Homeຂ່າວການພັດທະນາຫົວພັນຖິ່ນກຳເນີດປະຕິວັດ ສຸມພັດທະນາ 5 ທ່າແຮງຂອງແຂວງ

ຫົວພັນຖິ່ນກຳເນີດປະຕິວັດ ສຸມພັດທະນາ 5 ທ່າແຮງຂອງແຂວງ

Published on

ແຂວງ​ຫົວ­ພັນ ນັບ​ວ່າ​ເປັນ​ແຂວງໜຶ່ງ​ທີ່​ຍັງ​ມີ​ອັດ­ຕາ​ຄວາມ­ທຸກ​ຍາກ​ຂອງປະ­ຊາ­ຊົນ​ຫຼາຍ​ສົມ­ຄວນສະ­ນັ້ນເພື່ອ​ແກ້ບັນ­ຫາ​ດັ່ງ­ກ່າວກໍ​ຄື​ປະ­ຕິ­ບັດ​ຕາມ​ແນວທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທາງ​ແຂວງຈິ່ງ​ສຸມ​ໃສ່​ການ​ພັດ­ທະ­ນາ 5 ທ່າ­ແຮງ​ຫຼັກ​ຂອງ​ແຂວງ​ເປັນ­ຕົ້ນ​ຕໍໂດຍ​ສະ­ເພາະການ​ປູກ­ຝັງ, ການ​ລ້ຽງ­ສັດ, ການ­ທ່ອງ­ທ່ຽວ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ ແລະ ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກເພື່ອ​ຂັບເຄື່ອນ​ເສດ­ຖະ­ກິດ​ໃຫ້​ຂະ­ຫຍາຍ​ຢ່າງ​ຕໍ່ເນື່ອງ​ທີ່​ຈະ​ຊ່ວຍ​ຍູ້​ໜູນ​ເຮັດ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ມີ​ລະ­ດັບ​ທີ່​ດີ​ຂຶ້ນເທື່ອ​ລະ​ກ້າວ.

ທ່ານ ພັນ​ທອງ ເພັດ​ໄຊ​ສົມ​ພັນ ຮອງເຈົ້າ­ແຂວງໆ​ຫົວ­ພັນໃຫ້​ຮູ້­ເມື່ອ​ບໍ່​ດົນ​ມານີ້​ວ່າ: ເນື່ອງ​ວ່າ​ແຂວງ​ຫົວ­ພັນ​ເປັນ​ແຂວງ ທີ່​ທຸກ​ຍາກ​ກວ່າ​ໝູ່​ໃນ​ປະ­ເທດປະ­ຈຸ​ບັນ​ມີອັດ­ຕາ​ຄວາມ­ທຸກ​ຍາກ 18% ຂອງ​ຈຳນວນ​ຄອບ­ຄົວ ເທົ່າ​ກັບ 8 ພັນ​ກວ່າ​ຄອບ­ຄົວຊຶ່ງ​ຜ່ານ​ມາ​ແຂວງ​ໄດ້​ສຸມ​ທຶນ­ຮອນເຂົ້າ​ໃສ່​ໃນ​ການ​ສ້າງ​ກິດ­ຈະ­ກຳ​ເພີ່ມ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ ແລະ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ​ແນວ­ໃດ​ກໍ​ດີ​ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນພາຍໃນ​ແຂວງ​ມີ​ຊີ­ວິດ​ການ​ເປັນ​ຢູ່​ດີ​ຂຶ້ນຫຼຸດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ​ແຂວງ​ໄດ້​ວາງ​ວິ​ໃສ​ທັດ​ການ​ພັດ­ທະ­ນາ​ຕາມ 5 ທ່າ­ແຮງ​ບົ່ມ​ຊ້ອນ​ຂອງ​ແຂວງເປັນ­ຕົ້ນ​ແມ່ນ​ການ​ປູກ­ຝັງ​ປູກ​ພືດ​ປອດສານ­ພິດ​ເພື່ອ​ຈຳ­ໜ່າຍ​ຕະ­ຫຼາດ​ພາຍ​ໃນ ແລະ​ສົ່ງ​ອອກ, ການ​ລ້ຽງ­ສັດໂດຍ​ສະ­ເພາະງົວ, ຄວາຍ, ໝູ ແລະ​ອື່ນໆ, ການ­ທ່ອງ­ທ່ຽວ​ຕິດ​ພັນ​ກັບ​ການ​ບໍ­ລິ­ການ​ທາງ ຜ່ານ, ຫັດ­ຖະ­ກຳ​ທີ່​ເປັນ​ມູນ­ເຊື້ອ​ເປັນ­ຕົ້ນຕ່ຳ­ຫູກ​ທໍ​ໄໝ, ການ​ຈັກ­ສານ ແລະ​ການ​ປັ້ນ​ຫຼໍ່​ຕ່າງໆ ແລະ​ການ​ກໍ່­ສ້າງ​ເຂື່ອນ​ໄຟ ຟ້າ​ນ້ຳ­ຕົກຊຶ່ງ​ປະ­ຈຸ​ບັນ​ມີ​ຫຼາຍ​ໂຄງ­ການທີ່​ກໍ່­ສ້າງ ແລະ​ກຳ­ລັງ​ກໍ່­ສ້າງ.

ແນວ­ໃດ​ກໍ​ດີອີງ​ຕາມ​ບົດ​ສະ­ຫຼຸບ​ຂອງ ສົກ​ປີ 2014-2015  ທົ່ວ​ແຂວງ​ຫົວ­ພັນມີ​ເນື້ອ­ທີ່​ປູກ­ຝັງ​ທັງ​ໝົດ 61.162 ເຮັກ­ຕາເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 332.612 ໂຕນ ໃນ​ນັ້ນ ເນື້ອ­ທີ່​ປູກ​ເຂົ້າ​ມີ​ທັງ​ໝົດ 27.478 ເຮັກ­ຕາ ເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ 1,10 ແສນ​ໂຕນ ສຳ­ລັບ​ເນື້ອ­ທີ່​ປູກ​ພືດ​ມີ 33.684 ເຮັກ­ຕາ ໃນ​ນີ້ ປູກ​ພືດ​ຕົ້ນ­ຕໍ 26.784 ເຮັກ ຕາ ຜົນ​ຜະ­ລິດ​ໄດ້ 1,78 ແສນ​ກວ່າ​ໂຕນ ແລະ​ເນື້ອ­ທີ່​ປູກ​ພືດ​ສິນ­ຄ້າ​ທົ່ວ​ໄປ 5.598 ເຮັກ­ຕາ ຜົນ​ຜະ­ລິດ​ໄດ້ 36,62 ພັນ​ໂຕນ, ສ່ວນ​ສັດ­ລ້ຽງ​ມີ​ທັງ​ໝົດ 2,79 ແສນ​ກວ່າ ໂຕ ມີ​ສັດ​ໃຫຍ່ (ງົວ ແລະ​ຄວາຍ) 1,28 ແສນ​ກວ່າ​ໂຕ ແລະ​ສັດ​ປີກ 910.101 ໂຕ.

ທົ່ວ​ແຂວງ​ມີ​ແຫຼ່ງ​ທ່ອງ​ທ່ຽວ​ທັງ​ໝົດ 124 ແຫ່ງ ໃນ​ນັ້ນ ແຫຼ່ງ​ທ່ອງ​ທ່ຽວ​ທາງດ້ານ​ທຳ​ມະ​ຊາດ 37 ແຫ່ງ, ທາງ​ດ້ານວັດ­ທະ­ນະ­ທຳ 30 ແຫ່ງ ແລະ​ແຫຼ່ງ​ທ່ອງທ່ຽວ​ປະ­ຫວັດ­ສາດ 57 ແຫ່ງ ສາ­ມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄດ້​ທັງ​ໝົດ 39.341 ຄົນ ໃນ​ນັ້ນ ແຂກ​ພາຍ​ໃນ 16.400 ຄົນ ແລະ​ແຂກ​ຕ່າງ­ປະ­ເທດ 22.941 ຄົນ ໂດຍ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການທ່ອງ​ທ່ຽວ​ໄດ້ 16,85 ຕື້​ກີບ.

ໂດຍ​ປະ­ຈຸ​ບັນ​ຈຳ­ນວນ ບ້ານ​ທີ​ໄດ້ ຊົມ­ໃຊ້​ໄຟ­ຟ້າ​ແລ້ວ​ມີ 429 ບ້ານ ເທົ່າ​ກັບ 59,75% ຂອງ​ບ້ານທັງ​ໝົດ, ມີ 32.470 ຄົວ​ເຮືອນ ເທົ່າ​ກັບ 67,52% ຂອງ​ຄົວ​ເຮືອນ​ທັງ​ໝົດ ແລະ​ສາ­ມາດ​ຈຳ­ໜ່າຍ​ກະ­ແສ​ໄຟ­ຟ້າ​ສາ­ຂາ​ແຂວງ​ຫົວ­ພັນ ໄດ້ 24,89 ລ້ານ​ກວ່າ​ກິ​ໂລ​ວັດ (Kw)  ສາ­ມາດ​ເກັບ​ລາຍ​ໄດ້​ຈາກ​ພະ­ລັງ­ງານ ມູນ​ຄ່າ 16,25 ຕື້​ກີບ ໃນ​ນັ້ນ ການ​ຜະ­ລິດ​ຈຳ­ໜ່າຍ​ໄຟ­ຟ້າ​ນ້ຳ­ຕົກ​ປະ­ຕິ­ບັດ​ໄດ້ 775.750 ກິ​ໂລ​ວັດ ນອກ​ນັ້ນກຳ­ລັງ​ກໍ່ ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ 6 ແຫ່ງ​ມີ​ກຳ ລັງ​ຕິດ​ຕັ້ງ​ໄຟ­ຟ້າ​ລວມ 234 ເມ​ກາ​ວັດ ມູນ​ຄ່າ 510 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...