Homeຂ່າວເຫດການສະພາ​ແຫ່ງຊາດ ຫາລື​ຫລາຍບັນຫາ​ສຳຄັນ ຮ່ວມກັບຂະແໜງການກ່ຽວຂ້ອງ

ສະພາ​ແຫ່ງຊາດ ຫາລື​ຫລາຍບັນຫາ​ສຳຄັນ ຮ່ວມກັບຂະແໜງການກ່ຽວຂ້ອງ

Published on

ໃນວັນທີ 17 ພຶດສະພານີ້, ສະພາ​ແຫ່ງ​ຊາດ ແລະ ​ບັນດາ​ກະຊວງ​ກ່ຽວຂ້ອງຈໍານວນໜຶ່ງ ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ ບັນຫາ​ສຳຄັນ​ພື້ນຖານຕ່າງໆຂອງຊາດຄື: ແຜນ​ການສ້າງ ​ແລະ ປັບປຸງ​ກົດໝາຍ 5 ປີ​ຂອງ​ບັນດາ​ກະຊວງ​ ​ແລະ ຂະ​ແໜງ​ການທີ່​ກ່ຽວຂ້ອງ, ​ແຜນ​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່, ​ແຜນການ, ​ວິທີ​ການ ​ແລະ ມາດ​ຕະການ​ລະອຽດ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ​-ສັງຄົມແຫ່ງ​ຊາດ 5 ປີຄັ້ງ​ທີ VIII ( 2016-2020) ຂອງ​ບັນ​ດາ​ກະຊວງ, ກົນ​ໄກ​ການ​ປະສານ​ງານ ​ແລະ ວິທີ​ການ​ເຮັດ​ວຽກ ລະຫວ່າງ​ກຳມາ​ທິການ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມຂອງ​ ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ກະຊວງ ເພື່ອເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ຫ້າງ​ຫາ​ກະກຽມ ຈັດ​ກອງ​ປະຊຸມ​ທົບ​ທວນຄືນ ​ແລະ ປະ​ເມີນ​ຜົນ​ ການຈັດ​ຕັ້ງ​ປະຕິບັດບັນ​ດາ​ກົດໝາຍ, ລະບຽບ​ການ​ຕ່າງໆ​ຂອງ​ຂະ​ແໜງ​ການ​ຕົນ ໃນ​ໄລຍະ​ຜ່ານ​ມາວ່າ​ມີ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ, ຂໍ້ຄົງຄ້າງ, ສິ່ງ​ທ້າ​ທາຍ​ຄື​ແນວ​ໃດ, ມີ​ມາດຕາ​ໃດ​ຂອງ​ກົດໝາຍ, ລະບຽບ​ການທີ່​ປະຕິບັດ​ບໍ່​ໄດ້ ​ແລະ ບໍ່​ມີ​ຜົນ​ສັກສິດ,ພ້ອມ​ທັງ​ສະ​ເໜີ ​​ໃຫ້​ບັນດາ​ກະຊວງ ເຊີນ​​ເອົາ​ພະ​ແນ​ກການ​ຕ່າງໆ​ຂອງ​ແຂວງ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຂົ້າ​ມາ​ທົບ​ທວນ ​ແລະ ຮ່ວມ​ປຶກສາ​ຫາລືຮ່ວມ​ກັນ​.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ​ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຜູ້​ຊີ້​ນຳ​ຂົງ​ເຂດ​ວຽກ​ງານ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ວັດທະນະທຳ-ສັງຄົມ ​ແລະ ການ​ຕ່າງປະ​ເທດ, ມີບັນດາຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະມົນຕີ, ຫົວໜ້າກົມ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...