Homeຂ່າວທ້ອງຖິ່ນໂຮງພະຍາບານມຸກດາຫານອິນເຕີ ມອບຜ້າກັ້ງໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ

ໂຮງພະຍາບານມຸກດາຫານອິນເຕີ ມອບຜ້າກັ້ງໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ

Published on

ໂຮງພະຍາບານມຸກດາຫານອິນເຕີ ມອບຜ້າກັ້ງໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ
ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2014 ໂຮງພະຍາບານມຸກດາຫານອິນເຕີເນຊັນແນວ ຈັງຫວັດມຸກດາຫານ ລາຊະອານາຈັກໄທ ໄດ້ມອບອຸປະກອນ ເປັນຕົ້ນ: ຜ້າກັ້ງຂັ້ນຕຽງຄົນເຈັບ ຈຳນວນ 15 ຊຸດ ມູນຄ່າ 12 ລ້ານກວ່າກີບ (49.500 ບາດ) ມອບແກ່ໂຮງໝໍແຂວງສະຫວັນນະເຂດ. ທັງນີ້ກໍ່ເພື່ອເປັນການປະກອບສ່ວນ ໃນການຊ່ວຍເຫຼືອ ເຮັດໃຫ້ຫ້ອງຄົນເຈັບໄດ້ຮັບຄວາມສະດວກ ແລະທັນສະໄໝຖືກຫຼັກວິຊາການເທື່ອລະກ້າວ. ໂດຍຜ້າກັ້ງຈຳນວນດັ່ງກ່າວ ຈະຕິດຕັ້ງໃສ່ຫ້ອງມໍລະສຸມຫົວໃຈ, ຫ້ອງປິ່ນປົວເດັກ ແລະຫ້ອງອອກລູກ-ພະຍາດຍິງ ໂອກາດໜ້າຈະຕິດຕັ້ງໃຫ້ຄົບທຸກຫ້ອງຂອງໂຮງໝໍແຂວງ.


ໃນພິທີຄັ້ງນີ້ ທ່ານ ດຣ ຈັນທະລາ ພາມີສິດ ຫົວໜ້າຫ້ອງການບໍລິການ-ຈັດຕັ້ງ ໂຮງໝໍແຂວງສະຫວັນນະເຂດ ໄດ້ລາຍງານໂດຍສັງເຂບວ່າ: ໂຮງໝໍແຂວງ ປະກອບມີ 17 ຕຶກ, ມີ 170 ຕຽງ, ໃນຕໍ່ໜ້າ ຈະເພີ່ມຂຶ້ນເປັນ 235 ຕຽງ, ມີພະນັກງານວິຊາການທັງໝົດ 277 ຄົນ,ຍິງ 220 ຄົນ, ໃນນັ້ນ ມີພະນັກງານສັນຍາຈ້າງ 31 ຄົນ, ພະນັກງານອາສາສະໝັກ 25 ຄົນ. ໂຮງໝໍແຂວງສະຫວັນນະເຂດ ມີແພດຊ່ຽວຊານ 21 ທ່ານ, ປະລິນຍາຕີແພດ 27 ທ່ານ, ຊັ້ນສູງ 13 ທ່ານ. ນອກນັ້ນ ກໍ່ມີແພດຊັ້ນກາງ ແລະພະຍາບານ ເຊິ່ງໃນຕະຫຼອດໄລຍະຜ່ານມາ ກໍ່ມີພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງພໍ່ແມ່ປະຊາຊົນ ເຂົ້າມາໃຊ້ບໍລິການເປັນຈຳນວນຫຼວງຫຼາຍ
ເຊິ່ງເຫັນວ່າເປັນທີ່ເພິ່ງແຫ່ງໃຫຍ່ອັນດັບໜຶ່ງຂອງແຂວງສະຫວັນນະເຂດ ທີ່ມີບຸກຄະລາກອນ ແລະເຄື່ອງມືຮັບໃຊ້ທີ່ໜ້າເພິງພໍໃຈໃນລະດັບໜຶ່ງ.

ຈາກນັ້ນ ກໍ່ໄດ້ມີພິທີ ມອບ-ຮັບ ຜ້າກັ້ງຂັ້ນຕຽງຄົນເຈັບຢ່າງເປັນທາງການ ໂດຍທ່ານ ດຣ ບຸນນັກ ກຸລະວົງສາ ຮອງຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍພະນັກງານແພດ-ໝໍ ຈຳນວນໜຶ່ງ ເປັນຜູ້ກ່າວຮັບ ແລະທ່ານ ນາງ ປະພາສີ ສຸສັນທະບຸດ ປະທານຄະນະກຳມະການບໍລິຫານ ກຸ່ມໂຮງພະຍາບານມຸກດາຫານສະຫວັນອິນເຕີເນຊັນແນວ ຈັງຫວັດມຸກດາຫານ ລາຊະອານາຈັກໄທ ພ້ອມດ້ວຍພະນັກງານວິຊາການ ເປັນຜູ້ກ່າວມອບເຄື່ອງໃນຄັ້ງນີ້.

ທີ່ມາ https://www.facebook.com/Savanhphuttana-News/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...