Homeຂ່າວພາຍ​ໃນກ້ວຍ​ຫອມ​ສິນ­ຄ້າ ​ອັນ​ດັບ​ໜຶ່ງ​ສົ່ງອອກ​ແຂວງ​ບໍ່​ແກ້ວ ກາງ​ປີ​ມີ​ມູນ​ຄ່າ​ແລ້ວ 4 ຮ້ອຍ​ຕື້​ກວ່າ​ກີບ

ກ້ວຍ​ຫອມ​ສິນ­ຄ້າ ​ອັນ​ດັບ​ໜຶ່ງ​ສົ່ງອອກ​ແຂວງ​ບໍ່​ແກ້ວ ກາງ​ປີ​ມີ​ມູນ​ຄ່າ​ແລ້ວ 4 ຮ້ອຍ​ຕື້​ກວ່າ​ກີບ

Published on

ບໍ່​ແກ້ວ​ເປັນ​ອີກ​ແຂວງ​ໜຶ່ງ​ທາງພາກ​ເໜືອ​ຂອງ​ລາວ​ທີ່​ມີ​ຊາຍ​ແດນ​ຕິດກັບ​ບັນ­ດາ​ແຂວງ​ພາຍ​ໃນ ແລະ​ ປະ­ເທດໃກ້​ຄຽງ​ເປັນ­ຕົ້ນ​ແມ່ນ​ມີ​ຂົວ​ມິດ­ຕະ­ພາບລາວ-ໄທ​ແຫ່ງ​ທີ 4 ຕັ້ງ​ຢູ່ອັນ​ໄດ້​ກາຍ­ເປັນເງື່ອນ­ໄຂ ແລະ​ ທ່າ­ແຮງ​ທີ່​ດີ​ແກ່​ການ​ທຳມາ​ຄ້າ­ຂາຍສະ­ເພາະ​ໃນ 6 ເດືອນ​ຕົ້ນ​ສົກປີ​ນີ້ ແຂວງ​ດັ່ງ­ກ່າວ​ໄດ້​ບັນ­ລຸ​ຍອດ​ມູນ​ຄ່າການ​ສົ່ງ​ອອກ​ສິນ­ຄ້າ​ລວມ​ທັງ​ໝົດ​ແລ້ວ 451,71 ຕື້​ກີບ ໃນ​ນັ້ນ​ ໝາກ­ກ້ວຍ​ຫອມຫຼາຍ​ກວ່າ​ໝູ່​ມີ​ມູນ​ຄ່າ 427,2 ຕື້​ກວ່າ​ກີບ ກວມ​ເອົາ 94,57% ຂອງ​ມູນ​ຄ່າ​ການສົ່ງ​ອອກ​ທັງ​ໝົດຂະ­ນະ​ທີ່​ປະຈຸ​ບັນ ​ທາງ​ແຂວງ​ໄດ້​ຫ້າມ​ຂະຫຍາຍ​ເນື້ອ­ທີ່​ທັງ​ໂຈະ​ການ​ອະນຸ​ຍາດ​ລົງ­ທຶນ​ປູກ​ກ້ວຍ​ແລ້ວ.

ແຂວງ​ບໍ່​ແກ້ວ​ຕັ້ງ​ຢູ່​ທິດ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ລາວ, ມີ​ເນື້ອ­ທີ່ 6.196 ກີ​ໂລ​ຕາ​ແມັດຊຶ່ງ​ເນື້ອ­ທີ່​ສ່ວນໃຫຍ່​ເປັນ​ເຂດ​ພູ​ດອຍ​ກວມ 70% ຂອງເນື້ອ­ທີ່​ທົ່ວ​ແຂວງປະ­ກອບ​ດ້ວຍ 5 ເມືອງ​ຄື: ເມືອງ​ຫ້ວຍ​ຊາຍ, ຕົ້ນ​ເຜິ້ງ, ຜາອຸ­ດົມ, ປາກ​ທາ ແລະ​ເມືອງເມິງ ປະ­ຈຸ​ບັນ​ມີ​ປະ­ຊາ­ກອນ​ທັງ ໝົດ 1,73 ແສນ​ຄົນ, ຍິງ 86,7 ພັນ​ຄົນ, ມີ 31,2 ພັນ​ຄົວ​ເຮືອນ, 262 ບ້ານໃນ​ແຂວງ​ມີ 13 ຊົນ­ເຜົ່າ​ແຕ່​ລະ​ຊົນ­ເຜົ່າ​ມີ​ຮີດຄອງ​ປະ­ເພ­ນີ​ອັນ​ຫຼາກ​ຫຼາຍທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ມີ​ວັດ­ທະ­ນະທຳ​ການ​ດຳ­ລົງ​ຊີ­ວິດ ແລະ​ ຮູບ​ແບບ​ການທຳ​ມາ​ຫາ​ກິນ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ເຜົ່າ​ຕົນ.

ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ​ສາຫະ​ກຳ ແລະ​ການ​ຄ້າ​ແຂວງ​ບໍ່​ແກ້ວເປີດ ເຜີຍ​ຕໍ່​ທີມ​ຂ່າວ​ໜັງ­ສື­ພິມ​ເສດ­ຖະ­ກິດ-ສັງຄົມເມື່ອ​ບໍ່​ດົນ​ມາ​ນີ້​ຮູ້​ວ່າ: ໃນ 6 ເດືອນຕົ້ນ​ສົກ​ປີ 2015-2016 ນີ້ ແຂວງ​ບໍ່​ແກ້ວນຳ​ເຂົ້າ​ສິນ­ຄ້າ​ລວມ​ທັງ​ໝົດ​ແລ້ວ 21,2 ລ້ານ​ໂດ​ລາ ທຽບ­ໃສ່​ແຜນ­ການ​ປີ​ປະ­ຕິ­ບັດ ໄດ້ 48,22% ສາ­ເຫດ​ແມ່ນ​ຍ້ອນ​ຄວາມຕ້ອງ­ການ​ກໍ່­ສ້າງ​ຫຼຸດ​ລົງ​ບັນ­ດາ​ໂຄງ­ການຫຼາຍ​ແຫ່ງ​ໄດ້​ສຳ­ເລັດ ໃນ​ນັ້ນ ​ມີ​ມູນ​ຄ່າ​ນຳເຂົ້າ​ຈໍ​ລະ​ຈອນ 9,54 ລ້ານ​ໂດ​ລາ; ຮັບ​ໃຊ້ໂຄງ­ການ​ລົງ­ທຶນ 3,43 ລ້ານ​ໂດ​ລາ; ຮັບໃຊ້​ໃຫ້​ແຕ່​ອົງ​ການ­ຈັດ­ຕັ້ງ 1,21 ລ້ານ​ໂດລາ ແລະ​ຂັ້ນ​ກະ­ຊວງ​ອະ­ນຸ­ຍາດ 14,19 ລ້ານ​ໂດ​ລາທີ່​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ປະເທດ​ໄທ.

ສ່ວນ​ການ​ສົ່ງ​ອອກ​ສິນ­ຄ້າ​ໃນ​ຊ່ວງດຽວ​ກັນ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ແຂວງ​ບໍ່​ແກ້ວ​ໃຫ້​ຮູ້​ວ່າ: ລວມມີ​ທັງ​ໝົດ 56,46 ລ້ານ​ໂດ​ລາ ຫຼື ປະມານ 451,71 ຕື້​ກີບ ທຽບ­ໃສ່​ແຜນ­ການປີ​ປະ­ຕິ­ບັດ​ໄດ້ 100,83% ທຽບ­ໃສ່​ປີ ກ່ອນ​ເພີ່ມ​ຂຶ້ນ 186,04% ສາ­ເຫດ​ຍ້ອນ ເປັນ​ໄລ­ຍະ​ການ​ຜະ­ລິດ, ອີກ​ດ້ານ​ໜຶ່ງແມ່ນ​ການ​ເກັບ​ກຳ​ສະ­ຖິ­ຕິ​ການ​ສົ່ງ​ອອກກ້ວຍ​ຫອມ​ໄດ້​ຢ່າງ​ຊັດ​ເຈນ​ເພາະ​ຕັ້ງ​ຈຸດກວດ­ກາ​ສະ­ເພາະໂດຍ​ສົ່ງ​ໄປ ສປ ຈີນ ຫຼາຍກວ່າ​ໝູ່.

ຂະ­ນະ​ທີ່​ສິນ­ຄ້າ​ຜ່ານ​ແດນ​ມີທັງ​ໝົດ 127,14 ລ້ານ​ໂດ​ລາໃນ​ນີ້ ໝວດ​ສິນ­ຄ້າ​ຫຼັກ​ໄດ້­ແກ່​ໝວດ​ສະ­ບຽງ​ອາ­ຫານ 60,52 ລ້ານ​ໂດ​ລາ, ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ແລະ ສັດ­ລ້ຽງ 40,66 ລ້ານ​ໂດ​ລາ, ນໍ້າ­ມັນ ແລະ ເຊື້ອ​ໄຟ 18,47 ລ້ານ​ໂດ​ລາ.

ແນວ­ໃດ​ກໍ​ດີສຳ­ລັບ​ຕົວ​ເລກ​ສິນ­ຄ້າສົ່ງ​ອອກ​ຂອງ​ແຂວງ​ບໍ່​ແກ້ວ​ໃນ 6 ເດືອນຜ່ານ​ມາ​ນັ້ນ​ຫຼາຍ​ກວ່າ​ໝູ່​ແມ່ນ​ໝາກ­ກ້ວຍ ຫອມ​ກວມ​ເອົາ 94,57% ຂອງ​ມູນ​ຄ່າສົ່ງ​ອອກ​ລວມມີ​ມູນ​ຄ່າ 427,20 ຕື້​ກີບ ຈາກ​ຈຳ­ນວນ​ໝາກ­ກ້ວຍ 1,23 ແສນ ໂຕນ​ໄດ້​ສົ່ງ​ອອກ ທຽບ­ໃສ່​ໄລ­ຍະ​ດຽວ​ຂອງ​ປີ​ກ່ອນ​ເພີ່ມ​ຂຶ້ນ​ເທົ່າ​ຕົວ ໂດຍ​ປະ­ຈຸບັນ​ທົ່ວ​ແຂວງ​ມີ​ເນື້ອ­ທີ່​ປູກ​ກ້ວຍ​ທັງ​ໝົດ 11.265 ເຮັກ­ຕາ​ໃນ​ນີ້​ປູກ​ຫຼາຍ​ແມ່ນ​ຢູ່ ເມືອງ​ຕົ້ນ​ເຜິ້ງ ທັງ​ໝົດ​ນັ້ນ​ແມ່ນ​ເປັນ​ນັກ ທຸ­ລະ​ກິດ​ຈາກ ສປ ຈີນ ມາ​ເຊົ່າ​ດິນ​ຂອງປະ­ຊາ­ຊົນ​ປູກ​ໃນ​ລາ­ຄາ​ປະ­ມານ 1,75 ລ້ານ​ກີບ​ຕໍ່​ໄລ່​ຕໍ່​ປີຂະ­ນະ​ທີ່​ຂໍ້​ມູນ​ມີ​ລະ­ບຸ ຕື່ມ​ອີ​ກວ່າ: ຂະ­ນະ​ນີ້​ທາງ​ອຳ­ນາດ​ການ ປົກ­ຄອງ​ແຂວງ​ແມ່ນ​ໄດ້​ອອກ​ແຈ້ງ​ການ ໃຫ້​ຢຸດ​ເຊົາ​ການ​ຂະ­ຫຍາຍ​ເນື້ອ­ທີ່ ພ້ອມໂຈະ​ການ​ອະ­ນຸ­ຍາດ​ລົງ­ທຶນ​ການ​ປູກ​ກ້ວຍ​ຫອມ​ພາຍ​ໃນ​ແຂວງ​ບໍ່​ແກ້ວ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

ທີ່ມາ:logo

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...