Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ຈັນ­ທະ​ບູ​ລີ ມ້າງ​ແກ້ງ​ລັກ​ລົດກັກ​ຜູ້​ຖືກ​ຫາ 20 ຄົນ

ປກສ ຈັນ­ທະ​ບູ​ລີ ມ້າງ​ແກ້ງ​ລັກ​ລົດກັກ​ຜູ້​ຖືກ​ຫາ 20 ຄົນ

Published on

ວັນ​ທີ 19 ພຶດ­ສະ­ພາ ຜ່ານ​ມາເຈົ້າ​ໜ້າ­ທີ່ ປກສ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນໄດ້​ຖະ­ແຫຼງ­ການ​ກ່ຽວ​ກັບ​ຜົນ​ການ​ມ້າງ​ກຸ່ມ​ລັກ​ຊັບ​ພົນ­ລະ­ເມືອງ (ລັກ​ລົດ­ຈັກ) ຊຶ່ງ​ມີ​ລາຍ​ລະ­ອຽດຄື: ເລີ່ມ​ແຕ່​ວັນ​ທີ 26 ພະ­ຈິກ 2015 ເປັນຕົ້ນ​ມາ, ສາ­ມາດ​ຈັບ​ກຸມ​ແກ້ງ​ລັກ​ລົດ​ໄດ້ 2 ກຸ່ມ​ຄື:ກຸ່ມ​ທີ 1 ກັກ​ຜູ້​ຖືກ​ຫາ​ໄດ້ 12 ຄົນ, ສາ­ມາດ​ເກັບ​ກູ້​ຂອງ​ກາງ​ໄດ້ ລົດ­ຈັກ 10 ຄັນ, ກຸ່ມ​ທີ 2 ກັກ​ຜູ້​ຖືກ​ຫາ​ໄດ້ 8 ຄົນ, ເກັບ​ກູ້​ຂອງ​ກາງ​ໄດ້ ລົດ­ຈັກ 11 ຄັນ, ລວມ 2 ກຸ່ມ ກັກ​ຜູ້​ຖືກ​ຫາ​ໄດ້​ທັງ​ໝົດ 20 ຄົນ, ສາ­ມາດ​ເກັບ​ກູ້​ຂອງ​ກາງ​ລົດ­ຈັກ​ໄດ້​ທັງ​ໝົດ 21 ຄັນ).

ສຳ­ລັບ ກຸ່ມ​ທີ 1 ມີ ທ້າວ ພຸດ​ຕີ້ ອາ­ຍຸ 26 ປີ, ທ້າວ ແອ­ນ້ອຍ(ເປດ) ອາ​ຍູ 33 ປີ, ທ້າວ ວິ­ລະ​ພົນ  ຍົດ​ລື​ໄຊ ອາ­ຍຸ 18 ປີ, ທ້າວ ສົມ​ເພັດ ຈັນ­ທະ​ວົງ ອາ­ຍຸ 30 ປີ, ທ້າວ ຈ່ອຍ ຄູນ​ມີ​ໄຊ ອາ­ຍຸ 20 ປີ, ທ້າວ ຄຳ​ພຽນ( ເປົ້າ) ອາ­ຍຸ 20 ປີ, ທ້າວ ພູ­ເຂົາ​ຄຳ(ແຫຼ້) ອາ­ຍຸ 19 ປີ, ທ້າວ ແສງ​ຈັນ ວັນ​ທາ​ນຸ​ວົງ ອາ­ຍຸ 20 ປີ, ທ້າວ ວີ­ລະ​ຊາດ  ອາ­ຍຸ 36 ປີ, ທ້າວ ພອນ​ສະ ຫວັນ ໄຊ​ປັນ­ຍາ ອາ­ຍຸ 31 ປີ, ທ້າວ ອາ ລຸນ ເກດ​ສີ​ທອງ ອາ­ຍຸ 24 ປີ ແລະ​ທ້າວ ສີ​ລາ ທອງ​ຈັນ​ມາ ອາ­ຍຸ 25 ປີ.

ກຸ່ມ​ທີ 2 ມີ ທ້າວ ຄຳ​ເພັດ ສິດ­ທິ​ລາດ  ອາ­ຍຸ 17 ປີ, ທ້າວ ຫັດ­ສະ­ດີ(ລັ່ງ) ອາ­ຍຸ 15 ປີ, ທ້າວ​ອາ­ພາ­ກອນ (ລີ້) ອາ­ຍຸ 15 ປີ, ທ້າວ ກີ​ຕ້າ ອາ­ຍຸ 18 ປີ, ທ້າວ ວົງ ພະ­ຈັນ ອາ­ຍຸ 19 ປີ, ທ້າວ ຄູນ​ສະ​ຫວັດ ອາ­ຍຸ 18 ປີ, ທ້າວ ເອ­ກະ​ພົນ  ອາ­ຍຸ 15 ປີ ແລະ​ທ້າວ ໂຊ ພິ​ດາ​ວົງ ອາ­ຍຸ 21 ປີ.

ຜ່ານ​ການ​ດຳ­ເນີນ​ຄະ­ດີ​ຂອງ​ເຈົ້າ​ໜ້າ ທີ່​ສາ­ມາດ​ເກັບ​ກູ້​ຂອງ​ກາງ​ຄະ­ດີ​ປະ­ເພດ ລົດ­ຈັກ ໄດ້​ທັງ​ໝົດ 21 ຄັນ, ປະ­ຈຸ​ບັນ​ໄດ້ ມີ​ຜູ້​ເສຍ​ຫາຍ​ໄດ້​ນຳ​ເອົາ​ເອ­ກະ­ສານ​ລົດ ເຂົ້າ​ມາ​ແຈ້ງ​ຕໍ່​ເຈົ້າ​ໜ້າ­ທີ່​ແລ້ວ​ຈຳ­ນວນ 17 ຄັນ, ຜ່ານ​ການ​ກວດ​ສອບ​ເອ­ກະ­ສານ​ລົດ​ທີ່​ເຈົ້າ​ຂອງ​ຊັບ​ເອົາ​ມາ​ແຈ້ງ​ຕໍ່​ເຈົ້າ​ໜ້າ­ທີ່​ນັ້ນ​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ​ເຫັນ ຄວນ​ມອບ​ຄືນ​ໃຫ້​ເຈົ້າ​ຂອງ​ຊັບ​ເດີມ​ເພື່ອ​ເອົາ​ໄປ​ນຳ​ໃຊ້​ໃນ​ຄອບ­ຄົວ ແລະ​ໜ້າ­ທີ່​ວຽກ​ງານ, ສ່ວນ​ລົດ​ຄັນ​ທີ່​ເຈົ້າ​ຂອງ​ຊັບ ຍັງ​ບໍ່​ທັນ​ເຂົ້າ​ມາ​ແຈ້ງ​ນັ້ນ​ແມ່ນ​ຈະ​ສືບ­ຕໍ່​ຊອກ​ຫາ​ເຈົ້າ​ຂອງ​ຊັບ​ເພື່ອ​ມອບ​ຄືນ​ໃຫ້ ເຈົ້າ​ຂອງ​ຊັບ​ເດີມ, ສ່ວນ​ເປົ້າ​ໝາຍ​ທີ່​ຖືກ​ຊັດ​ທອດ​ຈາກ​ຄະ­ດີ​ດັ່ງ­ກ່າວ ແມ່ນ​ສືບ­ຕໍ່​ນຳ​ຊອກ, ນຳ​ຈັບ​ມາ​ດຳ­ເນີນ​ຄະ­ດີ​ຕາມ ລະ­ບຽບ​ກົດ­ໝາຍ, ສ່ວນ​ຂອງ​ກາງ​ຄະ­ດີ​ທີ່ເກັບ​ກູ້​ຍັງ​ບໍ່​ທັນ​ໄດ້ ທາງ​ກອງ​ວິ­ຊາ​ສະເພາະ​ຈະ​ສືບ­ຕໍ່​ນຳ​ເກັບ​ກູ້​ເຄື່ອງ​ຂອງ​ກາງເພື່ອ​ມາ​ມອບ​ໃຫ້​ຜູ້​ເສຍ​ຫາຍ​ຕໍ່​ໄປ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...