spot_img
Homeຂ່າວເຫດການປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບທູດປະເທດເພື່ອນມິດ ຍື່ນສານຕາຕັ້ງ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບທູດປະເທດເພື່ອນມິດ ຍື່ນສານຕາຕັ້ງ

Published on

ຂປລ. ​ໃນ​ວັນ​ທີ 17 ພຶດສະພາ 2016 ນີ້ ຢູ່ ​ທຳນຽບປະທານ​ປະ​ເທດ (ຫໍ​ຄໍາ) ​ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ​ ໄດ້​ຕ້ອນຮັບ​ບັນດາ​ທູດ​ ປະ​ເທດ​ເພື່ອນ​ມິດ ​ເພື່ອ​ເຂົ້າຍື່ນ​ສານຕາຕັ້ງ ດຳລົງ​ຕຳ​ແໜ່​ງ​ ເປັນ​ເອກ​ອັກຄະ​ລັດຖະທູດ​ ປະຈຳ ສປປ ລາວ. ​ໃນ​ເວລາ 15:00 ​ໂມງ ​ໄດ້​ຕ້ອນຮັບ ທ່ານ ຢຸນ ຄັງ ຮຽນ (yun kang haeong) ​​ເຂົ້າຍື່ນ​ສານ​ຕາຕັ້ງ ​ເພື່ອ​ດຳລົງ​ຕຳ​ແໜ່​ງ ​ເປັນ​ເອກ​ອັກຄະລັດຖະທູດວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ​ເກົາຫລີ ປະຈຳ ສປປ ລາວ ​ໂດຍ​ມີ​ສຳນັກງານ​ສະຖານທູດ​ຕັ້ງຢູ່ ສປປ ລາວ; ສປປ ລາວ ​ແລະ ສ ​ເກົາຫລີ​ ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ຮ່ວມ​ກັນ​ ແຕ່​ປີ  1995.

1-1

ເວລາ 15:30 ​ໄດ້​ຕ້ອນຮັບ ທ່ານ ນາງ ຄຽດ ມໍ​ຣັນ(cait moran) ​ເຂົ້າ​ຍືນ​ສານ​ຕາ​ຕັ້ງ ​ເພື່ອມາ​ດຳລົງ​ຕຳ​ແໜ່​ງ​ ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ປະ​ເທດ​ອຽກລັງ ປະຈຳ ສປປ ລາວ ​ໂດຍ​ມີ​ສຳນັກງານ​ ສະຖານທູດຕັ້ງຢູ່ບາງກອກ​ ປະ​ເທດ​ໄທ; ສປປ ລາວ ​ແລະ ອຽກລັງ ​ໄດ້​ສ້າງຕັ້ງສາຍ​ພົວພັນ​ການ​ທູດ​ຮ່ວມ​ກັນ​ ໃນ​ວັນ​ທີ 7 ສິງຫາ 1999.

ໃນ​ໂອກາດດັ່ງກ່າວ,  ທ່ານປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ​ຫວັງ​ວ່າການ​ມາ​ ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ສປປ ລາວ ຂອງ​ບັນດາທູດ​ປະ​ເທດ​ເພື່ອນ​ມິດ​ໃນ​ຄັ້ງນີ້ ຈະເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີລະຫວ່າງ ສປປ ລາວ ກັບ​ບັນດາ​ປະ​ເທດເພື່ອ​ນມິດສາ​ກົນ ​ທີ່​ມີ​ມາ​ແລ້ວນັ້ນ ​ໃຫ້​ນັບ​ມື້ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ທັງ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ ມາສູ່​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຢ່າງ​ແທ້​ຈິງ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນການ​ເສີມ​ຂະຫຍາຍ ​ການ​ຮ່ວມ​ມື​ຂອງບັນດາ​ປະ​ເທດ ​ໃນ​ພາກພື້ນ ​ແລະ ສາກົນ​ ນັບ​ມື້​ແຕກ​ດອກ​ອອກຜົນງອກ​ງາມຍິ່ງໆ​ຂຶ້ນ.

ບັນດາທູດປະ​ເທດ​ເພື່ອ​ນມິດ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນຂອງ ທ່ານ​ປະທານ​ປະ​ເທດ ກໍ​ຄື​ລັດຖະບານ ​ແຫ່ງ ສປປ ລາວ, ພ້ອມ​​ຢືນຢັນ​ວ່າ ຈະຕັ້ງໜ້າປະຕິບັດ​ໜ້າ​ທີ່​ອັນ​ມີ​ກຽດ​ຂອງ​ຕົນ​ ໃຫ້​ປະສົບ​ຜົນສຳ​ເລັດ ​ເພື່ອປະກອບສ່ວນເຂົ້າ​ໃນ​ການ​ເສີມ​ສ້າງ ສາ​ຍພົວພັນ​ອັນ​ດີງາມຂອງ ສປປ ລາວ ​ແລະ ປະ​ເທດ​ເພື່ອນ​ມິດ ສາກົນ​​ໃຫ້​ນັບ​ມື້ຂະຫຍາຍຕົວຢ່າງບໍ່​ຢຸດ​ຢັ້ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...