Homeຂ່າວພາຍ​ໃນສະພາປະຊາຊົນ ນະຄອນຫລວງວຽງຈັນ ເລືອກຕັ້ງ ດຣ. ສີນລະວົງ ຄຸດໄພທູນ ເປັນ​ເຈົ້າຄອງອີກສະໄໝ!

ສະພາປະຊາຊົນ ນະຄອນຫລວງວຽງຈັນ ເລືອກຕັ້ງ ດຣ. ສີນລະວົງ ຄຸດໄພທູນ ເປັນ​ເຈົ້າຄອງອີກສະໄໝ!

Published on

ໃນກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ​ຂອງ ​ສະພາ​ປະຊາຊົນ​ນະຄອນ ຫລວງ​ວຽງ​ຈັນຊຸດ​ທີ I ໄດ້​ໄຂ​ຂຶ້ນ​ຢ່າງເປັນທາງການ ແຕ່ວັນ​ທີ 18-20 ພຶດສະພານີ້ ໄດ້​​ເລືອກ​ຕັ້ງ​ເອົາ​ ທ່ານ ດຣ ສິນ​ລະ​ວົງ ຄຸດ​​ໄພທູນ ​ເປັນ​ເຈົ້າຄອງ​ນະຄອນຫລວງວຽງ​ຈັນ ອີກສະໄໝໜຶ່ງ,​ ເລືອກ​ຕັ້ງເອົາ ທ່ານ ດຣ ອາ​ນຸພາບ ຕຸ​ນາ​ລົມ ​ເປັນ​ປະທານ​ສະພາ​ປະຊາຊົນ​ ນະຄອນຫລວງ​ວຽງ​ຈັນ, ທ່ານ ອຸດອນ​ ໄຊມົນຕີ, ທ່ານ​ ນາງ ຄຳ​ຟອງ ພູມ​ວົງ​ໄຊ ​ເປັນ​ຮອງ​ປະທານ ​ແລະ ທ່ານ ພັນໂທ ຈັນທະ​ລາ ອຸດົມສຸກ ​ເປັນ​ກຳມະການ​ປະຈຳ. ນອກຈາກນີ້, ຍັງ​ເລືອກ​ເອົາທ່ານ ພັນເອກ ອິນ​ທະລົງ ​ໄຊ​ຍະ​ບຸດ​ສີ ​ເປັນ​ຫົວໜ້າ​ກອງ​ບັນຊາ​ການ ປກສ ນະຄອນຫລວງ​ວຽງ​ຈັນ, ທ່ານ ພັນເອກ ສີ​ພອນ ຈັນ​ສົມ​ວົງ ​ເປັນ​ຫົວໜ້າ​ກອງ​ບັນຊາ​ການ​ທະຫານ ​ນະຄອນຫລວງ​ວຽງ​ຈັນ, ທ່ານ ຄຳ​ພັນ ມາລາ​ບັນດິດ ​ເປັນ​ຫົວໜ້າ​ພະ​ແນ​ກການ​ເງິນ, ທ່ານ ລາດ​ຊະ​ວົງ ອໍາມະຣະທິທາດາ ​ເປັນ​ຫົວໜ້າ​ພະ​ແນ​ກກວດກາ​ລັດ, ທ່ານ​ ນາງ ລຳ​ພອຍ ສີ​ອັກຄະ​ຈັນ ​ເປັນ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ-ສັງຄົມ, ທ່ານ ຊົມ​ພູ ​ແກ້ວ​ປັນຍາ ​ເປັນ​ຫົວໜ້າ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ, ທ່ານ ຊົງ​ເລົາ ຢົງ​ນູ ​ເປັນ​ຫົວໜ້າ​ພະ​ແນ​ກ​ພະລັງງານ ​ແລະ ບໍ່​ແຮ່, ທ່ານ ​ເບີ​ລີ​ນ ​ເພັດ​ຈັນທະ​ລາດ ​ເປັນ​ຫົວໜ້າ​ພະ​ແນ​ກອຸ​ດສາ​ຫະກຳ ​ແລະ ການ​ຄ້າ, ທ່ານ ລີ​ນຄຳ ດວງ​ສະຫວັນ ​ເປັນ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້, ທ່ານ ພູ​ວົງ ວົງ​ຄຳ​ຊາວ ​ເປັນ​ຫົວໜ້າ​ຫ້ອງ​ວ່າການ​ນະຄອນຫລວງ, ທ່ານ ພູ​ຂົງ ບັນ​ນາ​ວົງ ​ເປັນ​ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ, ທ່ານ ບຸນ​ໜາ ຜາ​ທຸມມະ​ວົງ ​ເປັນ​ຫົວໜ້າ​ພະ​ແນ​ກພາຍ​ໃນ, ທ່ານ ​ເດດ​ສົງຄາມ ທຳ​ມະ​ວົງ ​ເປັນ​ຫົວໜ້າ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ທ່ານ ຄຳ​ປະດິດ ​ເຂັມ​ມານິດ ​ເປັນ​ຫົວໜ້າ​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ທ່ານ ບຸນ​ເພັງ ສີ​ນະ​ວົງ​ພອນ ​ເປັນ​ຫົວໜ້າ​ພະ​ແນ​ກຍຸຕິ​ທຳ, ທ່ານ ພອນ​ປະ​ເສີດ ອຸ​ນາ​ພົມ ​ເປັນ​ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ, ທ່ານ ບຸນ​ໂຮມ ​ເຮື່ອ​ງສະຫວັດ ​ເປັນ​ຫົວໜ້າ​ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ ດາວ​ເພັດ ອາ​ລຸນ ​ເປັນ​ຫົວໜ້າ​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ທ່ານ ສີ​ຄອນ​ ອ່ອນ​ສີ​ພັນ​ລາ ​ເປັນ​ຫົວໜ້າ​ພະ​ແນ​ກ​ໄປສະນີ, ​ໂທລະ​ຄົມ ​ແລະ ການ​ສື່ສານ, ທ່ານ ດວງ​ຕາ ສຸ​ລິວົງ ​ເປັນ​ຫົວໜ້າ​ພະ​ແນ​ກການ​ຕ່າງປະ​ເທດ ​ແລະ ທ່ານ​ ນາງ ວິ​ໄລ​ວອນ ຈັນທະ​ລາຕີ ​ເປັນ​ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຕົວ​ເມືອງ​ນະຄອນຫລວງ​ວຽງ​ຈັນ.

ທ່ານ​ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກນີ້​ ໄດ້​ພິຈາລະນາ ​ແລະ ຕົກລົງ​ຫລາຍບັນຫາ​ສຳຄັນ​ພື້ນຖານ​ຂອງ ​ນະຄອນຫລວງ​ວຽງ​ຈັນ, ເພື່ອ​ຈັດຕັ້ງຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ມະຕິ VI ຂອງ​ອົງຄະ​ນະ​ພັກ​ນະຄອນຫລວງ​ວຽງ​ຈັນ​ ໃຫ້​ເປັນອັນ​ລະອຽດ​ໃນ​ແຕ່ລະ​ຂົງ​ເຂດ​ວຽກ​ງານ ເປັນຕົ້ນ: ພິຈາລະນາ​ຮັບຮອງ​ເອົາ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ຮອດ​ປີ 2025, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ 5 ປີ​ ຄັ້ງທີ VIII ຂອງ​ນະຄອນຫລວງ​ວຽງ​ຈັນ, ພິຈາລະນາຮັບຮອງ​ເອົາ​ແຜນການ 5 ປີ​ຂອງ​ສະພາ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ ​ແລະ ພິຈາລະນາ​ຮັບຮອງ​ເອົາ​ນິຕິ​ກຳ​ຂອງ​ ນະຄອນຫລວງ​ວຽງ​ຈັນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...