Homeຂ່າວພາຍ​ໃນແຂ່ງຂັນກິລາມິດຕະພາບລະຫວ່າງ ພະແນກ ຖວທ ແຂວງຄຳມ່ວນພົບກັບຫ້ອງວ່າການປົກຄອງເມືອງເຊບັ້ງໄຟ

ແຂ່ງຂັນກິລາມິດຕະພາບລະຫວ່າງ ພະແນກ ຖວທ ແຂວງຄຳມ່ວນພົບກັບຫ້ອງວ່າການປົກຄອງເມືອງເຊບັ້ງໄຟ

Published on

 

ໃນ​ວັນ​ທີ 23 ພຶດສະພາ 2014 ຢູ່​ທີ່​ເດີນ​ກິລາ​ເມືອງ​ເຊ​ບັ້ງ​ໄຟ​ໄດ້​ມີ​ການ​ຈັດການ​ແຂ່ງຂັນ​ກິລາ​ມິດຕະພາບ​ລະຫວ່າງ​ພະ​ແນ​ກຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ ​ແຂວງ​ຄຳ​ມ່ວນ ພົບກັບຫ້ອງ​ວ່າການ​ປົກຄອງ​ເມືອງ​ເຊ​ບັ້ງ​ໄຟ ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ມີການ​ນຳ​ຂັ້ນ​​ເມືອງ, ຫ້ອງການ​ສຶກສາທິການ ​ແລະ ກິລາ​ເມືອງ, ​ໂຮງຮຽນ ມໍ​ສໍ ອ້ອມ​ຂ້າງ​ເມືອງ​ເຂົ້າ​ຮ່ວມ.

​        ໃນ​ພິທີ​ດັ່ງກ່າວ​ໄດ້​ມີ​ການ​ແຂ່ງ​ຂັນ​ກິລາ​​ເຕະບານ ​ໂດຍ​ມີ 4 ທີ​ມ​ເຂົ້າ​ຮ່ວມ ຄື : ທີ​ມພະ​ແນ​ກ ຖວທ ​ແຂວງ​ຄຳ​ມ່ວນພົບ​ກັບທີ​ມຫ້ອງ​ວ່າການ​ປົກຄອງ​ເມືອງ​ເຊ​ບັ້ງ​ໄຟ ​ແລະ ທີ​ມຫ້ອງການ​ສຶກສາທິການ ​ແລະ ກິລາ​ເມືອງ​ເຊ​ບັ້ງ​ໄຟພົບ​ກັບທີ​ມລວມ​ໂຮງຮຽນ ມໍ​ສໍ ອ້ອມ​ຂ້າງ​ເມືອງ, ຜົນ​ການ​ແຂ່ງຂັນ​ທີ​ມຫ້ອງ​ວ່າການປົກຄອງ​ເມືອງ​ເຊ​ບັ້ງ​ໄຟ​ເອົາ​ຊະນະ​ທີ​ມພະ​ແນ​ກ ຖວທ ​ແຂວງ​ຄຳ​ມ່ວນ 3-1 ປະຕູ ແລະ ທີມລວມໂຮງຮຽນ ມໍສໍ ​ເອົາຊະນະທີມຫ້ອງການສຶກສາທິກາ​ນ ​ແລະ ກິລາເມືອງ 3-1 ປະຕູ ແຕ່ເຖິງຢ່າງໃດກໍ່ຕາມໃນການແຂ່ງຂັນຄັ້ງນີ້ຍັງໄດ້ສະແດງເຖິງຄວາມສາມັກຄີຮັກແພງປອງດອງກັນລະຫວ່າງແຂວງກັບເມືອງໄດ້ເປັນຢ່າງດີ.

ຂ່າວ : ​ເສີດ ​ໄຊ​ຍະ​ແສງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...