spot_img
Homeລວມກົດຫມາຍລາວການແບ່ງປັນມູນມໍລະດົກ ລະຫວ່າງຜົວ ຫຼື ເມຍ ທີ່ຍັງມີຊີວິດຢູ່ ແລະຍາດສາຍຕັ້ງ

ການແບ່ງປັນມູນມໍລະດົກ ລະຫວ່າງຜົວ ຫຼື ເມຍ ທີ່ຍັງມີຊີວິດຢູ່ ແລະຍາດສາຍຕັ້ງ

Published on

ຖ້າ​ຫາ​ກວ່າ​ຜູ້​ທີ່​ເປັນ​ຜົວ ຫຼື ເມຍ ຫາກ​ໄດ້​ເສຍ​ຊີ­ວິດ​ລົງ ແລະ​ຜູ້ ທີ່​ເສຍ​ຊີ­ວິດ​ນັ້ນ​ຊ້ຳ­ພັດ​ບໍ່​ມີ​ລູກ, ມີແຕ່​ພໍ່​ແມ່ ແລະ​ເມຍ ຫຼື ຜົວ ແລະ​ບໍ່ໄດ້​ເຮັດ​ພິ​ໄນ​ກຳ​ເອົາ​ໄວ້ໃນ​ກໍ­ລະ­ນີ ນີ້ ເມຍ ຫຼື ຜົວ ຝ່າຍ​ທີ່​ຍັງ​ມີ​ຊີ­ວິດຢູ່ ແລະ​ ພໍ່​ແມ່​ທີ່​ຍັງ​ມີ​ຊີ­ວິດ​ຢູ່​ນັ້ນ​ຈະແບ່ງ­ປັນ​ມູນ​ມໍ­ລະ­ດົກ​ກັນ​ຄື​ແນວໃດ? ໃຜ​ຈະ​ໄດ້​ຊັບ​ສິນ​ສ່ວນ​ໃດແດ່? ແລະ​ໄດ້​ໃນ​ຈຳ­ນວນ​ເທົ່າ­ໃດ? ຄຳ ຕອບ​ໃນ​ປະ​ເດັ້ນ​ນີ້​ມີ​ຢູ່​ໃນ​ມາດ­ຕາ 13 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ການ ສືບ​ທອດ​ມູນ​ມໍ­ລະ­ດົກ​ຄື​ການ​ແບ່ງປັນ​ມູນ​ມໍ­ລະ­ດົກ​ລະ­ຫວ່າງ​ຜົວ ຫຼື ເມຍ​ທີ່​ຍັງ​ມີ​ຊີ­ວິດ​ຢູ່ ແລະ​ຍາດ​ສາຍ ຕັ້ງ​ທີ່​ໄດ້​ລະ­ບຸ​ໄວ້​ວ່າ​ໃນ​ກໍ­ລະ­ນີ​ທີ່​ຜົວ ຫຼື ເມຍ ຊຶ່ງ​ບໍ່​ມີ​ລູກ​ຫາກ​ເສຍ​ຊີ ວິດ​ໄປ​ຍັງ​ເຫຼືອ​ແຕ່​ຜົວ ຫຼື ເມຍ ແລະ​ຍາດ​ສາຍ​ຕັ້ງ, ການ​ແບ່ງ­ປັນມູນ​ມໍ­ລະ­ດົກ​ໃຫ້​ປະ­ຕິ­ບັດ​ດັ່ງ­ນີ້: ເມຍ ຫຼື ຜົວ ທີ່​ຍັງ​ມີ​ຊີ­ວິດ​ຈະ​ໄດ້​ຮັບ​ສ່ວນແບ່ງ­ປັນ​ໜຶ່ງ​ສ່ວນ​ສາມ​ຂອງ​ຊັບ ເດີມ​ຂອງ​ຜູ້​ທີ່​ເສຍ​ຊີ­ວິດ ແລະອີກ​ສອງ​ສ່ວນ​ສາມ​ນັ້ນ​ກໍ່​ໃຫ້​ແບ່ງປັນ​ໃຫ້​ແກ່​ຍາດ​ສາຍ​ຕັ້ງ​ເປັນ​ພູດ ສະ­ເໝີ​ກັນ ນອກ­ຈາກ​ນີ້​ຜົວ ຫຼື ເມຍຜູ້​ທີ່​ຍັງ​ມີ​ຊີ­ວິດ​ຢູ່​ນັ້ນ​ຈະ​ໄດ້ຮັບ​ສິນ​ສົມ​ສ້າງ ຊຶ່ງ​ເປັນ​ພູດ​ຂອງຜູ້​ທີ່​ເສຍ​ຊີ­ວິດ​ນັ້ນ​ທັງ​ໝົດ.

ຍົກ​ຕົວ­ຢ່າງ, ທ້າວ ໂລກ ຫາກໍ​ໄດ້​ແຕ່ງ­ດອງ​ແລ້ວ​ຫຼັງ​ຈາກ​ນັ້ນ ກໍ​ໄດ້​ເສຍ​ຊີ­ວິດ​ລົງ ໂດຍ​ທີ່​ຍັງ​ບໍ່​ທັນ ໄດ້​ມີ​ລູກ ທ້າວ ໂລກ ມີ​ຊັບ​ເດີມ​ຄື ເງິນ­ສົດ​ຈຳ­ນວນ​ຮ້ອຍ​ຊາວ​ລ້ານ ແລະ​ມີ​ສິນ​ສົມ​ສ້າງ​ສ່ວນ​ຍັງ​ເຫຼືອ ຈາກ​ການ​ແບ່ງ­ປັນ​ໃຫ້​ເມຍ​ທີ່​ຍັງ​ມີ ຊີ­ວິດ​ຢູ່​ນັ້ນ­ແລ້ວ, ແມ່ນ​ເຮືອນ ແລະ​ດິນ​ໜຶ່ງ​ຕອນ ຊຶ່ງ​ທ້າວ ໂລກ ມີ​ພຽງ​ແຕ່​ເມຍ ແລະ​ພໍ່​ແມ່​ທີ່​ເປັນຍາດ​ພີ່­ນ້ອງ ດັ່ງ­ນັ້ນ​ໃນ​ການ​ແບ່ງ ປັນ​ມູນ​ມໍ­ລະ­ດົກ​ຂອງ​ທ້າວ ໂລກ ລະ­ຫວ່າງ​ຜູ້​ເປັນ​ເມຍ ແລະ​ພໍ່​ແມ່ ນັ້ນ​ແມ່ນ​ມີ​ຄື​ດັ່ງ­ນີ້:

ຜູ້​ເປັນ​ເມຍ​ຈະ​ໄດ້​ຮັບ​ມູນ​ມໍ​ລະດົກ​ໜຶ່ງ​ສ່ວນ​ສາມ​ໃນ​ສ່ວນ​ທີ່​ເປັນ ຊັບ​ເດີມ​ຂອງ​ທ້າວ ໂລກ ນັ້ນ​ກໍ​ຄື ເອົາ​ຈຳ­ນວນ​ເງິນ​ໜຶ່ງ​ຮ້ອຍ​ຊາວລ້ານ​ກີບ​ມາ​ຫານ​ສາມ​ເທົ່າ​ກັນ​ສີ່ ສິບ​ລ້ານ​ກີບ, ຜູ້​ເປັນ​ເມຍ​ຈະ​ໄດ້​ຮັບ ມູນ​ໃນ​ສ່ວນ​ນີ້​ຈຳ­ນວນ​ສີ່​ສິບ​ລ້ານກີບ, ສ່ວນ​ທີ່​ຍັງ​ເຫຼືອ​ຈຳ­ນວນ​ແປດສີບ​ລ້ານ​ກີບ​ແມ່ນ​ໃຫ້​ຕົກ​ເປັນ​ຂອງ ພໍ່​ແມ່​ຂອງ​ທ້າວ ໂລກ ໃນ​ສ່ວນ​ທີ່ ເປັນ​ພູດ​ສິນ​ສົມ​ສ້າງ​ຂອງ​ຜູ້​ທີ່​ເສຍ​ຊີ­ວິດ​ນັ້ນ, ຕາມ​ກົດ­ໝາຍ​ແລ້ວ​ແມ່ນ ໃຫ້​ຕົກ​ເປັນ​ຂອງ​ຜົວ ຫຼື ເມຍ ຂອງຜູ້​ທີ່​ເສຍ​ຊີ­ວິດ, ດັ່ງ­ນັ້ນ​ຊັບ​ສິນ​ໃນ ສ່ວນ​ນີ້​ຄື​ເຮືອນ ແລະ​ດິນ​ໜຶ່ງ​ຕອນ ແມ່ນ​ຈະ​ຕົກ​ເປັນ​ຂອງ​ເມຍ​ຂອງ​ທ້າວ ໂລກ ໂດຍ​ທີ່​ພໍ່​ແມ່​ບໍ່​ມີ​ສິດ​ທີ່​ຈະ​ໄດ້ຮັບ​ໃນ​ສິນ​ສ່ວນ​ນີ້.

ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ເປັນ​ແບບນີ້, ຜູ້​ຂຽນ​ຄິດ​ວ່າ​ຈຸດ­ປະ­ສົງ​ຂອງກົດ­ໝາຍ​ແມ່ນ​ເພື່ອ​ໃຫ້​ສິດ​ແກ່​ສາຍຜົວ​ເມຍ ແລະ​ອີກ​ປະ­ການ​ໜຶ່ງ​ກໍ່ ຄື​ສິນ​ສົມ​ສ້າງ​ແມ່ນ​ຊັບ​ສິນ​ທີ່​ຫາ​ມາໄດ້​ຮ່ວມ​ກັນ​ລະ­ຫວ່າງ​ຜົວ​ເມຍ​ພາຍຫຼັງ​ທີ່​ໄດ້​ແຕ່ງ­ດອງ​ເປັນ​ຜົວ​ເມຍ​ກັນແລ້ວ, ດັ່ງ­ນັ້ນ ຈິ່ງ​ຖື​ວ່າ​ຊັບ​ສິນ​ທຸກຢ່າງ​ທີ່​ໄດ້​ມາ​ພາຍ­ຫຼັງ​ການ​ແຕ່ງດອງ​ນັ້ນ​ກໍ່​ແມ່ນ​ຜູ້​ເປັນ​ຜົວ ຫຼື ເມຍຜູ້​ທີ່​ມີ​ຊີ­ວິດ​ຢູ່​ນັ້ນ​ມີ​ກຳ­ມະ­ສິດ​ນຳ​ທຸກປະ­ການ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...