Homeຂ່າວການສຶກສານັກສຶກສາລາວ 6 ຄົນໄດ້ຮັບທຶນການສຶກສາ ຟູລໄບຣ ຈະເດີນທາງໄປສຶກສາຕໍ່ຢູ່ສະຫະລັດອາເມຣິກາ

ນັກສຶກສາລາວ 6 ຄົນໄດ້ຮັບທຶນການສຶກສາ ຟູລໄບຣ ຈະເດີນທາງໄປສຶກສາຕໍ່ຢູ່ສະຫະລັດອາເມຣິກາ

Published on

 ນັກສຶກສາລາວຈຳນວນ 6 ຄົນ ເຊິ່ງໃນນັ້ນ 5 ທ່ານ ຈະໄດ້ເດີນທາງໄປສຶກສາຮຽນຕໍ່ຂັ້ນປະລີນຍາໂທຂອງທຶນ (ຟູລໄບຣ) ແລະ 1 ທ່ານ ຈະໄດ້ໄປຍົກລະດັບວິຊາສະເພາະຂອງທຶນ (ຮາມຟຣີ) ຢູ່ທີ່ສະຫະລັດອາເມຣິກາ ພາຍໃຕ້ທຶນການສຶກສາ Fulbright Program ຂອງກະຊວງການຕ່າງປະເທດ ແຫ່ງ ສະຫະລັດ ອາເມຣິກາ.

ການພົບປະລະຫວ່າງ ນັກສຶກສາ ກັບ ທ່ານ ແດນຽວ ເອ. ຄລູນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ.ລາວ ໃນວັນທີ 23 ພຶດສະພາ 2016 ຜ່ານມາທີ່ນະຄອນຫຼວງວຽງຈັນ ທ່ານ ຄລູນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດານັກສຶກສາລາວທີ່ໄດ້ປະສົບຜົນສຳເລັດໃນຄັ້ງນີ້ ທ່ານຍັງໄດ້ຊຸກຍູ້ໃຫ້ບັນດານັກສຶກສາຈົ່ງນຳໃຊ້ໂອກາດອັນສຳຄັນທີ່ສຸດນີ້ເພື່ອສ້າງຜົນປະໂຫຽດຕໍ່ການພັດທະນາອາຊີບຂອງພວກເຂົາ ແລະ ຕໍ່ການຮັດແໜ້ນສາຍພົວພັນ ລະຫວ່າງ ສປປ.ລາວ ແລະ ສະຫະລັດອາເມຣິກາ ນັກສຶກສາທີ່ໄດ້ທຶນຮວມມີ ນາງ ມະໂນລີ ສີສະຫວັນ ເຊິ່ງຈະໄປສຶກສາຕໍ່ຂັ້ນປະລິນຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລ ຄອນແນວ ນາງ ມານີເພັດ ແພງສະຫວັດດີ ຈະໄປສຶກສາຕໍ່ຂັ້ນປະລິນຍາໂທດ້ານການບໍລິຫານຈັດການທຸລະກິດ ລົງເລິກການສ້າງທຸລະກິດທີ່ຍືນຍົງເພື່ອສັງຄົມ ຢູ່ທີ່ມະຫາວິທະຍາໄລ ໂຄໂລຣາໂດ ນາງ ສຸລິຍາ ຈັນນາວົງ ຈະໄປສຶກສາຕໍ່ຂັ້ນປະລິນຍາໂທດ້ານສາທາລະນະສຸກ ທີ່ມະຫາວິທະຍາໄລມິຊີແກນ ນາງ ແສງເພັດ ລັດຕະນະວົງ ຈະໄປຕໍ່ຂັ້ນປະລິນຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລອາເມຣິກາ ນາງ ມາຍຸລິ ພົມມາທັນສີ ຈະໄປຮຽນຕໍ່ຂັ້ນປະລິນຍາໂທດ້ານການເງິນ ທີ່ມະຫາວິທະຍາໄລ ອີລີນອຍ-ຊີຄາໂກ  ແລະ ນາງ ປະກາຍພອນ ສີໂພໄຊ ຈະໄປຮຽນຕໍ່ຍົກລະດັບວິຊາສະເພາະດ້ານການເງິນການທະນາຄານ ທີ່ມະຫາວິທະຍາໄລ ບອສຕັນ ແມຊາຊູແຊັດ ທຶນການສຶກສາດັ່ງກ່າວ ກວມຮວມເອົາຄ່າທຳນຽມການສິດສອນທຸກຢ່າງ ປີ້ຍົນໄປ-ກັບ ແລະ ເບ້ຍລ້ຽງຈົນກວ່າຮຽນຈົບ.

           ນາງ ມະໂນລີ ສີສະຫວັນ ແມ່ນນຶ່ງໃນຜູ້ທີ່ໄດ້ຮັບທຶນ Fulbright ໄດ້ກ່າວວ່າ ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ໄປສຶກສາລະດັບປະລິນຍາໂທດ້ານການພັດທະນາສາກົນ ຂ້າພະເຈົ້າດີໃຈທີ່ຈະໄດ້ຄົ້ນຄວ້າລົງເລິກບັນຫາການຄຸ້ມຄອງປ່າສະຫງວນ ເນື່ອງຈາກວ່າ ການພັດທະນາເສດຖະກິດໄດ້ກໍ່ໃຫ້ເກີດສິ່ງທ້າທາຍຕໍ່ລະບົບນິເວດທາງທຳມະຊາດ ແລະ ຊີວະນານາພັນໃນປະເທດເຮົາ  ຂ້າພະເຈົ້າຕື່ນເຕັ້ນຫຼາຍໃນການເດີນທາງຄັ້ງນີ້ ແລະ ຈະນຳຄວາມຮູ້ທັງໝົດມາປະກອບສ່ວນໃນການພັດທະນາຕາມທິດຍືນຍົງຂອງ ສປປ.ລາວ.

ທຶນການສຶກສາ Fulbright ເປັນທຶນການສຶກສາທີ່ສຳຄັນທີ່ສຸດ ແລະ ເປັນໂຄງການແລກປ່ຽນການສຶກສາລະຫວ່າງປະເທດທີ່ສຳຄັນທີ່ສຸດຢູ່ໃນໂລກ ແລະ ທຶນການສຶກສາດັ່ງກ່າວສ້າງຂຶ້ນເພື່ອສ້າງຄວາມເຂົ້າໃຈຮ່ວມກັນລະຫວ່າງປະຊາຊົນຊາວສະຫະລັດອາເມຣິກາ ແລະ ປະຊາຊົນຢູ່ປະເທດອື່ນໆ ໂດຍມີເຈົ້າໜ້າທີ່ລາວເກືອບ 100 ທ່ານ ທີ່ເຄີຍໄດ້ໄປສຶກສາຕໍ່ຊັ້ນປະລິນຍາໂທຈາກມະຫາວິທະຍາໄລແຫ່ງຕ່າງໆຂອງສະຫະລັດອາເມຣິກາ ແລະ ມີເກືອບ 30 ທ່ານ ທີ່ເຄີຍໄດ້ໄປສຶກສາຕໍ່ເພື່ອຍົກລະດັບວິຊາສະເພາະຈາກມະຫາວິທະຍາໄລແຫ່ງຕ່າງໆຂອງສະຫະລັດອາເມຣິກາ  ຜ່ານທຶນການສຶກສາດັ່ງກ່າວນີ້.

ຂ່າວ/ພາບ: ພອນສະຫວັນ ສັງສົມບູນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...