Homeຂ່າວການພັດທະນາລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບທູດຍີ່ປຸ່ນ

ລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບທູດຍີ່ປຸ່ນ

Published on

ວັນທີ 23 ພຶດສະພາ 2016 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທ່ານ Takeshi Hikihara ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈຳ ລາວ ເນື່ອງໃນໂອກາດທີ່ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່.

ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ລະຫວ່າງລາວ-ຍີ່ປຸ່ນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເປັນຕົ້ນການພົວພັນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ພ້ອມທັງ ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໂດຍສະເພາະ ແມ່ນບັນດາໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດຂອງລາວ ຢ່າງມີປະສິດທິຜົນ. ພ້ອມທັງ ສະແດງຄວາມຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ຊຸກຍູ້ສົ່ງເສີມ ດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ ແລະ ອື່ນໆ.

ທ່ານ Takeshi Hikihara ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ສະຫລະເວລາຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້, ພ້ອມສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ລັດຖະມົນຕີຕ່າງປະເທດ ຈົ່ງໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ຂອງຕົນ ແລະ ຕີລາຄາສູງຕໍ່ໝາກຜົນ ແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດລາວ, ພ້ອມຢືນຢັນຈະໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການເປັນປະທານອາຊຽນ ແລະ ສະແດງຄວາມພໍໃຈ ຕໍ່ການພົວພັນຮ່ວມມືທີ່ມີໝາກຜົນອັນດີ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ຈະສືບຕໍ່ພົວພັນຮ່ວມມື ກັບ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...