Homeຂ່າວຕ່າງປະເທດປະມຸກສາສະໜາຄຣິດ ວິຈານມະຫາອຳນາດຕາເວັນຕົກ ອ້າງປະຊາທິປະໄຕ ແຊກແຊງຊາດອື່ນ!

ປະມຸກສາສະໜາຄຣິດ ວິຈານມະຫາອຳນາດຕາເວັນຕົກ ອ້າງປະຊາທິປະໄຕ ແຊກແຊງຊາດອື່ນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພຶດສະພານີ້ວ່າ ສົມເດັດພຣະສັນຕະປາປາ ຟຣານຊິສ ປະມຸກແຫ່ງຄຣິດຕະຈັກ ນິກາຍໂຣມັນກາໂຕລິກ ໄດ້ໃຫ້ສຳພາດລົງຕີພິມໃນໜັງສືພິມ ລາ ຄຣົວ ຂອງຝຣັ່ງ ວິພາກວິຈານມະຫາອຳນາດຕາເວັນຕົກ ທີ່ພະຍາຍາມແຊກແຊງ ແລະ ນຳເອົາປະຊາທິປະໄຕ ໃນແບບຂອງຕົນເອງ ໃຫ້ກັບປະເທດຕ່າງໆເຊັ່ນ ອີຣັກ ແລະ ລີບີ ໂດຍບໍ່ເຄົາລົບວັດທະນະທຳທາງການເມືອງທ້ອງຖິ່ນ ແລະ ກ່າວອີກວ່າ ເອີຣົບ ຄວນຮັບເອົາຜູ້ອົບພະຍົບລີ້ໄພ ເຂົ້າເປັນສ່ວນໜຶ່ງຂອງສັງຄົມ ພ້ອມທັງໄດ້ກ່າວຍົກຍ້ອງ ນະຄອນຫລວງລອນດອນ ປະເທດອັງກິດ ທີ່ໄດ້ເລືອກເອົາຊາວມຸດສະລິມ ເປັນຫົວໜ້າເທດສະບານ ຄົນທຳອິດອີກດ້ວຍ.

ທັງນີ້ ການອອກມາວິພາກວິຈານດັ່ງກ່າວ ຂອງຜູ້ນຳທາງສາສະໜາຄຣິດ ແມ່ນເກີດຂຶ້ນຫລັງຈາກທີ່ ທ່ານ ຈອນ ແຄຣີ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກມາປະກາດ ໃນວັນທີ 16 ພຶດສະພາ 2016 ທີ່ນະຄອນຫລວງວຽນ ປະເທດໂອຕຣິດວ່າ ສະຫະລັດອາເມຣິກາ ແລະ ສະມາຊິກຖາວອນ ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ ອີກ 4 ປະເທດຄື ອັງກິດ, ຝຣັ່ງ, ຈີນ ແລະ ຣັດເຊຍ ຈະທຳການເຝິກອົບຮົມ ແລະ ຕິດອາວຸດ ໃຫ້ແກ່ກອງທັບເອກະພາບຂອງລີບີ ເພື່ອຕໍ່ສູ້ກັບກອງກຳລັງລັດອິດສະລາມ ຫລື ກຸ່ມໄອເອັສ ທີ່ກຳລັງເຂົ້າຍຶດຄອງ ພື້ນທີ່ຂອງປະເທດລີບີ ຢ່າງກວ້າງຂວາງໃນປັດຈຸບັນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...