Homeຂ່າວພາຍ​ໃນຈັບ​ເປົ້າໜາຍ​ຂາຍ​ຢາ​ບ້າ ເກືອບ 6 ຮ້ອຍ​ເມັດ

ຈັບ​ເປົ້າໜາຍ​ຂາຍ​ຢາ​ບ້າ ເກືອບ 6 ຮ້ອຍ​ເມັດ

Published on

ວັນ​ທີ 30 ເມ­ສາ 2016 ໜ່ວຍ​ງານ​ສະ­ກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ກອງ​ບັນ­ຊາ​ການ ປກສ ເມືອງ​ພີນ​ໄດ້​ນຳກຳ­ລັງ​ວິ­ຊາ​ສະ­ເພາະ​ລົງ​ມ້າງ​ຄະ­ດີ​ຄ້າ­ຂາຍ​ຢາ​ເສບ​ຕິດ​ຢູ່​ເຂດ​ບ້ານ​ອາ​ລວຍ ເມືອງ​ພີນ ແຂວງ​ສະ­ຫວັນ​ນະ​ເຂດສາ­ມາດ​ກັກ​ຕົວຜູ້​ຖືກ​ຫາ​ໄດ້ 3 ຄົນ ແລະ​ຢຶດຂອງ​ກາງ​ຢາບ້າ​ໄດ້ 597 ເມັດ ພ້ອມ​ລົດຈັກ​ເວັບ 2 ຄັນ ແລະ​ໂທລະ­ສັບ 2 ໜ່ວຍ.

ເຈົ້າ​ໜ້າ­ທີ່ ໜ່ວຍ​ງານ​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບຕິດ ປກສ ເມືອງ​ພີນ​ໃຫ້​ຮູ້​ວ່າ: ຄະ­ດີ​ດັ່ງກ່າວ​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີ​ວ່າຈະ​ມີ​ກຸ່ມ​ຄົນ​ບໍ່​ດີ​ມາ​ສົ່ງ​ຢາ​ເສບ​ຕິດ​ຢູ່​ຂອບເຂດ​ບ້ານ​ອາ​ລວຍ ຈິ່ງ​ໄດ້​ວາງ​ແຜນ​ເຂົ້າຈັບ​ກຸມມາ​ຮອດ​ເວ­ລາ​ປະ­ມານ 12:30 ໂມງ ຂອງ​ວັນ​ທີ 30 ເມ­ສາ 2016 ກໍ ສາ­ມາດ​ກັກ​ຕົວ​ຜູ້​ຖືກ​ຫາ 3 ຄົນ ຄື: ທ້າວ ຕູບ ອາ­ຍຸ 29 ປີ​ເຮັດ​ນາ​ຢູ່​ບ້ານ​ແກ້ງ​ສະ​ກູເມືອງ​ທ່າ​ປາງ​ທອງ, ທ້າວ ສີ​ທົນ ອາ­ຍຸ 26 ປີ​ເຮັດ​ນາ​ຢູ່​ບ້ານ​ນາ​ທອງ​ໃຕ້ເມືອງ ຊົນ​ນະ​ບຸ­ລີ, ທ້າວ​ສອນ ອາ­ຍຸ 37 ປີ  ບ້ານ​ແກ້ງ​ສະ​ກູ ເມືອງ​ທ່າ​ປາງ​ທອງ ພ້ອມ​ກັບ​ຢາ​ບ້າ ຢູ່​ຖົງ​ໂສ້ງ​ເບື້ອງ​ຂວາ ຈຳ­ນວນ 597 ເມັດ.

ຜ່ານ​ການ​ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ຜູ້​ຖືກ​ຫາ​ທັງ​ສາມ​ຄົນ​ໄດ້​ສາ­ລະ­ພາບ​ວ່າ: ຢາ​ບ້າ​ຈຳ­ນວນ​ທີ່​ຢຶດ​ໄດ້​ນັ້ນ​ແມ່ນ​ຂອງ ພວກ​ກ່ຽວ​ແທ້ ຊຶ່ງ​ໄດ້​ມີ​ການ​ຕິດ­ຕໍ່​ຊື້ ຂາຍ​ໃຫ້​ໄວ​ໜຸ່ມ (ບໍ່​ຮູ້​ຊື່) ໃນ​ເວ­ລາ​ມາ​ສົ່ງ ຢາ​ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ​ມາ​ດຳ­ເນີນຄະ­ດີ ປະ­ຈຸ​ບັນ​ຄະ­ດີ​ດັ່ງ​ກາວຢູ່​ໃນ​ຂັ້ນຕອນ​ການ​ສືບ­ສວນ-ສອບ​ສວນ​ເພື່ອ​ຂະຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນ​ການ​ມາດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...