Homeຂ່າວການພັດທະນາສະໝາມກິລາເປີດ-ປິດ ຄັງໜອງຫລວງ ສຳເລັດ 30% ກຽມຮອງຮັບ ມະຫາກຳກິລາແຫ່ງຊາດ ຢູ່ແຂວງຊຽງຂວາງ

ສະໝາມກິລາເປີດ-ປິດ ຄັງໜອງຫລວງ ສຳເລັດ 30% ກຽມຮອງຮັບ ມະຫາກຳກິລາແຫ່ງຊາດ ຢູ່ແຂວງຊຽງຂວາງ

Published on

ຂປລ. ​ໂຄງການ​ກໍ່ສ້າງ​ ສະໜາມກິລາ​ເປີດ–ປິດ ຄັງ​ໜອງ​ຫລວງ ​ແຂວງ​ຊຽງ​ຂວາງ ເພື່ອ​ກະ​ກຽມ​ຄວາມ​ພ້ອມ​ ໃນ​ການ​ເປັນ​ເຈົ້າ​ພາບ ​ຈັດ​ງານ​ແຂ່ງ​ຂັນ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XI ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ ​ປີ 2018 ທີ່​ຈະ​ມາ​ເຖິງ. ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ ມາ​ແຕ່​ວັນ​ທີ 1 ຕຸ​ລາ 2015 ມາ​ຮອດ​ປະ​ຈຸ​ບັນ ​ໂຄງ​ການ​ດັ່ງ​ກ່າວ ​ໄດ້​ສຳ​ເລັດ​ແລ້ວ 30% ຂອງ​ໂຄງ​ການ ​ໂດຍແມ່ນ​ບໍ​ລິ​ສັດດາວ​ພວນ ສຳ​ຫລວດ​ອອກ​ແບບ ແລະ ກໍ່​ສ້າງ​ຈຳ​ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່​ສ້າງ​. ລວມມູນ​ຄ່າກໍ່​ສ້າງ​ ທັງ​ໝົດ 215 ຕື້ກວ່າ​ກີບ ເປັນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ.

ໂຄງ​ການ​ດັ່ງກ່າວ ມີເນື້ອ​ທີ່​ການກໍ່​ສ້າງ​ 350.000 ຕາ​ເມັດ, ສາ​ມາດ​ບັນ​ຈຸ​​ນັກ​ກິ​ລາ ແລະ ຜູ້​ຊົມ 11.000 ຄົນ. ​ປະ​ຈຸ​ບັນກຳລັງ​ສຸມ​ໃສ່​ ໂຄງ​ສ້າງ​ອັດ​ສະ​ຈັນ (ບ່ອນ​ນັ່ງ) ໃຫ້​ໄປ​ຕາມ​ແຕ່​ລະ​ໜ້າວຽກ​, ໄປ​ຕາມ​ແຜນ​ປະ​ຕິ​ບັດ​ ໄດ້​ຕາມ​ຄາດ​ໝາຍ​ທີ່​ທາງ​ແຂວງ ໄດ້​ມີ​ການ​ລົງ​ກວດ​ກາ ແລະ ຕິດ​ຕາມ​ແຕ່​ລະ​ໜ້າ​ວຽກ ເພື່ອ​ໃຫ້​ຖືກ​ຕາມ​ເຕັກ​ນິກ​ 

ທ່ານ ບຸນ​ປະ​ເສີດ ເຂັມ​ທອງ ວິ​ຊາ​ການ​ພາກ​ສະ​ໝາມ​ ກິ​ລາ​ເປີດ–ປິດ​ ຄັງ​ໜອງ​ຫລວງ​ ໄດ້​ກ່າວ​ວ່າ: ແຜນ​ການກໍ່​ສ້າງ​ສະ​ໝາມ​ກິ​ລາ​ເປີດ–ປິດ​ ແມ່ນ​ໃຫ້​ສຳ​ເລັດ​ ໃນ​ທ້າຍ​ປີ 2017 ເພື່ອ​ກຽມ​ພ້ອມ​ຮອງ​ຮັບ ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ ​ຄັ້ງ​ທີ XI ປີ 2018 ພ້ອມ​ໄຂ​ຂຶ້ນ​ທີ່​ ແຂວງ​ຊຽງ​ຂວາງ.

151

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...