Homeຂ່າວທ້ອງຖິ່ນຈໍາປາສັກຈະປູກຕົ້ນໄມ້ໃນເນື້ອທີ່ 1.500 ເຮັກຕາ

ຈໍາປາສັກຈະປູກຕົ້ນໄມ້ໃນເນື້ອທີ່ 1.500 ເຮັກຕາ

Published on

ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງຈຳປາສັກ ໃຫ້ສຳພາດວ່າ: ປີ 2016 ນີ້ ທົ່ວແຂວງຈຳປາສັກຈະປູກໄມ້ໃຫ້ໄດ້ 1.500 ເຮັກຕາ ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ເພີ່ມຂຶ້ນ ປະກອບສ່ວນໃຫ້ມີເນື້ອທີ່ປ່າໄມ້ປົກຫຸ້ມທົ່ວປະເທດ 70% ໃນປີ 2020. ມາຮອດປັດຈຸບັນເກັບແກ່ນໄດ້ທັງໝົດ 1.600 ກ່ວາກິໂລກຼາມ, ຜະລິດເບ້ຍໄມ້ໄດ້ 1.200.000 ກ່ວາເບ້ຍ ສ່ວນໃຫຍ່ແມ່ນໄມ້ອຸດສາຫະກຳ ຮອງລົງມາແມ່ນໄມ້ປະດັບ.

ສຳລັບຜົນໄດ້ຮັບຈາກການປູກຕົ້ນໄມ້ໃນໄລຍະຜ່ານມາເຫັນວ່າຍັງບໍ່ທັນໄດ້ດີເທົ່າທີ່ຄວນ ຍ້ອນຂາດການບົວລະບັດຮັກສາ, ການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງຕ່າງໆໃນສັງ ຕະຫຼອດຊຸມຊົນ ແລະ ປະຊາຊົນ ຍັງບໍ່ທັນໄດ້ດີ, ການຟື້ນຟູປ່າຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ ບ່ອນປ່າທີ່ປູກແລ້ວກໍ່ໄດ້ຮັບຜົນກະທົບຈາກການພັດທະນາພື້ນຖານໂຄງລ່າງ, ນອກນີ້ກໍ່ຍັງມີການຫັນປ່ຽນທີ່ດິນປ່າໄມ້ ໄປເປັນດິນປະເພດອື່ນໆອີກ.

ໂດຍ: ທູນທອງໃຈ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...