spot_img
Homeຂ່າວຕ່າງປະເທດເຜີຍ​ນັກ​ບິນ​​ເອຢິບ​ແອ​ບໍ່​ໄດ້​ສົ່ງ​ສັນຍານ​ແຈ້ງ​ເຫດ​ຮ້າຍ​ໃດໆ​ກ່ອນ​ຫາຍ​ໄປ

ເຜີຍ​ນັກ​ບິນ​​ເອຢິບ​ແອ​ບໍ່​ໄດ້​ສົ່ງ​ສັນຍານ​ແຈ້ງ​ເຫດ​ຮ້າຍ​ໃດໆ​ກ່ອນ​ຫາຍ​ໄປ

Published on

ໜັງສືພິມ​ອັລ-ອາ​ຣານຂອງ​ທາງ​ການ​​ເອ​ຢິບ​ລາຍ​ງານ​ອ້າງ​ເຈົ້າ​ໜ້າ​ທີ່​ທ່າ​ອາ​ກາດ​ສະຍານ​ວ່າ​ນັກບິນ​ບໍ່​ໄດ້​ສົ່ງ​ສັນຍານ​ແຈ້ງ​ເຫດ​ຮ້າຍ​ໃດໆ ກ່ອນ​ທີ່​ເຮືອບິນ​ຫາຍ​ໄປ​ຈາກ​ຈໍ​ເລ​ດາ.

ດ້ານ​ກອງ​ທັບ​ເອ​ຢິບຖະ​ແຫຼ​ງວ່າ ​ໄດ້​ສົ່ງ​ເຮືອບິນ ​ແລະ ​ເຮືອ​ອອກ​ໄປ​ຄົ້ນ​ຫາ​​ເຮືອບິນ​ເອຢິບ​ແອ​ໂດຍ​ຮ່ວມ​ມື​ກັບ​ເກຣກ ຊຶ່ງ​ສົ່ງ​ເຮືອບິນ 2 ລຳ​ໄປ​ຮ່ວມ​ປະຕິບັດ​ການ​ຄົ້ນ​ຫາ ​ເຈົ້າໜ້າ​ທີ່​ເອຢິບ​​ແອ​ລະບຸ​ວ່າ ການ​ຄົ້ນຫາ​ຖ້ຽວບິນ MS804  ທີ່​ເດີນທາງ​ອອກ​ຈາກນະຄອນຫຼວງ​ປາຣີຂອງຝຣັ່ງ​ໄປ​ຍັງ​ນະຄອນ​ໄຄ​ໂຣ ມຸ່ງ​ໄປ​ຍັງ​ບໍລິ​ເວນ​ທະ​ເລ​ໃນ​ພື້ນ​ທີ່​ຕອນ​ເໜືອ​ຂອງ​ເອ​ຢິບ ​ແລະ ວ່າ ນັກ​ບິນ​ເຮືອບິນ​ລຳ​ດັ່ງກ່າວ​ມີ​ຊົ່ວ​ໂມງ​ບິນ 6.000 ຊົ່ວ​ໂມງ ​ແລະ ຕິດ​ຕໍ່​ຄັ້ງ​ຫຼັງ​ສຸດ​ມີ​ຂຶ້ນ​ກ່ອນ​ທີ່​ເຮືອບິນ​ຫາຍ​ໄປ​ກວ່າ 10 ນາທີ.

ມີ​ລາຍ​ງານ​ວ່າ ຄອບຄົວ​ຂອງ​ຜູ້​ໂດ​ຍສານ​ຖ້ຽວ​ບິນ​ດັ່ງກ່າວ​ເດີ​ນທາງ​ເຖິງ​ສະໜາມ​ບິນ​ນະຄອນ​ຫຼວງ​ໄຄ​​ໂຣ ​ໃນ​ບັນດາ​ຜູ້​ໂດຍ​ສານ 56 ຄົນ​ທີ່ຢູ່​ເທິງ​ເຮືອບິນ ມີ​ຊາວ​ເອຢິບ 30 ຄົນ ຝຣັ່ງ 15 ຄົນ ອີຣັກ 2 ຄົນ ນອກ​ນັ້ນ​ເປັນ​ຊາວ​ແບ​ນຊິກ ອັງກິດ ​ກູ​ເວດ ຊາ​ອຸ​ດິອາຣະ​​ເບຍ ຊູ​ດານ ຊາດ ປອກຕຸຍ​ການ ​ແອ​ລຈີ​ເຣຍ ​ແລະ ກາ​ນາ​ດາ ຊາດ​ລະ 1 ຄົນ ນອກຈາກ​ນີ້ ຍັງ​ມີ​ເດັກນ້ອຍ 1 ຄົນ ​ແລະ ທະຫານ​ອີກ 2 ຄົນ ​ແລະ ມີ​ລູກ​ເຮືອ 10 ຄົນ.

ກ່ອນ​ໜ້າ​ນີ້ ​ເມື່ອ​ເດືອນ​ມີນາ ​ເຮືອບິນ​ຂອງ​ເອຢິບ​ແອ​ກໍ​ຖືກ​ຈີ້​ໄປ​ລົງ​ຢູ່​ໄຊ​ປຣັສ ​ໂດຍ​ຜູ້​ກໍ​ເຫດ​ຮຽກ​ຮ້ອຍ​ຂໍ​ພົບ​ພັນ​ລະ​ຍາ​ເກົ່າ ​ແລະ ​ເມື່ອ​ເດືອນ​ຕຸລາ​ປີ​ທີ່​ຜ່າ​ນມາ ກຸ່ມຣັດອິສະລາມ ຫຼື ​ໄອ​ເອ​ສ ອ້າງ​ລະ​ເບີດ​ເຮືອບິນ​ຂອງຣັສ​ເຊຍ​ນຳ​ນັກ​ທ່ອງ​ທ່ຽວ​ກັບ​ຈາກ​ເມືອງ​ຊາມ​ເອລ​ເຊັກ​ໃນ​ເອຢິບ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໝົດ​ລຳ ຈຳນວນ 224 ຄົນ.

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...