spot_img
Homeມູມໄອທີລາວຫົວເຫວີຍ ໄດ້ “ລິໂອເນວ ເມດສຊີ” ນັກເຕະບານລະດັບໂລກ ມາເປັນຕົວແທນຂອງແບຣນ ຄົນຫລ້າສຸດ

ຫົວເຫວີຍ ໄດ້ “ລິໂອເນວ ເມດສຊີ” ນັກເຕະບານລະດັບໂລກ ມາເປັນຕົວແທນຂອງແບຣນ ຄົນຫລ້າສຸດ

Published on

ຫົວເຫວີຍ ຜູ້ນຳດ້ານເທັກໂນໂລຢີອຸປະກອນການສື່ສານ, ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສະມາດໂຟນ ໄດ້ຕົກລົງເຊັນສັນຍາ ກັບຕົວແທນຂອງແບຣນ ຄົນລ່າສຸດ “ລິໂອເນວ ເມດສຊີ້” ເພື່ອສ້າງການເຊື່ອມໂຍງລະຫວ່າງ ຫົວເຫວີຍ ແລະ ຜູ້ຊົມໃຊ້, ໂດຍສະທ້ອນໃຫ້ເຫັນພາບລັກແຫ່ງຄວາມມຸ່ງໜັ່ນ ແລະການຝັນຝ່າອຸປະສັກຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍ.

ທ່ານ ເຄວິນ ໂຮ ປະທານດ້ານຜະລິດຕະພັນໂທລະສັບມືຖື ກຸ່ມທຸລະກິດຜູ້ຊົມໃຊ້ ຂອງຫົວເຫວີຍ ໄດ້ກ່າວວ່າ ຄວາມທ້າທ້າຍ ແມ່ນສິ່ງທີ່ຜັກດັນໃຫ້ຜູ້ຄົນເຮັດໃຫ້ສີ່ງທີ່ຮັກ,  ຕ້ອງການ ແລະ ຈະກ້າວໄປສູ່ຄວາມສຳເລັດນັ້ນ ຈຳເປັນຕ້ອງໃຫ້ຄວາມສຳຄັນໃນການພັດທະນາ, ຮຽນຮູ້ ຈາກປະສົບການ ແລະ ຄວາມພະຍາຍາມທີ່ຈະຕໍ່ສູ້ກັບອຸປະສັກຕ່າງໆ ເຊີ່ງຖືວ່າເປັນປັດສະຍາທີ່ຫົວເຫວີຍໄດ້ຢຶດຖືຕະຫຼອດມາ ຈົນເຮັດໃຫ້ ຫົວເຫວີຍ ກ້າວຂື້ນມາເປັນຜູ້ນຳ 1 ໃນ 3 ຂອງຜູ້ຜະລິດສະມາດໂຟນທີ່ມີຄົບທັງການອອກແບບ ແລະ ການໃຊ້ງານ. ຫົວເຫວີຍບໍ່ໄດ້ມຸ້ງໜັ່ນແຕ່ຄວາມສຳເລັດ ແຕ່ຍັງສະແຫວງຫາຄວາມທ້າທາຍເພື່ອສີ່ງທີ່ດີກວ່າ ເຊິ່ງສິ່ງເຫຼົ່ານັ້ນກໍ່ຄືສີ່ງທີ່ ຫົວເຫວີຍ ແລະ ລິໂອເນວ ເມດສຊີ້ ມີຮ່ວມກັນ.

ລິໂອເນວ ເມດສຊີ້ ຈະເຂົ້າມາຊ່ວຍໃນການຜັກດັນ ແລະ ສ້າງແຮງບັນດານໃຈໃຫ້ກັບຜູ້ຄົນທີ່ຈະມຸ່ງໝັ່ນໄປສູ່ຄວາມສຳເລັດທີ່ຍິ່ງໃຫຍ່ ໂດຍສະເພາະຄົນໃນທະວີບ ເອີລົບ, ອາຊີ ແລະ ອາເມລິກາໃຕ້. ຫົວເຫວີຍໄດ້ມຸ່ງໝັ່ນສ້າງສັນທຸລະກິດ ໄດ້ທຸ່ມເທ່ໃຫ້ເຮົາເລືອກເຮັດ, ພູມໃຈໃນຄວາມສໍາເລັດທີ່ຈະໄດ້ຮັບ ແລະ ຄວາມທ້າທ້າຍຈະເຮັດໃຫ້ເຮົາພົບຫົນທາງໄປສູ່ຄວາມສຳເລັດໃໝ່ໆ. ທ່ານ ເຄວິນ ໂຮ ໄດ້ກ່າວໄວ້.

_DSC4472-2

ທ່ານ ໄທໂລນ ລີວ ຊີອີໂອ ກຸ່ມທຸລະກິດຜູ້ຊົມໃຊ້ ຂອງຫົວເຫວີຍ ຂົງເຂດ ອາເມລິກາໃຕ້ ໄດ້ກ່າວເພີ່ມເຕີມອີກວ່າ ຫົວເຫວີຍ ມີຄວາມຍິນດີເປັນຢ່າງຍີ່ງທີ່ໄດ້ມີໂອການຮ່ວມງານກັບບຸກຄົນທີ່ເປັນແຮງບັນດານໃຈໃຫ້ກັບຜູ້ຄົນທົ່ວໂລກ ໃນການຕາມຫາຄວາມຝັນ ແລະ ຈະເອົາຊະນະກັບຄວາມທ້າທາຍ ເພື່ອໃຫ້ໄດ້ຜົນຕອບຮັບທີ່ດີກ່ອນ, ເຊິ່ງເສັ້ນທາງກ້າວໄປສູ່ຄວາມສຳເລັດຂອງ ລິໂອເນວ ເມດສຊີ້ ນັ້ນ ແມ່ນ ຄືກັນກັບປັດສະຍາຂອງຫົວເຫວີຍທີ່ໄດ້ຊອກຫາເພື່ອທີ່ຈະບັນລຸສູ່ຄວາມສຳເລັດ.

ລິໂອເນວ ເມດສຊີ້ ແມ່ນນັກເຕະບານ ຊາວອັກຊັງຕິນ ເຊີ່ງໄດ້ຮັບລາງວັນ ນັກເຕະບານດີເດັ່ນແຫ່ງປີ 2009 ຄັ້ງທໍາອິດ ຈາກ FIFA. ແລະ ປີ 2013 ລາວກໍ່ໄດ້ທຳລາຍສະຖິຕິໃຫມ່ ໂດຍ ເປັນ ນັກເຕະບານດີເດັ່ນແຫ່ງປີ ເຖີງ 4 ຄັ້ງຕິດຕໍ່ກັນ. ແລະ ລາວກໍ່ໄດ້ພາທີມຊາດ ອັກຊັງຕິນຜ່ານໄປສູ່ຮອບຊິງຊະນະເລີດ ໃນການແຂ່ງຂັນ ເຕະບານໂລກ 2014 ເຊີ່ງລາວກໍ່ໄດ້ຮັບລາງວັນ ນັກເຕະບານດີເດັ່ນຂອງການແຂ່ງຂັນ.

ຫົວເຫວີຍ ໄດ້ເບີ່ງເຫັນໂອກາດທາງກິລາ ເປັນເວທີອັນຍີ່ງໃຫຍ່ທີ່ຜູ້ຄົນສາມາດເພີ່ມຄຸ້ນຄ່າຂອງການດຳລົງຊີວິດ, ດັ່ງນັ້ນພວກເຮົາ ຈີ່ງຕ້ອງການທີ່ສ້າງຄວາມມຸ່ງໝັ່ນທາງກິລາ ໂດຍສະເພາະແມ່ນກິລາເຕະບານ. ໃນຫຼາຍປີທີ່ຜ່ານມາ ຫົວເຫວີຍ ໄດ້ໃຫ້ການສະໜັບສະໜູນຫຼາຍທີມ ແລະ ນັກເຕະບານ ເຊັ່ນ: AC Milan, Atletico de Madrid, Arsenal, Sporting Cristal, Santa Fe, the America, Alexis Sanchez and Robert Lewandowski.

ປະຈຸບັນ ຫົວເຫວີຍ ແມ່ນ 1 ໃນ 3 ຂອງຜູ້ຜະລິດສະມາດໂຟນລະດັບໂລກ ແລະ ພູມໃຈນຳສະເໜີ ສະມາດໂຟນໃໝ່ຫຼາກຫຼາຍລຸ້ນ ເຊິ່ງລວມມີ ລຸ້ນ Mate, P ແລະ G. ເຊີ່ງໃນວັນທີ 26 ເດືອນພະຈິກ 2015 ຫົວເຫວີຍໄດ້ເປີດໂຕ ຫົວເຫວີຍລູ້ນທ໋ອບສຸດ Mate 8 ເຊິ່ງຕອບໂຈດນັກທຸລະກິດລຸ້ນໃໝ່ ທີ່ຕ້ອງການສີ່ງໃໝ່ໆ ໃນການເຮັດວຽກໄດ້ສະດວກຍີ່ງຂື້ນ. ແລະກໍ່ໄດ້ຜົນຕອບຮັບທີ່ດີເກີນຄາດໝາຍ ດ້ວຍຍອດຂາຍ 3 ລ້ານ ກ່ວາເຄື່ອງ ໃນທົ່ວໂລກ.

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...