Homeຂ່າວຕ່າງປະເທດເກີດ​​ແຜ່ນ​ດິນ​ໄຫວ 6,7 ທາງ​ຕາ​ເວັນ​ຕົກ​ຂອງ​ເອກ​ວາ​ດໍ

ເກີດ​​ແຜ່ນ​ດິນ​ໄຫວ 6,7 ທາງ​ຕາ​ເວັນ​ຕົກ​ຂອງ​ເອກ​ວາ​ດໍ

Published on

ສຳນັກ​ສຳ​ຫຼວດທໍລະນີວິທະຍາ​ສະຫະລັດ​ລາຍ​ງານ​ວ່າ ​ເກີດ​ແຜ່ນ​ດິນ​ໄຫວ​ຂະໜາດ 6,7 ທາງ​ຕາ​ເວັນ​ຕົກ​ຂອງ​ເອກ​ວາ​ດໍ​ເມື່ອ​ເຊົ້າ​ມື້​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ.

ລາຍ​ງານ​ລຸ​ບຸ​ວ່າ ສູນ​ກາງ​ແຜ່ນດິນ​ໄຫວ​ຢູ່​ຫ່າງ​ຈາກ​ເມືອງ​ເອສ​ເມີຣັລດາ​ສ​ໄປ​ທາງ​ໃຕ້ 58 ກິ​ໂລ​ແມັດ ​ແລະ ​ເລິກ​ຈາກ​ແຜ່ນດິນ​​ໄຫວ​ເກີດ​ຂຶ້ນ​ເມື່ອ​ເວລາ​ປະມານ 02:57 ​ໂມງ​ຕາມ​ເວລາ​ທ້ອງ​ຖິ່ນ ຫຼື ກົງ​ກັບ​ເວລາ 14:57 ​ໂມງ ຕາມ​​ເວລາ​ໃນ​ລາວ ສູນ​ເຕືອນ​ໄພ​ສຶນາ​ມິ​ໃນ​ມະຫາ​ສະໝຸດ​ປາ​ຊີ​ຟິກລະບຸ​ວ່າ ​ບໍ່​ໜ້າ​ຈະ​ເກີ​ດຄື້ນ​ໃຫຍ່​ສຶນາ​ມິ.

​ແຜ່ນດິນ​ໄຫວ​ຫຼ້າ​ສຸດ​ເກີດ​ຂຶ້ນ​ຫລັງ​ຈາກ​ເມື່ອ​ເດືອນ​ທີ່​ຜ່ານ​ມາ ​ເອກ​ວາ​ດໍ​ຫາ​ກໍ​ຜະ​ເຊີນ​ແຜ່​ນດິນ​ໄຫວ ຂະໜາດ 7,8 ນັບ​ວ່າ​ເປັນ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຮອບ​ເກືອບ 70 ປີ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິ​​ໄປ​ກວ່າ 500 ຄົນ ​ແລະ ບາດ​​ເຈັບ​ອີກ​ປະມານ 16.600 ຄົນ.

ບົດຄວາມຫຼ້າສຸດ

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...