spot_img
Homeຂ່າວເຫດການແຂວງສະຫວັນນະເຂດ ມອບສົ່ງອັດຖິ ທະຫານອາສາສະໝັກຫວຽດນາມ ກັບຄືນປະເທດ

ແຂວງສະຫວັນນະເຂດ ມອບສົ່ງອັດຖິ ທະຫານອາສາສະໝັກຫວຽດນາມ ກັບຄືນປະເທດ

Published on

ຂປລ. ພິທີມອບຮັບ ອັດຖິຊ່ຽວຊານ ແລະ ທະຫານອາສາສະຫມັກຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມ ຈຳນວນ 37 ອັດຖິ ຄືນປະເທດ ໄດ້ຈັດຂຶ້ນທ້າຍອາທິດຜ່ານມາໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງໆ ສະຫວັນນະເຂດ, ຄະນະປະຕິບັດງານພິເສດຂັ້ນແຂວງ, ທ່ານ ມາຍຖຶ່ກ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ, ຫົວໜ້າຄະນະປະຕິງານພິເສດຂັ້ນແຂວງແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນສົກປີ 2015-2016 ຄະນະປະຕິບັດງານພິເສດທັງສອງແຂວງ ກໍຄືແຂວງສະຫວັນນະເຂດ ແລະ ແຂວງກວາງຈິ ໄດ້ປະສານສົມທົບກັນ ຊີ້ນຳກອງ 584 ກອງບັນຊາການທະຫານແຂວງກວາງຈິ ສາມາດຊອກຫາ ແລະ ຂຸດຄົ້ນໄດ້ 37 ອັດຖິ ໃນນີ້ພົບໃນຂຸມຝັງສົບລວມຈຳນວນ 23 ອັດຖິ ຢູ່ເຂດເມືອງອາດສະພອນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...