Homeຂ່າວເຫດການຮອງປະທານປະເທດ ພັນຄຳ ວິພາວັນ ຮ່ວມສະຫລອງວັນສ້າງຕັ້ງ ສວນແກ້ວຫລັກເມືອງ ຄົບຮອບ 8 ປີ

ຮອງປະທານປະເທດ ພັນຄຳ ວິພາວັນ ຮ່ວມສະຫລອງວັນສ້າງຕັ້ງ ສວນແກ້ວຫລັກເມືອງ ຄົບຮອບ 8 ປີ

Published on

ຂປລ. ຕອນ​ເຊົ້າວັນ​ທີ 17 ພຶດສະພາ ນີ້, ​ເມືອງ​ຊຳ​ເໜືອ​ ແຂວງ​ຫົວພັນ ​ໄດ້​ຈັດ​ພີ​ທິສະ​​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ສວນ​ແກ້ວ​ຫລັກ​​ເມືອງ ​ຄົບຮອບ 8 ປີ (17 ພຶດສະພາ 2008-17 ພຶດສະພາ 2016), ​ໂດຍ​ເປັນກຽດ​ເຂົ້າຮ່ວມ​ຂອງທ່ານ ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ເຈົ້າ​ແຂວງໆ​ຫົວພັນ, ມີ​ບັນດາ​ທ່ານ​ ການ​ນຳ​ຂັ້ນ​ແຂວງ, ​ເມືອງ​ຊຳ​ເໜືອ, ຫົວໜ້າ–ຮອງ​ຫົວໜ້າພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ​ ຕະຫລອດຮອດ​ມວນ​ຊົນ​​ເມືອງ​ຊຳ​ເໜືອ ເຂົ້າຮ່ວມ​ຢ່າງຫລວງຫລາຍ.

Untitled-1 vankham 1

ໃນ​ພິທີ​ຄັ້ງ​ນີ້, ທ່ານ ກິ​ໂກ​ໂນ​ວັນ ບຸນ​ສົງຄາມ ຮອງ​ເຈົ້າ​ເມືອງ​ໆຊຳ​ເໜືອ ​ໄດ້​ເລົ່າ​ມູນ​ເຊື້ອປະຫວັດ​ຄວາມ​ເປັນ​ມາ​ໃນການ​ສ້າງຕັ້ງສວນ​ແກ້ວຫລັກ​ເມືອງ ​ເຊິ່ງ​ເປັນ​ສັນຍາ​ລັກ​ຄູ່​ບ້ານ​ຄູ່​ເມືອງ ​ແລະ ​ເປັນ​ມິ່ງ​ແກ້ວ​ຂວັນ​ເມືອງ, ​ເປັນ​ຄະ​ຕິ​ເຕືອນ​ໃຈ​ຂອງ​ຊາວ​ແຂວງ ​ຫົວພັນ​ ເຊັ່ນ: ຢູ່​ຮ່ວມ​ກັນ​ຢ່າງ​ສັນຕິ​ສຸກ, ບຸກບືນ​ສ້າງສາ​ຄວາມ​ຈະ​ເລີ​ນ, ນຳພາ​ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ ​ແລະ ປົກຄອງ​ບ້ານ​ເມືອງ​ໂດຍ​ຍຸຕິ​ທຳ, ສາມາດ​ເຮັດ​ໃຫ້​ເມືອງ​ຊຳ​ເໜືອ ກໍຄື ​ແຂວງ​ຫົວພັນ​ ມີ​ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ, ມີ​ຄວາມ​ສະຫງົບ​ປອດ​ໄພ, ​ເສດຖະກິດ-​ສັງຄົມ ​ມີ​ການ​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ.

ສວນ​ແກ້ວຫລັກ​ເມືອງ​ແຫ່ງ​ນີ້​ ສ້າງ​ຂຶ້ນ​​ໂດຍ​ແນ່​ໃສ່​ສ້າງ​ໃຫ້​ມີ​ສູນ​ລວມທາງ​ດ້ານ​ຈິດ​ໃຈ ​ເພື່ອ​ເຊີດ​ຊູ​ກຽດສັກ​ສີ, ຊື່ສຽງ, ມູນ​ເຊື້ອວິລະ​ຊົນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ທົ່ວແຂວງ​ຫົວພັນ​, ​ໃນ​ດິນ​ແດນ​​ແຫ່ງ​ນີ້​ໄດ້​ເປັນ​ເຂດ​ທີ່ໝັ້ນຂອງ​ການ​ປະຕິວັດ, ​ເປັນ​ຖິ່ນ​ກຳ​ເນີ​ດຂອງ​ພັກ​ປະຊາຊົນ​ ປະຕິບັດ​ລາວ, ​ເປັນ​ຖິ່ນ​ກຳ​ເນີ​ດ ກອງທັບ​ປະຊາຊົນ​ລາວ, ​ເປັນ​ສູນ​ກາງ​ຊີ້ນຳໆພາ​ການ​ປະຕິວັດ​ ຈົນ​ສາມາດ​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ​ ໃນ​ວັນ​ທີ 2 ທັນວາ ປີ 1975. ນອກ​ນັ້ນ, ຍັງ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ກະຕັນ​ຍູ້​ຮູ້​ບຸນຄຸນ​ຂອງ​ຊາວ​ແຂວງ​ຫົວພັນ ​ຕໍ່ກັບ​ບັນພະ​ບູລຸດ, ນັກຮົບ ​ແລະ ປະຊາຊົນ​ທີ່​ມີ​ຄຸນງາມຄວາມດີ​ຕໍ່ພາລະກິດ​ປະຕິວັດ​ ກໍຄື​ ພາ ລະກິດ​ແຫ່ງ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ ​ແລະ ສ້າງສາ​​ແຂວງ​ຫົວພັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...