລົງໄປກວດສອບຕົວຈິງ. ຢ່າງໃດກໍ່ຕາມການຊົມໃຊ້ໄຟຟ້າຜູ້ຊົມໃຊ້ເອງກໍ່ຕ້ອງເປັນເຈົ້າການໃນການຕິດຕາມກວດກາ ຫຼື ຊ່ວຍຈົດກ່າຍຕົວເລກໝໍ້ນັບໄຟຮ່ວມກັບພະນັກງານໄດ້ ແລະ ຜູ້ຊົມໃຊ້ສາມາດຄິດໄລ່ຄ່າກະແສໄຟຟ້າຂອງເຮືອນຕົນເອງໄດ້ ວ່າກົງກັບໃບບິນເກັບເງິນຄ່າກະແສໄຟ ຫຼື ບໍ່?.

55.8

ທ່ານ ຄຳພູນ ສຸກອາລຸນ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ກ່າວວ່າ: ການຄິດ ໄລ່ຫົວໜ່ວຍຄ່າກະແສໄຟຟ້າປະເພດທີ່ຢູ່ອາໄສພາຍໃນນະຄອນຫຼວງວຽງຈັນໃນປີ 2016 ລະຫວ່າງ 0-25 ກິໂລວັດໂມງ ແມ່ນລາຄາ 348 ກີບ, ລະຫວ່າງ 26-150 ກິໂລວັດ ລາຄາ 414 ກີບ ແລະ ແຕ່ 150 ກິໂລວັດຂຶ້ນໄປແມ່ນຄິດໄລ່ລາຄາ 999 ກີບ. ສະນັ້ນຜູ້ຊົມໃຊ້ໄຟຟ້າສາມາດຈົດ ແລະ ຄິດໄລ່ຄ່າກະແສໄຟຟ້າໃນຄົວເຮືອນຕົນເອງໄດ້ ແລະ ງ່າຍຕໍ່ການກວດສອບ, ສ່ວນລາຄາຂອງໄຟຟ້າແມ່ນຂຶ້ນກັບແຈ້ງການ ຫຼື ດຳລັດຂອງລັດຖະບານທີ່ກຳນົດອອກມາ.

55.9

ສຳລັບຂໍ້ຂ້ອງໃຈຂອງຜູ້ຊົມໃຊ້ກ່ຽວກັບບັນຫາການຊົມໃຊ້ໄຟຟ້າເປັນປົກກະຕິ ແຕ່ເປັນຫຍັງຄ່າກະ ແສໄຟຟ້າຈຶ່ງເພີ່ມຂຶ້ນນັ້ນ ປັດໄຈໜຶ່ງເປັນຍ້ອນສະພາບອາກາດ ແລະ ສະພາບແວດລ້ອມ ຕົວຢ່າງ: ແອເຢັນ ໃນລະດູໜາວ ການເປີດແອໃນເວລາ 1 ຊົ່ວໂມງນັ້ນ ຄອມແອຈະເຮັດວຽກພຽງແຕ່ 30-40 ນາທີມັນກໍ່ຈະຕັດໄຟ, ແຕ່ໃນລະດູຮ້ອນຄອມແອຈະເຮັດວຽກໜັກຂຶ້ນເພື່ອປັບສະພາບອາກາດໃນຫ້ອງ ດັ່ງນັ້ນຄອມແອຈະເຮັດວຽກເຕັມຊົ່ວໂມງ ອັນເຮັດໃຫ້ຕົວເລກໝໍ້ນັບໄຟເພີ່ມຂຶ້ນ, ຄ່າກະແສໄຟຟ້າກໍ່ເພີ່ມຂຶ້ນນັ້ນເອງ, ທ່ານ ຄຳພູນ ສຸກອາລຸນ

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...