Homeຂ່າວພາຍ​ໃນລາຄາ​ຜັກ​ຖີບ​​ໂຕ​ສູງ​ຂຶ້ນ​ເທົ່າ​ຕົວ ຢູ່ນະຄອນຫລວງວຽງຈັນ ຂະນະທີ່ລາຄາຊີ້ນ-ປາ ຢູ່ເກນປົກກະຕິ!

ລາຄາ​ຜັກ​ຖີບ​​ໂຕ​ສູງ​ຂຶ້ນ​ເທົ່າ​ຕົວ ຢູ່ນະຄອນຫລວງວຽງຈັນ ຂະນະທີ່ລາຄາຊີ້ນ-ປາ ຢູ່ເກນປົກກະຕິ!

Published on

ຜ່ານ​ການ​ລົງ​ຕິດຕາມ ສະ​ພາບ​ລາຄາ​ສິນຄ້າຢູ່​ຕະຫຼາດ​ຫຼາຍ​​ແຫ່ງ​ ໃນ​ນະຄອນຫຼວງ​ວຽງ​ຈັນຄື: ​ຕະຫຼາດ​ສະພານ​ທອງ, ​ສະຫວ່າງ ​ແລະ ຕະຫຼາດ​ຂົວ​ດິນ ​ໃນ​ວັນ​ທີ 17 ພຶດສະພາ​ນີ້,​ ເຫັນ​ວ່າ​ລາຄາສິນຄ້າບາງປະເພດ ຖີບຕົວສູງ​ຂຶ້ນ​ຫຼາຍ​ເຊັ່ນ: ໝາກ​​ເຜັດ​ຈາກ​ລາຄາ 20 – 25 ພັນ​ກີບ/ກິ​ໂລ ​ມາ​ເປັນ 45 – 50 ພັນ​ກີບ/ກິ​ໂລ, ໜອມບົ່ວ​ຈາກ 15 – 18 ພັນ​ກີບ/ກິ​ໂລ ມາ​ເປັນ 30 – 35 ພັນ​ກີບ/ກິ​ໂລ, ​ຫອມປ້ອມ​ຈາກ 20 – 25 ພັນ​ກີບ/ກິ​ໂລ ມາ​ເປັນ 35 – 40 ພັນ​ກີບ/ກິ​ໂລ ​ແລະ ພືດ​ຜັກ​ອື່ນໆ​ດັ່ງ: ຜັກ​ສະຫຼັດ , ໝາກ​ນາວ, ໝາກ​ເຫລັ່ນ, ຫອມລາບ, ໝາກ​ຖົ່ວ, ຜັກ​ບົ້ງ ກໍ​ມີ​ລາຄາ​ແພງ​ຂຶ້ນ 2 – 5 ພັນ​ກີບ/ກິ​ໂລ, ​ແຕ່ກົງກັນຂ້າມ​ລາຄາ​ສິນຄ້າ​ປະ​ເພດ​ຊີ້ນ​, ປາ ພັດ​ຢູ່​ໃນ​ເກນ​ປົກກະຕິ​ ຄື: ຊີ້ນ​ງົວ 70 – 75 ພັນ​ກີບ/ກິ​ໂລ, ຊີ້ນ​ໝູ 30 – 40 ພັນ​ກີບ/ກິ​ໂລ, ​ເປັດ,​ໄກ່ 35 – 45 ພັນ​ກີບ/ກິ​ໂລ, ປາ​ກະຊັງ 18 – 22 ພັນ​ກີບ/ກິ​ໂລ, ຂະນະ​ທີ່​ຊາວ​ຄ້າຂາຍ​ສ່ວນ​ຫຼາຍ ​ຕ່າງ​ກໍ​ໃຫ້​ເຫດຜົນ​ຄື​ກັນ​ວ່າ: ກໍດັ່ງ​ທຸກໆ​ປີຜ່ານມາ​ພໍ​ຮອດ​ໄລຍະ​ນີ້​ ຜັກ​ປະ​ເພດ​ຕ່າງໆ​ ຈະມີ​ລາຄາ​ສູງ​ຂຶ້ນ ​ເນື່ອງ​ຈາກ​ການ​ປູກພືດອາຍຸ​ສັ້ນ​ ປະ​ເພດຜັກ​ຈະໜ້ອຍ​ລົງ, ​ຍ້ອນຊາວສວນ​ຈຳນວນຫຼາຍ ໄດ້​ຫັນ​ເອົາ​​ເນື້ອ​ທີ່​​ໄປ​ປູກ​ພືດ​ຊະນິດ​ອື່ນ ​​ແທນ​ການ​ປູກ​ຜັກ​ ແລະ ພືດ​ອາຍຸ​ສັ້ນອື່ນໆ ເພາະເປັນໄລຍະລະດູຝົນໄດ້ເລີ່ມຂຶ້ນແລ້ວ ແລະ ຄາດ​ວ່າ​ລາຄາ​ຜັກ​ ຍັງຈະ​ສືບ​ຕໍ່​ແພງ​ຂຶ້ນ​ຕື່ມອີກ ເນື່ອງ​ຈາກ​ການ​ຕອບສະໜອງ​ ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງຜູ້ບໍລິໂພກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...