Homeປ່ອງຢ້ຽມດວງດາວຄິວແຊດ​ດາວ​ທຽມ ​ດວງ​ທຳ​ອິດ​ຂອງ​ ໂລກ​ສີ​ມື​ເດັກນ້ອຍ​

ຄິວແຊດ​ດາວ​ທຽມ ​ດວງ​ທຳ​ອິດ​ຂອງ​ ໂລກ​ສີ​ມື​ເດັກນ້ອຍ​

Published on

​ເດັກນ້ອຍ​ປະຖົມ​ຢູ່​ອາ​ເມ​ລິ​ກາ​ທີ່​ຮ່ວມ​ກັນ​ປະກອບ​ດາວ​ທຽມ​CubeSat(ຄິວແຊ​ດ) ນັບ​ເປັນ​ການ​ປ່ອຍ​ດາວ​ທຽມ​ດວງ​ທຳ​ອິດ​ທີ່​ອອກ​ແບບ ​ແລະ ສ້າງ​ເອງ​ໂດຍ​ເດັກນ້ອຍ​ນັກຮຽນ​ປະຖົມ​ຂຶ້ນ​ສູ່​ວົງ​ໂຄຈອນ​ສຳ​ເລັດ.

hkfgyftrh

​ເດັກ​ນັກຮຽນ​ຊັ້ນ​ປະ​ຖົມ​ຈາກ​ໂຮ​ງຮຽນ​ເຊ​ນ ​ໂທ​ມັສ ມໍ ​ແຄ​ທ​ເທີຣັລ ​ໃນ​ລັດ​ເວີ​ຈິ​ເນຍຂອງ​ອາ​ເມ​ລິ​ກາ ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນການ​ທີ່​ເປັນ​ເດັກ​ນັກຮຽນ​ປະ​ຖົມ​ແຫ່ງ​ທຳ​ອິດ​ຂອງ​ໂລກ​ທີ່​ສາມາດ​ຊ່ວຍ​ກັນ​ປະກອບ ​ແລະ ສົ່ງ​ດາວທຽມ​ໄດ້​ສຳ​ເລັດ​ຊື່ວ່າ​ດາວ​ທຽມ​ຄິວ​ແຊ​ດ ອອກ​ແບບ ​ແລະ ສ້າງ​ເອງ​ໂດຍ​ຝີ​ມື​ຂອງ​ເ​ດັກ​ນ້ອຍ​ຖືກ​ປ່ອຍ​ຂຶ້ນ​ສູ່​ວົງ​ໂຄຈອນ​ລະດັບ 400 ກິ​ໂລ​ແມັດ​ເທິງ​ພື້ນ​ໂລກ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ. ຊຶ່ງ​ໂຄງການ​ນີ້​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ອົງກາ​ນາ​ຊາ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ວຍ​ການ​ສົ່​ງຜູ້​ຊ່ຽວຊານ​ຊ່ວຍ​ແນະ​ນຳ​ໃນ​ເລື່ອງ​ຂອງ​ການ​ອອກ​ແບບ ​ແລະ ປະກອບ​ດາວ​ທຽມ ​​ຫຼັງ​ຈາກທີ່​ປະກອບ​ສຳ​ເລັດ​ກໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ສົ່ງ​ດາວ​ທຽມ​ຈາກ​ສະຖານີ​ອະວະກາດ​ນານາ​ຊາດ ​ເພື່ອ​​ເຮັດ​ພາລະກິດ​ຖ່າຍ​ພາບ​ຕໍ່​ໄປ ​ແລະ ຫຼັງ​ຈາກ​ນີ້​ເດັກນ້ອຍ​ກໍ​ຈະ​ໄດ້​ເຝົ້າ​ຕິດຕາມ​ຕຳ​ແໜ່ງ​ຂອງຄິວ​ແຊ​ດທີ່​ຈະ​ເຮັດ​ໜ້າ​ທີ່​ຖ່າຍຮູບ​ພື້ນ​ໂລກ​ສົ່ງ​ກັບ​ທຸກ 30 ວິນາທີ ​ໂຄງການ​ນີ້​ໃຊ້​ເວລາ​ທັງ​ໝົດ 4 ປີ ປະສົບຜົນສຳ​ເລັດ​ຢ່າງ​ຈົບງາມ.

ຢ່າງ​ໃດ​ກໍ​ຕາມ ຕ້ອງຊື່ນ​ຊົມ​ນາ​ຊາ​ທີ່​ໃຫ້​ຄວາມ​ສຳຄັນ​ມອບ​ຄວາມ​ຮູ້ ​ແລະ ມອບ​ປະສົບ​ການ​​ໃຫ້​ກັບ​ເດັກນ້ອຍ ທີ່​ຈະ​ເປັນ​ແຮງ​ບັນດານ​ໃຈ ຊຶ່ງ​ຈະ​ເຮັດ​ໃຫ້​ເດັກນ້ອຍ​ນັກຮຽນ​ຕັ້ງ​ໃຈ​ຮຽນ ​ແລະ ກາຍ​ເປັນ​ນັກວິທະຍາສາດ​ໃນອະ ນາຄົດຕໍ່ໜ້າ(ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...