spot_img
Homeຂ່າວທ້ອງຖິ່ນປີນີ້ເມືອງໄຊຍະບູລີ ມີແຜນຈະປູກໄມ້ໃຫ້ໄດ້ 22.300 ເບ້ຍ

ປີນີ້ເມືອງໄຊຍະບູລີ ມີແຜນຈະປູກໄມ້ໃຫ້ໄດ້ 22.300 ເບ້ຍ

Published on

ຂປລ. ​ ໃນ​ໂອກາດການ ສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກແລະ ວັນປູກຕົ້ນໄມ້ແຫ່ງຊາດ ທີ່ຈະມາເຖິງໃນມໍ່ໆນີ້, ​ເມືອງໄຊຍະບູລີ ​ແຂວງ​ໄຊ​ຍະ​ບູລີ ມີແຜນຈະປູກໄມ້​ ​ແລະ ຟື້ນຟູປ່າແບບທຳມະຊາດ ໃຫ້ໄດ້ 1.774 ​ເຮັກຕາເພີ່ມຂຶ້ນຈາກປີຜ່ານມາ 6 ​ເຮັກຕາ.

ທ່ານ​ ຄຳພັນ ພັນທະວົງ ຫົວໜ້າຫ້ອງການຊັບພະຍາກອນ ທຳມະຊາດແລະ ສິ່ງແວດລ້ອມເມືອງໄຊຍະບູລີໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ​ເມື່ອ​ບໍ່​ດົນ​ນີ້ວ່າຕາມ​ແຜນການ​ໃນ​ປີ 2016 ນີ້ ​ເມືອງໄຊຍະບູລີ ຈະຟື້ນຟູປ່າແບບທຳມະຊາດໃຫ້ໄດ້ໃນເນື້ອທີ່ 1.700 ​ເຮັກຕາແລະ ປູກໄມ້ໃຫ້ໄດ້ 74 ​ເຮັກຕາໃນຈຳນວນ​​ເບ້ໄມ້ 22.300 ​ເບ້ຍ ທີ່ໄດ້ຮັບການປະກອບສ່ວນ ຈາກພາກສ່ວນທຸລະກິດແລະ ຜູ້ປະກອບການຕ່າງໆ ຢູ່ພາຍໃນເມືອງ​. ຄາດ​ວ່າພິທີປູກ ທາງການຈະໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາທີ່ສວນອຸດທິຍານຊາວໜຸ່ມ (ຫລັກ 7) ​ເມືອງໄຊຍະບູລີ, ສ່ວນເບ້ຍໄມ້ທີ່ຈະນຳມາປູກ ປະກອບມີ: ​​ໄມ້​​ແຕ້ຄ່າ 2.000 ​ເບ້ຍ,​​ ໄມ້ສັກ 20.000 ​ເບ້ຍແລະໄມ້ປະດັບ 300 ​ເບ້ຍ.

ສ່ວນ​ຢູ່​ເມືອງ​ທ່າ​ແຕງ ​ແຂວງ​ເຊ​ກອງ ກໍມີ​ແຜນ​ຈະ​ປູກຕົ້ນ​ໄມ້​ ໃຫ້​ໄດ້ 150 ຕົ້ນ, ໃນນັ້ນ ມີຕົ້ນໄມ້ຍາງ, ຕົ້ນໄມ້ດູ່, ຕົ້ນໄມ້ຂະຍຸງ, ຕົ້ນໄມ້ແຄນ ແລະ ຕົ້ນໄມ້ອື່ນໆ.

ຂະນະ​ດຽວ​ກັນ, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ ແຂວງສາລະວັນ ກໍ​ໄດ້ສ້າງຂະບວນການ ປູກເບ້ຍໄມ້ໃຫ້ຮົ່ມ ແລະ ໄມ້ໃຫ້ໝາກ ​ໃນ​ນັ້ນມີໄມ້ຂະຍຸງ 50 ຕົ້ນ ແລະ ໝາກມ່ວງ ພັນຂຽວ ສະເຫວີຍ 20 ຕົ້ນ ​ເພື່ອຄຳນັບຮັບຕ້ອນ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2016 ນີ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...