Homeຂ່າວການສຶກສາຈັດການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກນັກສຶກສາລາວເຂົ້າຮ່ວມການແຂ່ງຂັນ "ຂົວພາສາຈີນ" ຄັ້ງທີ 15

ຈັດການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກນັກສຶກສາລາວເຂົ້າຮ່ວມການແຂ່ງຂັນ “ຂົວພາສາຈີນ” ຄັ້ງທີ 15

Published on

ການແຂ່ງຂັນເວົ້າພາສາຈີນເພື່ອຄັດເລືອກນັກສຶກສາລາວເຂົ້າຮ່ວມການແຂ່ງຂັນ “ຂົວພາສາຈີນ”ສໍາລັບນັກສຶກສາມະຫາວິທະຍາໄລທົ່ວໂລກຄັ້ງທີ 15 ໂດຍມີສະຖານທູດ ສປ ຈີນປະຈຳ ສປປ ລາວ ເປັນເຈົ້າພາບແລະຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດລາວແລະສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດລາວເປັນຝ່າຍຈັດ,ໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດລາວໃນຕອນເຊົ້າວັນທີ18ພຶດສະພານີ້ຢ່າງສໍາເລັດຜົນ. ການແຂ່ງຂັນຄັ້ງນີ້ມີຫົວຂໍ້ວ່າ “ຄວາມຝັນເປັນແສງສະຫວ່າງໃນອະນາຄົດ”, ມີນັກນັກສຶກສາທີ່ມາຈາກພາກວິຊາພາສາຈີນແລະສະຖານບັນຂົງຈືທັງໝົດ10 ຄົນໄດ້ເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້ໄດປະກອບດ້ວຍສາມພາກສ່ວນຄື:ການເວົ້າພາສາຈີນ, ການຕອບຄຳຖາມຄວາມຮູ້ແລະການສະແດງຄວາມສາມາດ.ນັກສຶກສາທັງຫລາຍໄດ້ສະແດງຄວາມມັກຮັກພາສາຈີນແລະວັດທະນະທໍາຈີນແລະຄວາມປາຖະໜາຫາຈີນ. ຜ່ານການແຂ່ງຂັນຢ່າງຟົດຟື້ນ, ນາງວຽງມະນີຢາງ ນັກສຶກສາມາຈາກພາກວິຊາພາສາຈີນ ຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດລາວໄດ້ຄອງແຊມແລະຈະຕາງໜ້ານັກສຶກສາລາວເຂົ້າຮ່ວມການແຂ່ງຂັນ “ຂົວພາສາຈີນ”ສໍາລັບນັກສຶກສາມະຫາວິທະຍາໄລທົ່ວໂລກຄັ້ງທີ 15 ທີ່ຈະຈັດຂຶ້ນ ຢູ່ແຂວງຫູນານຂອງຈີນ.

bc0062b8e9cf42639e5ebf4e62c04281

ທ່ານ ຫົງຈ່ຽງ ຫົວໜ້າພະແນກການເມືອງສະຖານທູດຈີນປະຈໍາລາວກ່າວວ່າ, ການແຂ່ງຂັນ”ຂົວພາສາຈີນ”ໄດ້ກາຍເປັນສາຍສໍາພັນທີ່ເຊື່ີອມຕໍ່ວັດທະນະທໍາລະຫວ່າງສອງປະເທດແລະມິດຕະພາບລະຫວ່າງປະຊາຊົນສອງປະເທດ,ຫວັງວ່າຈະມີໄວໜຸ່ມເຍົາວະຊົນລາວຫລາຍກວ່າເກົ່າສາມາດເຂົ້າໃຈປະເທດຈີນແລະວັດທະນະທໍາຈີນ ໂດຍຜ່ານການຮໍ່າຮຽນພາສາຈີນ,ແລະກາຍເປັນຜູ້ປົກປັກຮັກສາ,ຜູ້ສືບທອດແລະຜູ້ສົ່ງເສີມໄມຕີຈິດມິດຕະພາບລະຫວ່າງສອງປະເທດ.ປະກອບສ່ວນເຂົ້າໃນການຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງສອງລັດແລະປະຊາຊົນສອງປະເທດ.

ນັບແຕ່ປີ2006ມາຮອດປະຈຸບັດ,ສະຖານທູດຈີນປະຈໍາລາວແລະມະຫາວິທະຍາໄລແຫ່ງຊາດລາວໄດ້ຮ່ວມກັນຈັດການແຂ່ງຂັນ “ຂົວພາສາຈີນ”ຮອບຄັດເລືອກຢູ່ລາວ 10 ຄັ້ງລາວ,ເຊິ່ງໄດ້ຊຸກຍູ້ການຮ່ວມມືທີ່ມີໄມຕີຈິດໃນຂົງເຂດສຶກສາແລະການແລກປ່ຽນດ້ານວັດທະນະທໍາ

 

ຂ່າວຈາກ: http://laos.cri.cn/

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...