HomeBaby-ແມ່ແລະເດັກວິທີດູແລໃສ້ບື້ເດັກນ້ອຍເກີດໃໝ່ແນວໃດ ບໍ່ໃຫ້ອັກເສບ ແລະ ຕິດເຊື້ອ

ວິທີດູແລໃສ້ບື້ເດັກນ້ອຍເກີດໃໝ່ແນວໃດ ບໍ່ໃຫ້ອັກເສບ ແລະ ຕິດເຊື້ອ

Published on

ວິທີດູແລໃສ້ບື້ເດັກນ້ອຍເກີດໃໝ່ ແນວໃດບໍ່ໃຫ້ອັກເສບ ແລະ ຕິດເຊື້ອ ວັນນີ້ລາວໂພສຕ໌ມີເຄັດລັບໜ້າຮູ້ດີໆມາຝາກ ພ້ອມແລ້ວເຮົາໄປຮູ້ຈັກວິທີກັນເລີຍ

ດູແລຂັ້ນທຳອິດ

ໃນເວລາທີ່ໃສ້ບືຍັງບໍ່ຫຼຸດອອກ ຜູ້ເປັນພໍ່ແມ່ມັກດູແລຄວາມສະອາດເປັນຢ່າງດີ ໝໍຈະພະຍາຍາມສອນວິທີເຊັດ ແລະ ດູແລກ່ອນພໍ່ແມ່ຈະອຸ້ມລູກນ້ອຍກັບເຮືອນ ແຕ່ຈະຂໍຢ້ຳອີກວ່າ ຕ້ອງໃຊ້ແອລກໍຮໍ 70% ແລະ ສຳລີສະອາດ ຕ້ອງຊັດພຽງຄັ້ງດຽວແລ້ວຖິ້ມເລີຍ ຫ້າມເຊັດໄປເຊັດມາ ໃຫ້ເຊັດທາງດຽວແລ້ວຖິ້ມ ແລະ ຖ້າໃສ້ບືຫຼຸດແລ້ວ ຍັງຄົງຕ້ອງໃຊ້ແອລກໍຮໍເຊັດຕໍ່ໄປຈົນເຫັນວ່າໃສ້ບືລູກແຫ້ງດີແລ້ວ

ອາການແບບໃດຕ້ອງຟ້າວໄປພົບແພດ

ບໍ່ວ່າໃສ້ບືລູກຈະຫລຸດອອກແລ້ວ ຫຼື ບໍ່ ຖ້າເກີດອາການບວມ, ແດງ, ມີໜອງ, ມີກິ່ນ, ມີນ້ຳຊຶມ ຫຼື ມີຕິ່ງເນື້ອຢື່ນອອກມາ ຕ້ອງໃຫ້ແພດສະເພາະເດັກກວດຫາສາເຫດ ເພາະບາງຄັ້ງບໍ່ໄດ້ເກີດຈາກການທຳຄວາມສະອາດກໍ່ອາດເປັນໄປໄດ້ ດັ່ງນັ້ນຢ່ານິ້ງນອນໃຈ

ສ່ວນສາເຫດທີ່ເຮັດໃຫ້ໃສ້ບືເກີດມີບັນຫາເກີດໄດ້ຫຼາຍສາເຫດເຊັ່ນ

1. ຕິດເຊື້ອ, ເຮັດໃຫ້ເຊື້ອໂຣກເຂົ້າສູ່ກະແສເລືອດ ລູກຈະມີອາການໄຂ້ບໍ່ສະບາຍຕາມມາ

2. ທໍ່ຕໍ່ລະຫວ່າງກະເພາະປັດສະວະກັບໃສ້ບືລະລາຍຕົວບໍ່ໝົດ (ຫຼັງໃສ້ບືຫຼຸດອອກແລ້ວ) ຈຳເປັນຕ້ອງໄດ້ຮັບການຮັກສາ ບໍ່ດັ່ງນັ້ນຈະເກີດອັກເສບຂຶ້ນເລື່ອຍໆ

3. ສຳລັບເດັກທີ່ໃຫຍ່ຂຶ້ນມາເລັກໜ້ອຍ ອາດຈະແກະ, ເກົາ, ຈົນເຮັດໃຫ້ເກີດບາດແຜບໍລິເວນໃສ້ບືໄດ້

ເມື່ອໃສ້ບືລູກແຫ້ງດີແລ້ວບໍ່ຈຳເປັນຕ້ອງໃຊ້ແອລກໍຮໍເຊັດອີກຕໍ່ໄປ ກໍ່ອາບນ້ຳຖູສະບູຕາມປົກກະຕິ ແຕ່ບໍ່ຕ້ອງເຊັດເຂົ້າໄປຮອດດ້ານໃນ ແລະ ບໍ່ຄວນໂຮຍແປ້ງໃສ່ ເພາະເມື່ອແປ້ງເຂົ້າໄປສະສົມກໍ່ຈະເປັນແຫຼ່ງເພາະພັນຂອງເຊື້ອພະຍາດໄດ້ເປັນຢ່າງດີ

ທີ່ມາ: http://baby.kapook.com/

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...