Homeຂ່າວທ້ອງຖິ່ນຄອບຄົວຖືກຜົນກະທົບ ຈາກພາຍຸລະດູຮ້ອນຢູ່ເມືອງນອງ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ 50 ລ້ານກີບ

ຄອບຄົວຖືກຜົນກະທົບ ຈາກພາຍຸລະດູຮ້ອນຢູ່ເມືອງນອງ ໄດ້ຮັບການຊ່ວຍເຫລືອເບື້ອງຕົ້ນ 50 ລ້ານກີບ

Published on

ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງໆສະຫວັນນະເຂດ ພ້ອມການນຳຂອງເມືອງນອງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ຜົນເສຍຫາຍທີ່ເກີດຈາກ ພາຍຸລະດູຮ້ອນ ທີ່ພັດເຂົ້າເມືອງນອງ ໃນຕົ້ນເດືອນພຶດສະພາ ອັນໄດ້ເຮັດໃຫ້ຫລາຍທ້ອງຖິ່ນພາຍໃນເມືອງນອງ ໄດ້ຮັບຜົນກະທົບ ເປັນວົງກວ້າງ ແລະ ມອບ​ເງິນ​ຊ່ວຍ​ເຫລືອ​ເບື້ອງ​ຕົ້ນ ຈຳນວນ 50 ລ້ານ​ກີບ ​ ເພື່ອຊ່ວຍເຫລືອບັນດາຄອບຄົວ ທີ່​ໄດ້​ຮັບ​ຜົນ​ກະທົບ.

ພາຍຸດັ່ງກ່າວ ໄດ້ພັດເຂົ້າເຂດຈຸດສຸມປະເລາະ-ອາສິງ ​ເຊິ່ງປະກອບ​ມີ ບ້ານແດນວິໄລ ແລະ ບ້ານປະລຽງ ອັນ​ໄດ້ເຮັດໃຫ້ເຮືອນພັກຂອງເຂດຈຸດສຸມ, ຕະຫລາດ ແລະ ເຮືອນຊານຂອງປະຊາຊົນ ຈຳນວນ 20 ຫລັງ​ ໄດ້​ຮັບ​ຄວາມເສຍຫາຍໜັກ ​ແລະ ຢູ່​ເຂດ​ຊວງ ປະກອບ​ມີໂຮງຮຽນປະຖົມ 1 ຫລັງ, ຫໍພັກນັກຮຽນ 1 ຫລັງ ແລະ ເຮືອນປະຊາຊົນ ຈຳນວນ 3 ຫລັງ. ສ່ວນຢູ່ຈຸດສຸມຕັງອາໄລ–ລະແບງ ກໍໄດ້ຮັບຜົນກະທົບເຊັ່ນກັນ ເປັນຕົ້ນແມ່ນສຳນັກງານ ຫ້ອງການກຸ່ມ ປກສ ຈຸດສຸມ, ຫໍພັກນັກຮຽນ ມ ຕົ້ນ ແລະ ເຮືອນປະຊາຊົນ ຈຳນວນ 26 ຫລັງ ປະ​ເມີນ​ມູນ​ຄ່າ​ເສຍ​ຫາຍ​ ເບື້ອງ​ຕົ້ນປະມານ 200 ລ້ານກວ່າກີບ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...