Homeຂ່າວຕ່າງປະເທດຈີນປະກາດແຜນ ສ້າງສະໜາມບິນ 500 ແຫ່ງ ເພີ່ມເຮືອບິນອີກກວ່າ 5 ພັນລຳ ພາຍໃນປີ 2020!

ຈີນປະກາດແຜນ ສ້າງສະໜາມບິນ 500 ແຫ່ງ ເພີ່ມເຮືອບິນອີກກວ່າ 5 ພັນລຳ ພາຍໃນປີ 2020!

Published on

ສຳນັກຂ່າວ ໄຊນ່າ ໄດຣີ່ ລາຍງານໃນວັນທີ 22 ພຶດສະພາຜ່ານມານີ້ວ່າ ລັດຖະບານຈີນ ໄດ້ປະກາດແຜນພັດທະນາ ດ້ານການບິນພົນລະເຮືອນ ໂດຍລະບຸວ່າ ພາຍໃນປີ 2020 ຈີນຈະມີສະໜາມບິນທົ່ວໄປ (general aviation airport) ຫລາຍກວ່າ 500 ແຫ່ງ ຕາມຈຸດສຳຄັນຕ່າງໆທົ່ວປະເທດ ໂດຍສະເພາະແມ່ນເຂດພື້ນທີ່ກະສິກຳ, ພື້ນທີ່ປ່າໄມ້ ແລະ ແຫລ່ງທົ່ວທ່ຽວທີ່ສຳຄັນ, ພ້ອມທັງຍັງມີແຜນ ເພີ່ມຈຳນວນເຮືອບິນທົ່ວໄປ ລວມທັງເຮລິຄັອບເຕີ້ ແລະ ເຮືອບິນສ່ວນຕົວ ຫລາຍກວ່າ 5,000 ລຳ ພາຍໃນໄລຍະເວລາດຽວກັນອີກດ້ວຍ.

ທັງນີ້ ລັດຖະບານຈີນ ຈະສົ່ງເສີມໃຫ້ພາກເອກະຊົນ ເຂົ້າມາລົງທຶນໃນອຸດສາຫະກຳການບິນທົ່ວໄປ ແລະ ຈະເສີມຂະຫຍາຍການນຳໃຊ້ເຮືອບິນ ເຂົ້າໃນວຽກງານກູ້ໄພ, ການບໍລິການທາງການແພດ ແລະ ການຕິດຕາມສະພາບສິ່ງແວດລ້ອມ ຕະຫລອດຮອດການສຳຫລວດທີ່ດິນ ແລະ ຊັບພະຍາກອນທຳມະຊາດ ຂອງປະເທດ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...