spot_img
Homeຂ່າວການພັດທະນາຕາດ​ຜາ​ຫວ່າງ ແຫຼ່ງ​ທ່ອງ​ທ່ຽວ​ໃໝ່ເມ​ືອງ​ຊຳ​ໃຕ້

ຕາດ​ຜາ​ຫວ່າງ ແຫຼ່ງ​ທ່ອງ​ທ່ຽວ​ໃໝ່ເມ​ືອງ​ຊຳ​ໃຕ້

Published on

ນໍ້າ­ຕົກ­ຕາດຜາຫວ່າງ ເປັນອີກແຫຼ່ງທ່ອງທ່ຽວແຫ່ງຫນຶ່ງຂອງເມືອງຊຳໃຕ້ ທີ່ໄດ້ຖືກຄົ້ນພົບ ແລະປະ­ກາດເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດລະ­ດັບ ເມືອງຢ່າງເປັນທາງການ ຊຶ່ງໃນອະນາຄົດແຫຼ່ງທ່ອງທ່ຽວແຫ່ງນີ້ ອາດກາຍເປັນແຫຼ່ງທ່ອງທ່ຽວລະ­ດັບແຂວງ ແລະ ລະ­ດັບຊາດ.

ທ່ານ ຮິນທອງ ດວງຈັນສຸກ ເຈົ້າເມືອງໆຊຳໃຕ້ ໃຫ້ຮູ້ວ່າ: ຕະ­ຫຼອດໄລ­ຍະຜ່ານມານໍ້າ­ຕົກ­ຕາດຜາຫວ່າງຕັ້ງຢູ່ໃນຂອບເຂດພື້ນທີ່ຂອງບ້ານປາວເຫນືອ ຊຶ່ງເມື່ອກ່ອນບ້ານປາວເຫນືອແມ່ນບ້ານຫນຶ່ງທີ່ຂຶ້ນກັບກຸ່ມບ້ານເມືອງປາວ ແລະຂຶ້ນກັບເມືອງຊຳໃຕ້ທີ່ມີມາແຕ່ບູ­ຮານນະການ ອີງຕາມການບອກ­ເລົ່າຂອງຜູ້ເຖົ້າຜູ້ແກ່ທີ່ເລົ້າສືບ­ຕໍ່ກັນມາວ່າ: ຜູ້ທີ່ມາສ້າງເປັນບ້ານທຳອິດແມ່ນມີ 3 ຈຸ້ມຈາວຄື: ຈຸ້ມຈາວທີ 1 ເປັນຊົນ ເຜົ່າໄຕແດງທີ່ຍ້າຍມາແຕ່ເມືອງປາວ, ຈຸ້ມຈາວທີ 2 ຍ້າຍມາແຕ່ເມືອງໂສຍ ແລະ ຈຸ້ມຈາວທີ 3 ຍ້າຍ ມາແຕ່ຮິ່ງຮ່າ ປ່າມູນ ລຽບແມ່­ນໍ້າແດງ (ພາກເຫນືອຂອງ ສສ ຫວຽດ­ນາມ ໃນປະ­ຈຸບັນ) ມາຮ່ວມກັນແລ້ວສ້າງເປັນບ້ານຂຶ້ນເມື່ອປະ­ມານປີ 1422 ໂດຍໃນເບື້ອງຕົ້ນມີ 27 ຄອບ­ຄົວ ແລະເອີ້ນຊື່ບ້ານວ່າ: ບ້ານນາຄຳ, ແຕ່ໃນໄລ­ຍະຕໍ່ມາໄດ້ປ່ຽນຊື່ບ້ານຈາກບ້ານນາຄຳມາເປັນບ້ານປາວເຫນືອ ໂດຍກຳ­ນົດຊື່ເອີ້ນຕາມສາຍນ້ຳ ເພາະວ່າບ້ານຕັ້ງຢູ່ລຽບຫ້ວຍນ້ຳປາວຕອນເຫນືອ ນອກນັ້ນຍັງມີຫ້ວຍນໍ້າຮໍຊຶ່ງ ເປັນ ຍອດ­ນໍ້າປາວທີ່ໄຫຼມາແຕ່ພູພຽງນໍ້າຍື່ງເຂດກະສອນ ໂດຍນໍ້າດັ່ງ­ກ່າວໄດ້ໄຫຼລອດຜາຫວ່າງອອກມາເປັນນໍ້າ­ຕົກ­ຕາດທີ່ສວຍງາມຊາວ­ບ້ານເຂດນີ້ເລີຍເອີ້ນຊື່ຕາມຜານໍ້າອອກມານີ້ວ່າ: ຕາດຜາຫວ່າງ ສືບ­ຕໍ່ກັນມາຈົນເຖິງປະ­ຈຸບັນ.

ນໍ້າ­ຕົກ­ຕາດຜາຫວ່າງເປັນນໍ້າ­ຕົກ ຫີນເກັດຕັ້ງຢູ່ບ້ານປາວເຫນືອ ເມືອງຊຳໃຕ້ ຫ່າງຈາກເທ­ສະບານ ເມືອງ 30 ກິໂລແມັດ ເປັນນໍ້າຕົກຕາດອອກຈາກຮູຜາຫີນທີ່ຢຽດຍາວໄປຕາມສາຍ­ພູສູງ ແລະມີແມ່ນ້ຳໄຫຼຕະ­ຫຼອດປີເປັນນ້ຳ­ຕົກ­ຕາດທຳມະຊາດທີ່ສວຍງາມອາດເປັນອັນດັບຫນຶ່ງຂອງປະ­ເທດລາວ ມີຄວາມຍາວທັງຫມົດ 700 ແມັດ ກວ້າງສະ­ເລ່ຍ 15-20 ແມັດ ມີ 21 ພັກ ແຕ່ລະພັກມີຄຸນລັກ­ສະ­ນະຄວາມງາມແຕກຕ່າງກັນເປັນຕາດທີ່ມີສະ­ເຫນ ດຶງດູດຈິດ­ໃຈຜູ້ມາທ່ຽວຊົມ ຍ້ອນຄວາມງາມຂອງທຳມະຊາດທີ່ອຸ­ດົມ­ສົມ­ບູນໄປ ດ້ວຍຊີ­ວະນາໆພັນອາ­ໄສຢູ່ຫຼາກຫຼາຍ, ອາ­ກາດສົດ­ຊື່ນເຢັນສະ­ບາຍ, ສອງຟາກຫ້ວຍມີຕົ້ນ­ໄມ້ຫຼາຍຢ່າງຂຽວ­ງາມ, ມີສັດສາວາສິ່ງຫຼາຍຊະ­ນິດເປັນ­ຕົ້ນນົກ, ກະ ຮອກ ແລະຊະ­ນິດອື່ນໆຢ່າຫຼວງ­ຫຼາຍພິເສດແມ່ນມີໂຕທະ­ນີ 7 ໂຕແຕ່ລະມື້ຈະ ອອກມາຮ້ອງຢ່າງມີຄວາມ­ສຸກໃນຂອບເຂດບໍ­ລິ­ເວນດັ່ງ­ກ່າວ ນອກນັ້ນ ໃນຂອບເຂດນ້ຳ­ຕົກ­ຕາດຜາຫວ່າງຍັງມີຮ່ອງຮອຍທາງປະ­ຫວັດ­ສາດ, ວັດ­ທະ­ນະ­ທຳຫຼາຍຢ່າງທີ່ເປັນ­ຕາງຶດ­ງໍ້ເຊັ່ນ: ຫີນຕັ້ງ, ຫີນຫນູນີກາ (ຮູບອະໄວຍະວະເພດຍິງ-ຊາຍ ຢູ່ຮ່ວມກັນ), ມີຮອຍຕີນເຢື້ອຍ, ເຕົ່າຫີນຕີນຜາຮໍ ແລະຖໍ້າມ້າຫີນຜູ້ເຖົ້າຜູ້ແກ່ບູ­ຮານເພີ່ນເຄີຍເວົ້າກັນວ່າ: ຖໍ້າມ້າ ສາ­ລີກາບຜາຮໍ ຊຶ່ງມີຄວາມເຫມາະສົມແກ່ການໄປທ່ຽວຊົມ ແລະພັກ­ຜ່ອນໃນມື້ວັນພັກຕ່າງໆ.

ສ່ວນສາ­ເຫດທີ່ມາຂອງຊື່ຜາຫວ່າງນັ້ນ ຕາມການບອກ­ເລົ່າຂອງຊາວ­ບ້ານໃຫ້ຮູ້ວ່າ: ແຕ່ກ່ອນຜານີ້ມີໂຕຫວ່າງຫຼາຍບວກໃສ່ກັບຜາຫີນສູງຍາວມີນໍ້າໄຫຼອອກຈາກຮູຜາໃນລະ­ດູ­ຝົນໄຫຼອອກຈາກຮູນໍ້າລອດບໍ່ທັນນໍ້າໄດ້ໄຫຼອອກຈາກຫວ່າງຜາຂອງສອງຜາຮຽງກັນຈິ່ງໄດ້ເອີ້ນຊື່­ວ່າ: ຜາຫວ່າງ.

ທ່ານ ຮິນທອງ ດວງຈັນສຸກ ກ່າວຕື່ມອີກວ່າ: ມາຮອດຕົ້ນເດືອນພະ­ຈິກ 2015 ເມືອງໄດ້ຕັດ­ສິນໃຈມອບໃຫ້ບໍ­ລິ­ສັດບູນທະ­ວີຊັບເປັນຜູ້ລົງ­ທຶນກໍ່­ສ້າງເສັ້ນ­ທາງເຂົ້າໃສ່ຕາດດັ່ງ­ກ່າວເພື່ອສ້າງພື້ນ­ຖານ ໂຄງລ່າງໃນເບື້ອງຕົ້ນ ຊຶ່ງມີຄວາມຍາວ 4 ກິ­ໂລ­ແມັດ ເພື່ອເປັນການສ້າງເງື່ອນໄຂໃຫ້ພະ­ນັກ­ງານ, ປະ­ຊາ­ຊົນ, ແຂກຕ່າງດ້າວຊາວຕ່າງແດນໄດ້ມາທ່ຽວຊົມທິວທັດທຳມະຊາດທີ່ສວຍສົດງົດງາມສາມາດດຶງດູດເອົາບັນ­ດາແຂກພາຍໃນ ແລະ ຕ່າງ­ປະ­ເທດເຂົ້າມາທ່ຽວຊົມ.

ແນວ­ໃດກໍດີ ການພັດ­ທະ­ນາແຫຼ່ງທ່ອງທ່ຽວນໍ້າຕົກ­ຕາດຜາຫວ່າງນີ້ ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ໃນຂັ້ນຕໍ່ໄປພວກເຮົາຈະສືບ­ຕໍ່ພັດ­ທະ­ນາແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ກາຍ­ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດລະ­ດັບແຂວງ ແລະ ລະ­ດັບຊາດໃນອະ­ນາ­ຄົດທີ່ຖືກ­ຕ້ອງຕາມກົດ­ຫມາຍການ­ທ່ອງ­ທ່ຽວໃນພາກທີ V ຫມວດທີ 2 ວ່າດ້ວຍການພັດ­ທະ­ນາ ແຫຼ່ງທ່ອງທ່ຽວ.

ທັງນີ້ ກໍຂໍຮຽກ­ຮ້ອງເຊີນ­ຊວນບັນ­ດາທ່ານທີ່­ຢູ່ພາຍໃນ ແລະຕ່າງ­ປະ­ເທດ ຈົ່ງພ້ອມກັນໃຫ້ຄວາມສະ­ຫນັບ­ສະ­ຫນູນໂຄ­ສະນາຊວນເຊື່ອ ພ້ອມກັນມາທ່ຽວຊົມປະກອບສ່ວນວັດ­ຖຸຈິດ­ໃຈເຂົ້າໃນການພັດທະນາແຫຼ່ງທ່ອງທ່ຽວຜາຫວ່າງຫ້ວຍຮໍແຫ່ງນີ້ ເພື່ອເຮັດໃຫ້ບັນ­ລຸຕາມຄຳຂວັນຂອງເມືອງຊຳໃຕ້ ແຂວງຫົວ­ພັນທີ່ວ່າ: “ເຊີນຊົມຕາດຜາຫວ່າງ ຜາຫນ່າງ ວີລະຊົນ ຜ້າ­ໄຫມມ້ອນຊຳໃຕ້ ປ່າ­ໄມ້ໃຫຍ່ໂລງເລງ ນໍ້າຊຳແຫຼ່ງພະ­ລັງ­ງານໄຟ­ຟ້າ ມ້າສາລີກາບຜາຮໍ ”

ທີ່ມາ:logo

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...