Homeສຸຂະພາບ ແລະ ສີ່ງແວດລ້ອມປີນີ້ ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ຈະສ້າງກິດຈະກໍາເພື່ອສະຫຼອງວັນງົດສູບຢາໂລກ

ປີນີ້ ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ຈະສ້າງກິດຈະກໍາເພື່ອສະຫຼອງວັນງົດສູບຢາໂລກ

Published on

ກະຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ປະຈໍາ ສປປ.ລາວ ຈັດຖະແຫຼງຕໍ່ຜູ້ສື່ຂ່າວທຸກຂະແໜງການເພື່ອຮ່ວມສະເຫຼີມສະຫຼອງ ວັນງົດສູບຢາໂລກ 31 ພຶດສະພາ ຄົບຮອບ 28 ປີ ແລະ ວັນງົດສູບຢາແຫ່ງຊາດ ຄົບຮອບ 7 ປີ ປະຈໍາປີ 2016 ພາຍໃຕ້ຄໍາຂວັນ ການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃຫຽ່ໃສ່ຊອງຢາສູບ ເຊິ່ງພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນຕອນບ່າຍວັນທີ 23 ພຶດສະພາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ ທຸກໆປີ ອົງການອະນາໄມໂລກ ແລະ ປະເທດພາຄີ ໄດ້ຮ່ວມກັນສະເຫຼີມສະເຫຼີມວັນງົດສູບຢາໂລກດ້ວຍການປະຕິບັດກິດຈະກໍາຕ່າງໆ ເພື່ອສະແດງໃຫ້ເຫັນເຖິງຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ພ້ອມກັນນັ້ນ ກໍໄດ້ໃຫ້ຂໍ້ແນະນໍາທີ່ເປັນປະໂຫຽດແກ່ປະເທດພາຄີຄື ການກໍານົດນະໂຍບາຍ ແລະ ແຜນງານຕ່າງໆເພື່ອເຮັດໃຫ້ການບໍລິໂພກຢາສູບຫຼຸດລົງເທື່ອລະກ້າວ.

ເພື່ອປະຕິບັດຕາມພັນທະສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ ມາດຕາ 11 ກ່ຽວກັບການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃສ່ຊອງຢາສູບ ກະຊວງສາທາລະນະສຸກ ຮ່ວມກັບກະຊວງກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນເຊັ່ນ ອົງການອະນາໄມໂລກ ແລະ ອົງການສະມາພັນຄວບຄຸມຢາສູບອາຊຽນ ໄດ້ມີຄວາມພະຍາຍາມເພື່ອປະຕິບັດໃຫ້ໄດ້ຕາມພັນທະຂອງ ສປປ.ລາວ ຕໍ່ສົນທິສັນຍາສາກົນດັ່ງກ່າວ ຈິ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃສ່ຊອງຢາສູບ ເຊິ່ງໃນມື້ນີ້ ໃນນາມຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ກໍໄດ້ລົງລາຍເຊັນຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບຂະໜາດ 75%ໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບ ເພື່ອໃຫ້ສາມາດສື່ສານຂໍ້ມູນຄວາມຈິງກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບໃຫ້ແກ່ປະຊາຊົນລາວໃນຂອບເຂດທົ່ວປະເທດ.

ມາເຖິງປັດຈຸບັນ ທັງ 10 ປະເທດອາຊຽນ ແມ່ນໄດ້ອອກນິຕິກໍາກ່ຽວກັບການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບເປັນທີ່ຮຽບຮ້ອຍແລ້ວ ດ້ວຍເຫດນີ້ ກໍຖືວ່າເປັນໜ້າປະຫວັດສາດທີ່ກະຊວງສາທາລະນະສຸກ ມອບໃຫ້ເປັນຂອງຂວັນແກ່ປະຊາຊົນລາວທົ່ວປະເທດໃນການສົ່ງເສີມສຸຂະພາບ ທັງເປັນການສະເຫຼີມສະຫຼອງວັນງົດສູບຢາໂລກ ຄົບຮອບ 28 ປີ ກໍຄືວັນງົດສູບຢາແຫ່ງຊາດຄົບຮອບ 7 ປີໃນປີນີ້ໃຫ້ເຕັມໄປດ້ວຍຜົນສໍາເລັດອັນຍິ່ງໃຫຽ່ ທີ່ສາມາດບັນລຸຕໍ່ພັນທະສົນທິສັນຍາສາກົນ ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ຜູ້ດໍາເນີນທຸລະກິດ ຜະລິດ ແລະ ນໍາເຂົ້າຜະລິດຕະພັນຢາສູບ ຈົ່ງໃຫ້ຄວາມຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ຂະນະທີ່ທ່ານນາງ ຈູລຽດ ໄຟລໂຊຄ໌ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ.ລາວ ກໍໄດ້ຖະແຫຼງວ່າ ຜະລິດຕະພັນຢາສູບ ແມ່ນນຶ່ງໃນບັນດາໄພຂົ່ມຂູ່ຕໍ່ວຽກງານສົ່ງເສີມສຸຂະພາບທີ່ທົ່ວໂລກໄດ້ຜະເຊີນໜ້າຕະຫຼອດມາ ເຊິ່ງໃນແຕ່ລະປີມີຄົນເສຍຊີວິດຈາກພະຍາດທີ່ເກີດຈາກຢາສູບ 6 ລ້ານຄົນໃນທົ່ວໂລກ ສໍາລັບໃນພາກພື້ນປາຊີຟິກຕາເວັນຕົກ ມີຄົນເສຍຊີວິດ 2 ຄົນໃນທຸກ 1 ນາທີ ແລະ ປະມານ 13 ຄົນຕໍ່ມື້ໃນ ສປປ.ລາວ.

ນາງກ່າວຕໍ່ໄປວ່າ ໃນປີນີ້ ລັດຖະບານ ສປປ.ລາວ ກໍໄດ້ເຫັນດີສະເຫຼີມສະຫຼອງ ວັນງົດສູບຢາໂລກ ພາຍໃຕ້ຄໍາຂວັນ ການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃຫຽ່ ໃສ່ຊອງຢາສູບ ເຊິ່ງໃນສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ ໄດ້ຮຽກຮ້ອງໃຫ້ປະເທດທີ່ເປັນພາຄີຈົ່ງສ້າງຄວາມພ້ອມເພື່ອກ້າວໄປສູ່ການມີຊອງຢາສູບທີ່ບໍ່ມີການໂຄສະນາຍີ່ຫໍ້ຢາສູບໃນອະນາຄົດ ສ່ວນການພິມຄໍາເຕືອນທີ່ເປັນຮູບພາບໃສ່ສິ່ງຫຸ້ມຫໍ່ຜະລິດຕະພັນຢາສູບ ແມ່ນມີປະໂຫຽດຢ່າງຫຼວງຫຼາຍເຊັ່ນ ສື່ໃຫ້ເຫັນຜົນຮ້າຍທີ່ເກີດຈາກການສູບຢາ ແລະ ເຮັດໃຫ້ຜູ້ສູບຢາເຫັນເຖິງຜົນຮ້າຍຂອງຢາສູບ ຄິດຢາກອອກຢາສູບ ແລະ ນໍາໄປສູ່ການອອກຢາສູບ ດັງນັ້ນ ສົມຄວນແລ້ວທີ່ລັດຖະບານ ສປປ.ລາວ ໄດ້ອອກຂໍ້ຕົກລົງກ່ຽວກັບການພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃສ່ຜະລິດຕະພັນຫຸ້ມຫໍ່ຢາສູບຮ່ວມກັບ 77 ປະເທດໃນໂລກທີ່ເປັນພາຄີ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...