Homeຂ່າວຕ່າງປະເທດສຸດເສົ້າ ອິນໂດເນເຊຍພົບສາກເຮືອກດຳນໍ້າ ແລະ ລູກເຮືອເສຍຊີວິດທັງໝົດ

ສຸດເສົ້າ ອິນໂດເນເຊຍພົບສາກເຮືອກດຳນໍ້າ ແລະ ລູກເຮືອເສຍຊີວິດທັງໝົດ

Published on

ເຮືອດຳນໍ້າ ເຄອາໄວ ນັງກາລາ 402 ໄດ້ສູນຫາຍໃນວັນພຸດ ວັນທີ 21 ເມສາ ທີ່ຜ່ານມາ ພ້ອມທັງລູກເຮືອ 53 ຄົນ ເຊິ່ງເກີດຂື້ນລະຫວ່າງການຝຶກຊ້ອມຍິງຕໍປິໂດ ໃນເຂດນໍ້າທາງເໜືອຂອງເກາະບາຫຼີ ໂດຍເຮືອເລີ່ມຂາດການຕິດຕໍ່ໃນເວລາປະມານ 4:30 ໂມງເຊົ້າ ຫຼັງດຳລົງທະເລໃນເວລາ 3:00 ໂມງເຊົ້າ ກອງທັບອິນໂດເນເຊຍຂາດວ່າ ເຮືອດຳນໍ້າອາດມີບັນຫາໄຟຟ້າດັບ ເຊິ່ງຈະເຮັດໃຫ້ເຫຼືອອອກຊີເຈນໃຊ້ໄດ້ຈົນເຖິງ 3:00 ໂມງເຊົ້າ ຂອງວັນເສົາເທົ່ານັ້ນ ແຕ່ຖ້າພົບບັນຫາອື່ນທີ່ບໍ່ແມ່ນໄຟຟ້າດັບ ຄົນພາຍໃນເຮືອກໍຈະສາມາດມີອອກຊີເຈນໃຊ້ໄດ້ເຖິງ 5 ມື້.

ມາຮອດປະຈຸບັນ, ອິນໂດເນເຊຍພົບຊາກເຮືອດຳນໍ້າຈົມຢູ່ພື້ນທະເລລຶກ ໂຕເຮືອແຕກເປັນ 3 ທ່ອນ ຄາດວ່າລູກເຮືອພະຍາຍາມໜີເອົາຊີວິດຫຼອດແຕ່ບໍ່ເປັນຜົນ ເຮັດໃຫ້ສຸດທ້າຍເສຍຊີວິດຍົກລໍາ.

ກອງທັບອິນໂດເນເຊຍ ຖະແຫຼງວ່າ: ພົບຊາກເຮືອດຳນໍ້າ ເຄອາໄວ ນັງກາລາ 402 ທີ່ສູນຫາຍຢູ່ບໍລິເວນຊ່ອງແຄບບາຫຼີ ເມື່ອອາທິດກ່ອນ ພ້ອມທັງຢືນຢັນວ່າ: ລູກເຮືອທັງໝົດ 53 ຄົນ ແມ່ນເສຍຊີວິດແລ້ວ ຫຼັງຈາກມີການໃຊ້ສັນຍານໂຊນາ ຫຼື ຄື້ນສຽງເພື່ອຄົ້ນຫາວັດຖຸ ໃນການຊອກຫາຕຳແໜ່ງຂອງເຮືອດຳນໍ້າ.

ໃນຂະນະທີ່ເຮືອກູ້ໄພໃຕ້ນໍ້າຂອງສິງກະໂປສາມາດຖ່າຍພາບ ຂອງຊາກເຮືອທີ່ຈົ່ມລົງພື້ນທະເລລືກ 850 ແມັດ ນອກຈາກນີ້ຍັງພົບຊຸດເພື່ອໃສ່ແຊ່ນໍ້າທະເລ ເອົານໍາອອກມາໄວ້ທາງນອກ ເຮັດໃຫ້ມີການຕັ້ງຂໍ້ສົງໃສວ່າ ລູກເຮືອໄດ້ນຳເອົາຊຸດດັ່ງກ່າວອອກມາໃຊ້ເພື່ອຈະໜີອອກຈາກເຮືອດຳນໍ້າ ແຕ່ບໍ່ມີໂອກາດ ສຸດທ້າຍທຸກຄົນແມ່ນເສຍຊີວິດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...