Homeຂ່າວເຫດການທ່ານຮອງນາຍົກຯ ບຸນທອງ ຈິດມະນີ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກງື່ມ

ທ່ານຮອງນາຍົກຯ ບຸນທອງ ຈິດມະນີ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກງື່ມ

Published on

ວັນທີ 19 ພຶດສະພາ 2016 ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງ ຂັ້ນສູນກາງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບ ໂດຍທ່ານຮອງເຈົ້າເມືອງໆປາກງື່ມ ພ້ອມດ້ວຍຄະນະປະຈຳພັກເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ.

ໃນໂອກາດນີ້ ທ່ານຮອງເຈົ້າເມືອງໆປາກງື່ມ ໄດ້ລາຍງານສະພາບລວມຂອງເມືອງປາກງື່ມ ຊຶ່ງເປັນໜຶ່ງໃນ 9 ເມືອງຂອງນະຄອນຫຼວງວຽງຈັນມີ 5 ກຸ່ມບ້ານ, ມີ 53 ບ້ານ, ໃນນີ້ ປະກາດ ເປັນບ້ານພັດທະນາແລ້ວ 32 ບ້ານ, ມີພົນລະເມືອງທັງໝົດ 52.326 ຄົນ, ຍິງ 25.903 ຄົນ, ມີເນື້ອທີ່ກວ້າງເຖິງ 65.000 ກວ່າເຮັກຕາ, ມີແມ່ນ້ຳຂອງໄຫຼຜ່ານ ຊຶ່ງເອື້ອອຳນວຍໃຫ້ແກ່ການຜະລິດທັງສອງລະດູ ເປັນຕົ້ນປູກເຂົ້າ, ຜັກປອດສານພິດ, ລ້ຽງ ສັດປີກ-ສັດໃຫຍ່ເຊັ່ນ: ຄວາຍ, ງົວ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ 4 ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມ ຊຶ່ງຕະຫຼອດໄລຍະທີ່ຜ່ານມາ ເມືອງປາກງື່ມ ແມ່ນສາມາດຮັກສາ ໄດ້ຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ສະເລ່ຍ ລາຍຮັບ 1.538 ໂດລາຕໍ່ຄົນ/ ປີ, ສາມາດປະກາດລຶບລ້າງບ້ານທຸກຍາກໃນເມືອງ ໄດ້ສຳເລັດໃນປີ 2014. ຈາກນັ້ນ ທ່ານປະທານຄະນະກວດກາ ພັກເມືອງ ໄດ້ຂຶ້ນລາຍງານການເຄື່ອນໄຫວ ວຽກງານກວດກາພັກ – ລັດ ເມືອງປາກງື່ມ ປະຈຳເດືອນເມສາ 2016 ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2016.

1-1-2

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ໄດ້ຕີລາຄາສູງ ຕໍ່ຜົນງານທີ່ຄະນະພັກເມືອງ ກໍຄືປະຊາຊົນຍາດມາໄດ້ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ ໃນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເນື່ອງຈາກວ່າກຸ່ມຄົນບໍ່ດີ ພະຍາຍາມສ້າງຄວາມແຕກແຍກຢູ່ພາຍໃນ ຊຶ່ງມາດຕະການແກ້ໄຂອັນສຳຄັນແມ່ນ ການກຳຮາກຖານ, ການປັບປຸງກຳລັງໃຫ້ມີຄວາມເຂັ້ມແຂງ, ການສ້າງສະຕິເປັນເຈົ້າຂອງປະຊາຊົນ, ສຳລັບການພັດທະ ນາເສດຖະກິດ-ສັງຄົມ ແມ່ນສືບຕໍ່ເຜີຍແຜ່ເຊື່ອມຊຶມ ໃຫ້ປະຊາຊົນກຳແໜ້ນກ່ຽວກັບເນື້ອໃນຈິດໃຈ, ຄາດໝາຍ ໃນມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ການຜັນຂະຫຍາຍ ໃຫ້ເປັນອັນລະອຽດຂອງແຕ່ລະຂະແໜງການ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...