spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 3)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 3)

Published on

ໂຕ້ໄດ້ຍ່າງເຂົາໄປຖາມແຕ່ຕຸ່ນກໍ່ບໍ່ຕອບຫຍັງ ໂຕ້ແນມເບິ່ງ ຕຸ່ນມີສີໜ້າບໍ່ດີເລີຍ ລາວຢາກເວົ້າປອມໃຈຕຸ່ນ ແຕ່ໂຕ້ບໍ່ມີເວລາເພາະ ປຸ ໄດ້ຮ້ອງມາໃສ່ວ່າຮອດຊື່ຂອງໂຕ້ແລ້ວ ລາວໄດ້ຟ້າວແລ່ນໄປເສັງພາລະສຶກສາ ໂດຍບໍ່ມີບັນຫາໂຕ້ສາມາດເກັບຄະແນນໄດ້ຢ່າງສະບາຍ ເໝືອນກັບຜູ້ຊາຍຄົນອື່ນໆ

ຫຼັງຈາກສອບເສັງແລ້ວອີກ 10 ນາທີກ່ອນເລີກຮຽນ ພວກເຂົາໄດ້ນັ່ງລົມກັນທີ່ຫຼັກທຸງສອງຄົນ ໂຕ້ໄດ້ເວົ້າກັບຕຸ່ນວ່າ: ຕຸ່ນ! ຕອນນີ້ເພິ່ນຄິດແນວໃດກັບເປົາ

ຕຸ່ນ: ກະຍັງຮັກຢູ່ໜ້ອຍໜຶ່ງ! ບໍ່ຫຼາຍຊ່ຳເກົ່າແລ້ວ! ກະວ່າລະເນາະແນວຄົນເຄີຍຄົບກັນ, ເຄີຍດີຕໍ່ກັນ ເພິ່ນສິໃຫ້ເຂົາລືມລາວພາຍໃນ ທິດສອງທິດມັນເປັນໄປບໍ່ໄດ້ດອກ ທີ່ສຳຄັນເຫັນກັນອາທິດລະ 5 ວັນ ມັນກໍ່ຕັດໃຈຍາກແນ່ເລັກໜ້ອຍ 

ໂຕ້: ທີ່ເພິ່ນເຕະບານໄປໃສລາວເພີ່ນຕັ້ງໃຈ ຫຼື ເພິ່ນພາດ

ຕຸ່ນ: ສິວ່າຕັ້ງໃຈກະແມ່ນ! ມັນພາດແນ່ກະແມ່ນ ຕອນນັ້ນຢູ່ດີໆເຂົາກໍ່ຮູ້ສຶກຫຶນໃຫ້ລາວຂຶ້ນມາ ບານມັນກໍ່ເລີຍໄປສະ! ເຫີ້ຍ ວິຊານີ້ສິໄດ້ຮອດ 5 ຄະແນນບໍ່ນໍ້

ໂຕ້: ໄດ້ຢູ່ດອກ ເພິ່ນພາດແຕ່ອັນດຽວໜຶ່ງ ອັນອື່ນເພິ່ນເຮັດໄດ້ດີໝົດ

ແລ້ວສຽງຕີແປັ່ງເລີກເມືອກໍ່ດັງຂຶ້ນ ນັກຮຽນທຸກຄົນພາກັນລັ່ງໄຫຼອອກຈາດເດີ່ນໂຮງຮຽນ ສ່ວນຕຸ້ນດັບໂຕ້ແມ່ນພາກັນຍ່າງອອກໄປເອົາຖົງພາຍໃນຫ້ອງ ໃນຂະນະທີ່ພວກເຂົາກຳລັງຍ່າງອອກຫ້ອງ ຕຸ່ນໄດ້ຈົກຖົງພາຍແລ້ວຈັບເອົາສະໝຸດບັນທອກນ້ອຍໆຫົວສີບົວລາຍກະຕູນຍື່ນໃຫ້ໂຕ້ແລ້ວເວົ້າ: ຂຽນລາຍລະອຽດຂອງເພິ່ນໃສ່ປື້່ມນີ້ໃຫ້ເຂົາແນ່ ເພິ່ນມັກຫຍັງ? ບໍ່ມັກຫຍັງ? ທີ່ຢູ່? ແລະ ອື່ນໆຕາມຫົວຂໍ້ທີ່ມີໃສ່ໃຫ້ເຂົາແນ່ ເຂົາສິເກັບໄວ້ເປັນທີ່ລະນຶກ ເຂົາໃຫ້ເພິ່ນຂຽນເປັນຄົນທຳອິດເລີຍໃດ໋ ລະມື້ອື່ນເອົາມາສົ່ງເຂົາຄືນເດີ້ ເຂົາສິໃຫ້ໝູ່ຄົນອື່ນໆຂຽນຕໍ່ໄປ 

ເຊົ້າມື້ຕໍ່ມາທີ່ຫ້ອງ ມື້ນີ້ມີຮຽນວິຊາເຄມີ ແລະ ເປັນຊົ່ວໂມງທີ່ຕ້ອງສົ່ງວຽກບ້ານ ແຕ່ມື້ນີ້ອາຈານບໍ່ເຂົ້າຫ້ອງເພາະຄາລວມ ເພິ່ນເລີຍສັ່ງຄວາມໃຫ້ໂຕ້ເກັບປື້ມເຄມີຂອງນັກຮຽນທຸກຄົນໃນຫ້ອງເອົາໄປໄວ້ທີ່ໜ້າໂຕະເຮັດວຽກຂອງເພິ່ນບາດລວມແລ້ວເພິ່ນສິອອກມາກວດ, ໂຕ້ເປັນຄະນະຫ້ອງກໍ່ຕ້ອງປະຕິບັດຕາມໜ້າທີ່ລາວໄດ້ເລາະເກັບປື້ມຂອງແຕ່ລະຄົນໄລ່ມາໄລ່ມາ ຈົນຮອດ ຕຸ່ນ ໂຕ້ໄດ້ຖາມເອົາປື້ມນຳຕຸ່ນ ທຳອິດຕຸ່ນກໍ່ຍັງນຶກບໍ່ອອກພໍແຕ່ໂຕ້ບອກວ່າອາຈານໃຫ້ສົ່ງວຽກບ້ານເທົ່ານັ້ນ ບັນໄລເກີດກັບຕຸ່ນທັນທີ ເພາະຕຸ່ນລືມເຮັດວຽກບ້ານ ຕອນນັ້ນຕຸ່ນໂຄດຢາກຕາຍເລີຍ ລາວວ່າສິບໍ່ສົ່ງປື້ມໃຫ້ໂຕ້ແຕ່ໂຕ້ພັດບອກໃຫ້ຕຸ່ນສົ່ງປື້ມໃຫ້ລາວໂລດ ຕຸ່ນບໍ່ຢາກສົ່ງແຕ່ໂຕ້ກໍ່ຊູຊີເອົາຈົນໄດ້ ເມື່ອເກັບປື້ມໄດ້ຄົບແລ້ວ ລາວ ກັບ ປຸ ຮອງຄະນະຫ້ອງກໍ່ພາກັນຫອບປື້ມທັງໝົດເອົາໄປໄວ້ທີ່ໜ້າໂຕະຄູ ຈາກນັ້ນ ປຸກໍ່ຍ່າງອອກໄປກ່ອນ ໂຕ້ໄດ້ໃຊ້ຈັງຫວະທີ່ບໍ່ມີໃຜນັ້ນ ລາວກວດເບິ່ງໂຕໜັງສືຂອງຕຸ່ນກ່ອນແລ້ວເຫັນວ່າໂຕໜັງສືມັນຄ້າຍໆກັບລາວໂຕໜັງສືຂອງລາວ ໂຕ້ເລີຍຕັດສິນໃຈ ປ່ຽນເຈ້ຍຫໍ່ປື້ມ ໂດຍເອົາເຈ້ຍຫໍ່ປື້ມຊື່ລາວໄປປ່ຽນໃສ່ປື້ມຂອງຕຸ່ນ ແລ້ວເອົາເຈ້ຍຫໍ່ປື້ມຂອງຕຸ່ນມາໃສ່ປື້ມລາວ ຈາກນັ້ນລາວກໍ່ຟ້າວຂຽນຄຳຕອບໃສ່ປື້ມຕຸ່ນຂຽນໄດ້ພຽງຂໍ້ດຽວ ລາວກໍ່ໄດ້ຍິນສຽງເໝືອນຄົນກຳລັງຍ່າງມາທີ່ຫ້ອງ ໂຕ້ກໍ່ເລີຍເຊົາທັນທີ ແລະ ເກັບປື້ມໄວ້ຢ່າງເປັນລະບຽບຮຽບຮ້ອຍແລ້ວຍ່າງອອກໄປ ລາວຍ່າງໄດ້ສວນທາງກັບອາຈານຄົນໜຶ່ງ ແລະ ຍິ້ມໃສ່ ເຮັດເໝືອນບໍ່ມີຫຍັງເກີດຂຶ້ນ.

ຮອດໂມງເລີກຫຼິ້ນ ຕຸ່ນໄດ້ໄປຖາມເອົາປື້ມບັນທຶກ ກັບ ໂຕ້ ແລະ ໂຕ້ກໍ່ເອົາປື້ມບັນທຶກນັ້ນສົ່ງໃຫ້ຕຸ່ນ ແຕ່ໂຕ້ກໍ່ມີເຊັ່ນດຽວກັນເປັນຫົວສີຟ້າ ລາວໄດ້ໃຫ້ຕຸ່ນຂຽນຄືກັນ ເຊິ່ງຕຸ່ນເອງກໍ່ບໍ່ລໍຊ້າເມື່ອໄດ້ຮັບປື້ມບັນທຶກຈາກໂຕ້ແລ້ວຕຸ່ນກໍ່ຂຽລາຍລະອຽດ ແລະ ສົ່ງໃຫ້ໂຕ້ທັນທີ ແລ້ວໂຕ້ກໍ່ຟ້າວຈັບເຂົ້າຖົງທັນທີ ສ່ວນຕຸ່ນແມ່ນເອົາປື້ມບັນທຶກທີ່ໂຕ້ຂຽນໃຫ້ມາອ່ານທັງອ່ານທັງຍິ້ມ ທັງຢາກຫົວຂັວນກັບບາງຂໍ້ທີ່ຂຽນ ເພາະສັດທີ່ໂຕ້ຢ້ານແມ່ນ ປາຣົດ, ບົ້ງ ຕຸ່ນອ່ານແລ້ວຢາກຫົວ ແຖມຍັງເວົ້າເຢີ່ຍໂຕ້ອີກວ່າ ຜູ້ຊາຍອີຫຍັງຢ້ານປາຣົດ ແລະ ບົ້ງ

 ໃນຂະນະທີ່ຕຸ່ນໄດ້ໄປເຂົ້າຫ້ອງນ້ຳ ຕຸ່ນກໍ່ໄດ້ຍິນສຽງແມ່ຍິງສອງຄົມລົມກັນເລື່ອງເປົາ ສອງຄົນນັ້ນເວົ້າຍົກຍ້ອງເປົາເອົາແທ້ເອົາວ່າແບບວ່າ: “ເປົາທັງຫລໍ່, ທັງລວຍ ເປັນລູກຊາຍເຈົ້າຂອງສວນກະທັນບ້ານຫ້ອມ ທັງເປັນນັກກີລາບາສ ຂອງໂຮງຮຽນ ແຖມຫຼິ້ນດົນຕີກໍ່ເກັ່ງ ຄົນອີ່ຫຍັງໂຄດຫລໍ່ເລີຍ ໃຜໄດ້ເປັນແຟນຈັ່ງແມ່ນບຸນຫຼາຍ” ຕຸ່ນກໍ່ຟັງຕໍ່ໄປ ແລະ ແລ້ວສອງຄົນນັ້ນກໍ່ເວົ້າກ້ຽວມາຫາຕຸ່ນຈົນໄດ້ “ດຽວນີ້ເປົາລາວມາຄົບກັບດ້າແລ້ວ! ເອີ້ ສອງຄົນນີ້ກະເໝາະສົມກັນດີ ບໍ່ຄືຜູ້ເກົ່າໜ້າມີແຕ່ສິວ ຈັກຕອນນັ້ນເປົາລາວໄປມັກໄດ້ແນວໃດ ຮິຮິຮິ” ເມື່ອຕຸ່ນໄດ້ຍິນເທົ່ານັ້ນແຫຼະ ຮູ້ສຶກຂຶ້ນເລີຍ ລາວຟ້າວລ້າງຊັກໂຄກ ແລະ ໄຂປະຕູຫ້ອງນ້ຳອອກມາ ແລະ ແນມເບິ່ງໜ້າສອງຄົນນັ້ນແບບພ້ອມມີເລື່ອງ ແລະ ທັງເວົ້າດ້ວຍນ້ຳສຽງແຂງໆວ່າ: ຄົນທີ່ພວກເຈົ້າເວົ້າເຖິງແມ່ນຂ້ອຍນິລະ! ມີບັນຫາຫຍັງບໍ່ ສອງຄົນນັ້ນກໍ່ຕົກໃຈ ແລະ ຟ້າວຍ່າງໜີໄປໄວ່ໆ 

ຕອນແລງທີ່ຫ້ອງນອນຂອງໂຕ້ ໃນຂະນະທີ່ລາວກຳລັງຈົດບົດຮຽນ ພ້ອມທັງເປີດວິທະຍຸຟັງ ໄປນັ້ນ ລາວໄດ້ຄິດອອກວ່າຕຸ່ນຂຽນຕອບໃນປື້ມບັນທຶກຂອງລາວແລ້ວ ໂຕ້ເລີຍຟ້າວໄປຈົກເອົາປື້ມດັ່ງກ່າວອອກມາຈາກກະເປົາແລະນັ່ງອ່ານ ທັງອ່ານທັງຍີ້ມຄົນດຽວ, ສ່ວນຕຸ່ນເມື່ອໄດ້ຍິນສອງຄົນນັ້ນເວົ້າເຖິງຕົນເອງໃນທາງທີ່ບໍ່ດີລາວກໍ່ເລີຍແຍງເບິ່ງແວ່ນເບິ່ງໜັງໜ້າໂຕເອງ ທັງມີສິວ ທັງໜ້າມັນ ໂອ້ຍ… ຕຸ່ນຮູ້ສຶກກຸ້ມໃຈ ແລະ ແລ້ວສຽງຈາກວິທະຍຸກໍ່ດັງຂຶ້ນເມື່ອດີເຈ ເວົ້າເຖິງສູດເຮັດໜ້າໃສໄຮ້ສິວ ດ້ວຍສູດໝາກຂາມ, ຂີ້ມິ້ນ ແລະ ນ້ຳເຜິ້ງ ຕຸ່ນຕັ້ງໃນຟັງດ້ວຍໃຈຈົດຈໍ່ ລາວຟ້າວຈົດສູດໄວ້ຢ່າງໄວວາ

ຮອດເຊົ້າມື້ຕໍ່ມາທີ່ໂຮງຮຽນ ອາຈານເຄມີໄດ້ເອົາປື້ມມາສົ່ງໃຫ້ ໂຕ້ໄດ້ເອົາປື້ມທຸກຄົນມາແຈກຢາຍໃຫ້ໝູ່ແຕ່ລະຄົນ ຕຸ່ນຮອດບໍ່ຢາກເປີດເບິ່ງປື້ມຕົວເອງເລີຍ ລາວໄດ້ຈັບປື້ມຍັດໃ່ສ່ຖົງແບບບໍ່ສົນໃຈ ເພາະລາວຄິດວ່າຈັ່ງໃດກໍ່ຕ້ອງໄດ້ 0 ແນ່ນອນ ແລະ ຮອດຕອນເລີກຫຼິ້ນ ໂຕ້ໄດ້ຂຽນຄຳຖາມວຽກບ້ານວິຊາເຄມີໃສ່ກະດານໃຫ້ໝູ່ທຸກຄົນຈົດເອົາ ທຸກຄົນໄດ້ຈົກປື້ມຂຶ້ນມາເທິງໜ້າໂຕະເພື່ອຈົດເອົາຄຳຖາມ ພໍແຕ່ຕຸ່ນເປີດປື້ມອອກເທົ່ານັ້ນ ເຫັນມີຄະແນນ 8 ຢູ່ໃນປື້ມລາວຕົກໃຈ ຈົນອຸທານ ແລະ ເວົ້າອອກໄປວ່າ: ເຮີ້ຍ! ເປັນໄປໄດ້ແນວໃດ ເຮົາຄືບໍ່ໄດ້ແກ່ຈັກຂໍ້ ແລ້ວຄຳຕອບພວກນີ້ມາໄດ້ແນວໃດ?

ອ່ານຕໍ່າະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...