Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ແຂວງຈຳປາສັກ ​ເລັ່ງຊອກສາ​ເຫດ​ ໄຟ​ໄໝ້​ຕະຫລາດໃຫຍ່ ​ເມືອງ​ປາກ​ເຊ

ເຈົ້າໜ້າທີ່ແຂວງຈຳປາສັກ ​ເລັ່ງຊອກສາ​ເຫດ​ ໄຟ​ໄໝ້​ຕະຫລາດໃຫຍ່ ​ເມືອງ​ປາກ​ເຊ

Published on

ພາຍຫລັງ​ເກີດ​ເຫດການ​ໄຟ​ໄໝ້​ ຕະຫລາດ​ໃຫຍ່​ ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ ​ເມື່ອ​ເຊົ້າມືດ​ຂອງ​ວັນ​ທີ 17 ພຶດສະພາ​ຜ່ານ​ມາ​ ຢ່າງ​ຮ້າຍແຮງ ອັນ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໄປ​ທົ່ວ​ສັງຄົມ ​ແລະ ສ້າງ​ຄວາມ​ສູນ​ເສຍ​ໃຫ້​ແກ່​ຊາວ​ຄ້າຂາຍ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ເຫດການ​ອັກຄີ​ໄພ​ຄັ້ງນີ້​ບໍ່​ໜ້ອຍ ​ເຊິ່ງຜ່ານ​ການ​ລາຍ​ງານ​ ຂອງ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ​ ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ປັດຈຸບັນ​ໄດ້​ແຕ່ງຕັ້ງຄະນະ​ ລົງ​ສືບສວນ–ສອບ​ສວນ​ຫາ​ສາ​ເຫດ​ຂອງ​ການ​ເກີດ​ອັກຄີ​ໄພ​ຄັ້ງນີ້ ​ເຊິ່ງ​ເບື້ອງຕົ້ນຮູ້​ພຽງ​ວ່າ​ ມີ​ອາຄານ​ຕະຫລາດ 4 ຫລັງ​ໄດ້​ຮັບ​ຜົນ​ເສຍ​ຫາຍ ​ແລະ ຕົ້ນ​ເຟີ​ງ​ແມ່ນ​ເກີດ​ຂຶ້ນ ທີ່​ອາຄານ​ຕຶກ D ​ເຊິ່ງ​ເປັນ​ອາຄານ​ຂາຍ​ເຄື່ອງ​ຍ່ອຍ ​ແລະ ​ເຄື່ອງ​ໃຊ້​ພາຍ​ໃນ​ເຮືອນ, ກ່ອນ​ກະ​ແສ​ໄຟ​ຈະ​ລຸກລາມ​ໃສ່​ອາຄານ​ຕຶກ A, B ​ແລະ C ລວມ​ເຖິງ​ຕຶກ​ໃຫຍ່​ຂອງ​ຕະຫລາດ​ດັ່ງກ່າວ ​ກໍ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈຳນວນ​ໜຶ່ງ. ​ແນວ​ໃດ​ກໍ​ຕາມ, ​ເຈົ້າໜ້າ​ທີ່​ຈະ​ເລັ່ງສືບສວນ–ສອບ​ສວນ​ ຊອກ​ຫາ​ສາ​ເຫດ​ຂອງ​ການ​ເກີດ​ອັກຄີ​ໄພ​ຄັ້ງນີ້​ ໂດຍ​ໄວ ​ເພື່ອ​ສ້າງ​ຄວາມ​ກະຈ່າງ​ແຈ້ງ​ ໃຫ້​ສັງຄົມ​ເຂົ້າ​ໃຈ​ຕາມ​ຄວາມ​ເປັນ​ຈິງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...