Homeຂ່າວເຫດການລາວ-ນອກແວ ເພີ່ມທະວີການຮ່ວມມືສອງຝ່າຍ

ລາວ-ນອກແວ ເພີ່ມທະວີການຮ່ວມມືສອງຝ່າຍ

Published on

ຂປລ. ​ໃນ​ວັນ​ທີ 18 ພຶດສະພາ ນີ້ ​ທີ່​ກະຊວງ ​ການ​ຕ່າງປະ​ເທດ ​ໄດ້​ມີ​ການ​ພົບ​ປະ​ ສອງ​ຝ່າຍລະ ຫວ່າງ ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​​ແລະ ທ່ານນາງ Tone skogen ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ຣາຊະ​ອານາຈັກ​ນອກ​ແວ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ທີ່​ເດີນທາງ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 18-19 ພຶດສະພາ​ນີ້.

​ໃນ​ການ​ພົບ​ຄັ້ງ​ນີ້, ທັງສອງ​ຝ່າຍ​ ໄດ້​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ສອງ​ປະ​ເທ​ດ​ໃນ​ຕໍ່ໜ້າ. ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ ​ຄໍາ​ຄິດ​ເຫັນ​ ຕໍ່​ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ສອງ​ຝ່າຍ ​ມີ​ຄວາມ​ສົນ​ໃຈ​ ເຊັ່ນ: ປຶກສາ​ຫາລື​ ກ່ຽວ​ກັບ​ການ​ຮ່ວມມື ດ້ານ​ນິຕິກໍາອັນ​ຈໍາ​ເປັນ ​ຈໍານວນ​ໜຶ່ງ​ເພື່ອ​ເປັນ​ພື້ນຖານ ​ໃຫ້​ແກ່​ການ​ເປີດ​ກວ້າງ​ ການ​ຮ່ວມ​ມື​ດ້ານ​ ເສດຖະກິດ-ການ​ຄ້າ ​ແລະ ການ​ລົງທຶນ​ຢູ່ ສປປ ລາວ; ການ​ຮ່ວມ​ມື​ ດ້ານ​ພະລັງງານ ໄຟຟ້າ​ນໍ້າຕົກ, ສາຍ​ສົ່ງ​ໄຟຟ້າ​ແຮງ​ສູງ, ການ​ພັດທະນາ ​ຕົວ​ເມືອງ ​ແລະ ​ເກັບ​ກູ້​ລະ​ເບີດ​ ທີ່​ບໍ່​ທັນ​ແຕກ (UXO); ການ​ເປັນ​ປະທານ​ ອາ​ຊຽນຂອງ ສປປ ລາວ ປີ 2016 ​ແລະ ການ​ພົວພັນ​ຮ່ວມ​ມື ນອກ​ແວ-ອາ​ຊຽນ ​ໃນ​ຖານະ​ທີ່​ເປັນ​ ຄູ່​ຮ່ວມ​ເຈລະຈາ​ ຂະ​ແໜງ​ການ​ກັບ​ອາ​ຊຽນ.
lao-nor1
​ໃນ​ໄລຍະ​ຜ່ານ​ມາ, ນອກ​ແວ ​ໄດ້​ໃຫ້ການ ​ສະໜັບສະໜູນ ​ຊ່ວຍ​ເຫລືອ ສປປ ລາວ ​ໃນ​ຫລາຍ​ຂະແໜງ​ການ, ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ​ ໃນ​ນັ້ນ ​ມີການ​ພັດທະນາ​ ພະລັງງານ​ໄຟຟ້າ, ການ​ຄຸ້ມ​ຄອງ​ ຊັບພະຍາກອນ​ທໍາ​ມະ​ຊາດ, ການ​ສົ່ງ​ເສີມ​ຂະ​ແໜງ​ການ​ເອກະ​ຊົນ​ ໃນ​ໄລຍະ​ເສດຖະກິດ​ຂ້າມ​ຜ່ານ​, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ດ້ານ​ສາທາ​ລະ​ນະສຸກຂັ້ນ​ພື້ນຖານ, ການ​ສະໜັບສະໜູນ​ສ້າງ​ຂີດ​ຄວາມ​ສາມາດ ​ໃຫ້​ແກ່​ສະ​ຖາ​ບັນ​ຂອງ​ລັດ. ພາຍຫລັງ​ ການ​ພົບ​ປະທັງ​ສອງ​ຝ່າຍ ​ໄດ້​ຮ່ວມ​ກັນ​ລົງ​ນາມ ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ ກົນ​ໄກ​ການ​ປຶກສາ​ຫາລື​ ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ນອກ​ແວ.

ການ​ຢ້ຽມຢາມ​ຂອງ​ ທ່ານ​ນາງ Tone skogen ພ້ອມ​ດ້ວຍ​ຄະນະ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ຂີດ​ໝາຍ​ອັນ​ສໍາຄັນ ​ໃນ​ການ​ສົ່ງ​ເສີມ ​ການ​ພົວພັນ-ຮ່ວມ​ມື​ ຂອງ​ສອງ​ປະ​ເທ​ດ​ ໃຫ້​ມີ​ບາດກ້າວ​ໃໝ່, ຈາກ​ນັ້ນ​ ຄະນະ​ຜູ້​ແທນ​ນອກ​ແວ ​ຍັງ​ໄດ້​ພົບ​ປະ​ ທ່ານ​ ລັດຖະມົນຕີ​ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່, ຢ້ຽມຢາມ​ໂຄງການ​ຮ່ວມ​ມື​ ດ້ານ​ອົງຄະ​ທຽມ, ​ເຄື່ອງ​ຄໍ້າ​ຊູ່ (COPE) ​ແລະ ​ໂຄງການ ​ຮ່ວມ​ມື​ສອງ​ຝ່າຍ​ ທີ່​ກໍາລັງ​ຈັດ​ຕັ້ງ​ປະຕິບັດ ​ໃນ​ປັດຈຸບັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...