Homeນານາສາລະລ້ຽງກຸ້ງຝອຍໃນຫລຸມພລາສຕິກ 2 ເດືອນກໍ່ຈັບຂາຍໄດ້

ລ້ຽງກຸ້ງຝອຍໃນຫລຸມພລາສຕິກ 2 ເດືອນກໍ່ຈັບຂາຍໄດ້

Published on

ກະສິກຳວັນນີ້ເຮົາຈະມານຳສະເໜີ ວິທີການລ້ຽງກຸ້ງຝອຍໃນຫລຸມພລາສຕິກ ເປັນອາຊີບເສີມທີ່ໜ້າສົນໃຈ ເພາະມັນສາມາດສ້າງລາຍຮັບໄດ້ ແລະ ກິນໄດ້ ການລ້ຽງກໍ່ງ່າຍບໍ່ຍາກຢ່າງທີ່ຄິດ ແຕ່ຈະລ້ຽງແນວໃດນັ້ນເຮົາມາອ່ານກັນເລີຍ

5 (2)

ກຽມຫລຸມສຳລັບລ້ຽງກຸ້ງ
1. ເລີ່ມຈາກການຂຸດຫຼຸມຂະໜາດກ້ວາງປະມານ 2ແມັດ ຍາວ 8 ແມັດ ແລະ ເລິກ 70ຊມ
2. ນຳພລາສຕິດສີດຳທີ່ມີຄວາມໜາປະມານ 7-8 ຊມ ມາປູລົງຫລຸມ ແລ້ວໃຊ້ດິນຈີບຕາມແຄມທັບພລາສຕີກແໜ້ນໆ (ຕາມພາບ)
3. ເຕີມນ້ຳລົງໄປໃນຫລຸມໃຫ້ພໍດີ ແລ້ວປະໄວ້ປະມານ 7-10ວັນ
4. ຕໍ່ມາໃຫ້ນຳຜັກຕົບ, ສາລ່າຍ, ຫຍ້າຂົນ ທີ່ຫາໄດ້ຕາມທຳມະຊາດມາໄວ້ໃນຫຼຸມ

ວິທີປ່ອຍກຸ້ງລົງຫລຸມ
1. ນຳກຸ້ງຝອຍຈາກແຫລ່ງນ້ຳທຳມະຊາດມາປະມານ 5 ຂີດ ຖ້າເປັນໂຕແມ່ຫຼາຍຍິ່ງດີ
2. ປ່ອຍກຸ້ງຝອຍລົງໄປປະມານ 7 ວັນທຳອິດບໍ່ຕ້ອງໃຫ້ອາຫານ ເພາະກຸ້ງກຳລັງປັບສະພາບໃນຫຼຸມ

ສູດວິທີດັບກິ່ນຂ້າເຊື້ອພະຍາດໃນຫລຸມ ແລະ ເຮັດໃຫ້ກຸ້ງໃຫຍ່ໄວ
– ໃຊ້ EM 2 ບ່ວງແກງ, ກາກນ້ຳຕານ 2ບ່ວງແກງ, ນ້ຳ 1 ລິດ ມາປະສົມໃຫ້ເຂົ້າກັນແລ້ວໝັກໄວ້ໃນຮົ່ມປະມານ 1 ອາທິດ
– ອັດຕາສ່ວນໃນການໃຊ້ : ອີເອັມ 1 ລິດ ຕໍ່ນ້ຳ 20 ລິດ ໃຊ້ຝັກບົວຫົວນ້ຳໃຫ້ທົ່ວຫຼຸມ ແມ່ນໃຊ້ຫຼັງເຕີມນ້ຳລົງໄປກ່ອນການປ່ອຍກຸ້ງ ຈະຊ່ວຍດັບກິ່ນຂ້າເຊື້ອພະຍາດໃນຫຼຸມ ແລະ ເຮັດໃຫ້ກຸ້ງໃຫຍ່ໄວຂຶ້ນ

1 (3)

ອາຫານກຸ້ງຝອຍ ແລະ ການໃຫ້ອາຫານກຸ້ງ
– ນຳເອົາແຕ່ໄຂ່ແດງທີ່ຕົ້ມສຸກແລ້ວຈຳນວນ 2 ໜ່ວຍ ມາປະສົມກັບຮຳອ່ອນ 3 ຂີດ ຈາກນັ້ນຄົນເຂົ້າກັນ ແລ້ວເຮັດເປັນປັ້ນ ເທົ່າກຳປັ່ນຈາກນັ້ນກໍ່ນຳໄປເກືອກຸ້ງ 1 ຫຼຸມປະມານ 3 ປັ້ນ ທຸກໆມື້ ຫຼັງຈາກ 1 ເດືອນ ກຸ້ງຂອງທ່ານຈະເລີ່ມວາງໄຂ່ ໃຫ້ສັງເກດເບິ່ງຕອນກາງຄືນ ໂດຍນຳໄຟສາຍມາຊ່ອງເບິ່ງວ່າກຸ້ງວາງໄຂ່ ຫຼື ບໍ່
– ໃນສ່ວນເຕັກນິກການເລັ່ງໃຫ້ກຸ້ງວາງໄຂ່ໄວນັ້ນ ສາມາດເຮັດໄດ້ໂດຍ ການນຳເອົາສາຍຢາງເປີດນ້ຳລົງຫລຸມ ເປີດນ້ຳແຮງໆ ປ່ອຍໄວ້ປະມານ 10-20 ນາທີ ເພາະກຸ້ງນັ້ນມັກຫຼິ້ນນ້ຳໄຫລ ແລະ ຈະດີດຕົວເຮັດໃຫ້ໄຂ່ຕົກລົງມາ ເຊິ່ງໃນທຳມະຊາດນັ້ນກຸ້ງຈະບໍ່ວາງໄຂ່ຖ້ານ້ຳນິ້ງ ລ້ຽງຕໍ່ໄປປະມານ 1-2 ເດືອນ ກຸ້ງກໍ່ຈະໃຫຍ່ເຕັມທີ່ ແລະ ສາມາດຈັບຂາຍໄດ້ ແນະນຳວ່າການລ້ຽງກຸ້ງໃນຫລຸມບໍ່ໃຫ້ຈຳນວນກຸ້ງເກີນ 20-30 ກິໂລ ຕໍ່ 1ຫຼຸມ
2 (3)
ທີ່ມາ: http://fb.thaiarcheep.com/2016/05/2_13.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...