Homeຂ່າວພາຍ​ໃນພາບໜ້າປະທັບໃຈ! ນາຍົກ ສປປ ລາວເວົ້າເປັນພາສາຣັດເຊຍລະຫວ່າງພົບປະກັບ ປະທານາທິບໍດີສະຫະພັນຣັດເຊຍ

ພາບໜ້າປະທັບໃຈ! ນາຍົກ ສປປ ລາວເວົ້າເປັນພາສາຣັດເຊຍລະຫວ່າງພົບປະກັບ ປະທານາທິບໍດີສະຫະພັນຣັດເຊຍ

Published on

ຊົມເຊີຍ! ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວໄດ້ຖືໂອກາດສຳຄັນເຂົ້າພົບປະ ແລະ ປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນບັນຫາຕ່າງໆກັບ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນຣັດໂດຍໃຊ້ພາສາຣັດເຊຍ ແລະ ບໍ່ໃຊ້ລາມແປພາສາຣັດເຊຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມາດ ແລະ ທັກສະອັນແນ່ນອນຂອງ ທ່ານ ນາຍົກ ສປປ ລາວ.

ກອງປະຊຸມສຸດຍອດອາຊຽນ-ຣັດເຊຍຈະໄດ້ດຳເນີນໄປເປັນເວລາ 2 ວັນລະຫວ່າງ 19-20 ພຶດສະພາ 2016 ທີ່ ສະຫະພັນຣັດເຊຍ ເຊິ່ງ ສປປ ລາວໃນນາມເປັນປະທານອາຊຽນ ແລະ ມີບັນດາສະມາຊິກ 10 ປະເທດອາຊຽນລວມທັງລາວເຂົ້າຮ່ວມ. ເຫດການສຳຄັນຄັ້ງນີ້ບໍ່ພຽງເປັນກອງປະຊຸມສຸດຍອດອາຊຽນ ແຕ່ຫາກຍັງເປັນການສະເຫລີມສະຫລອງຄົບຮອບ 20 ປີຂອງການເປັນຄູ່ຮ່ວມການເຈລະຈາອາຊຽນ-ຣັດເຊຍ ເຊິ່ງຈະສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມືໜັກແໜ້ນລະຫວ່າງອາຊຽນ-ຣັດເຊຍໃນສະຕະວັດທີ 21 ໃນນັ້ນບັນຫາສຳຄັນສອງຝ່າຍລະຫວ່າງອາຊຽນ-ຣັດເຊຍໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາປະກອບມີຄື: ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ-ການກໍ່ການຮ້າຍ ແລະ ອື່ນໆ.

 

ຮຽບຮຽງໂດຍ: ເກີດຂວັນໃຈ

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...