Homeຂ່າວພາຍ​ໃນລັດ­ຖະ­ມົນ­ຕີແຮງ​ງານ​ອາ​ຊຽນ ຮັບ­ຮອງ​ຫຼາຍ​ບັນ­ຫາ​ສຳ­ຄັນ

ລັດ­ຖະ­ມົນ­ຕີແຮງ​ງານ​ອາ​ຊຽນ ຮັບ­ຮອງ​ຫຼາຍ​ບັນ­ຫາ​ສຳ­ຄັນ

Published on

ການ​ຮັບ​ໜ້າ­ທີ່​ເປັນ​ປະທານ ແລະ​ດຳ­ເນີນ​ກອງ​ປະຊຸມ​ລະ­ດັບ​ລັດ­ຖະ­ມົນ­ຕີ​ແຮງງານ​ອາ​ຊຽນ ຄັ້ງ​ທີ 24 ຂອງລາວ​ແມ່ນ​ໄດ້​ເລີ່ມ​ດຳ­ເນີນມາ​ແຕ່​ວັນ​ທີ 10 ພຶດ­ສະ­ພາຈົນ​ມາ​ເຖິງ​ວັນ​ທີ 16 ພຶດ­ສະ­ພາ​ນີ້​ທີ່​ໂຮງ­ແຮມ​ດອນ​ຈັນ​ພາເລດ, ກໍ​ໄດ້​ປິດ​ລົງ​ດ້ວຍ​ຜົນ­ສຳ­ເລັດ​ຕາມ​ລະ­ດັບ​ຄາດ­ໝາຍພ້ອມ​ທັງ​ຮັບ­ຮອງ​ເອົາ​ຫຼາຍ​ບັນ­ຫາ​ທີ່​ສຳ­ຄັນ.
ທ່ານ ດຣ. ຄຳ​ແພງ ໄຊ​ສົມ​ແພງ ລັດຖະ​ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ​ສະ​ຫວັດດີ​ການ​ສັງ­ຄົມ​ໄດ້​ຖະ­ແຫຼງ​ໃຫ້​ຮູ້​ວ່າ: ກອງປະ­ຊຸມ​ລັດ­ຖະ­ມົນ­ຕີ​ແຮງ​ງານ​ອາ​ຊຽນ​ຄັ້ງ ທີ 24 ໄດ້​ມີ 6 ກອງ​ປະ­ຊຸມ​ປິ່ນ​ອ້ອມ​ເຊັ່ນ: ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ອາ​ຊຽນວ່າ​ດ້ວຍ​ແຮງ​ງານ​ເຄື່ອນ​ຍ້າຍ​ຄັ້ງ​ທີ 9, ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ແຮງ​ງານອາ​ຊຽນ ຄັ້ງ​ທີ 12, ກອງ​ປະ­ຊຸມ​ເຈົ້າ​ໜ້າທີ່​ອາ­ວຸ­ໂສ​ແຮງ​ງານ​ອາ​ຊຽນ​ບວກ 3 ຄັ້ງ ທີ 14, ກອງ​ປະ­ຊຸມ​ສຳ​ມະ​ນາ​ວ່າ​ດ້ວຍການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດອາຊຽນ ຄັ້ງ​ທີ 5 ລວມ​ທັງ​ກອງ​ປະ­ຊຸມ​ລັດຖະ​ມົນ­ຕີ​ແຮງ​ງານ​ອາ​ຊຽນ​ຄັ້ງ​ທີ 24 ແລະ​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ແຮງ​ງານອາ​ຊຽນບວກ 3 ຄັ້ງ​ທີ 9.

ທັງ​ນີ້ກອງ​ປະ­ຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ­ສັນ​ຮັບ­ຮອງ​ເອົາ​ຖະ­ແຫຼງ­ການ​ວຽງ​ຈັນ ວ່າ​ດ້ວຍ​ການ​ຫັນ­ປ່ຽນ​ຈາກ​ການ​ຈ້າງງານ​ນອກ​ລະ­ບົບ​ໄປ​ສູ່​ການ​ຈ້າງ​ງານແບບ​ໃນ​ລະ­ບົບເພື່ອ​ສົ່ງ­ເສີມ​ວຽກ​ທີ່​ມີ​ຄຸນຄ່າ​ຢູ່​ໃນ​ອາ​ຊຽນຊຶ່ງ​ຖະ­ແຫຼງ­ການ​ດັ່ງ ກ່າວ​ແມ່ນ​ໜຶ່ງ​ໃນ 8 ຂົງ­ເຂດ​ບຸ­ລິ­ມະ­ສິດໃນ​ການ​ເປັນ​ປະ­ທານ​ອາ​ຊຽນ​ຂອງ ສປປ ລາວ ໃນ​ປີ 2016 ແລະ​ຖະ­ແຫຼງ­ການ​ນີ້ຈະ​ຖືກ​ສົ່ງ​ໄປ​ສະ­ພາ​ປະ­ສານ​ງານ​ເສົາ­ຄ້ຳວັດ­ທະ­ນະ­ທຳ-ສັງ­ຄົມ​ອາ​ຊຽນ ເພື່ອ​ພິ​ຈາລະ​ນາ​ຮັບ­ຮອງ​ເອົາ​ຕາມ​ຂັ້ນ​ຕອນ​ກ່ອນສົ່ງ​ໃຫ້​ບັນ­ດາ​ຜູ້­ນຳ​ອາ​ຊຽນ​ພິ­ຈາ­ລະ­ນາຮັບ­ຮອງ​ເອົາ​ຂັ້ນ​ຕອນ​ສຸດ​ທ້າຍ​ໃນ​ກອງປະ­ຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ເດືອນ​ກັນ­ຍາ 2016 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່ ສປປ ລາວ ຈະ​ເປັນ​ເຈົ້າ­ພາບ.

ພ້ອມ​ດຽວ​ກັນ​ນີ້ກອງ​ປະ­ຊຸມ​ຍັງ​ໄດ້ປຶກ­ສາ​ຫາ­ລື​ແບບ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບຮ່າງ​ນິ­ຕິ​ກຳວ່າ​ດ້ວຍ​ການ​ປົກ​ປ້ອງ ແລະ ສົ່ງ­ເສີມ​ສິດ­ທິ​ແຮງ​ງານ​ເຄື່ອນ​ຍ້າຍ​ອາ ຊຽນ ແລະ​ເຫັນ​ດີ​ນຳ​ກັນ​ວ່າ​ມອບ​ໝາຍໃຫ້​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ແຮງ​ງານ​ສືບ­ຕໍ່​ປຶກສາ​ຫາ­ລື​ບາງ​ບັນ­ຫາ​ທີ່​ຍັງ​ຄົງ​ຄ້າງພ້ອມທັງ​ກຳ­ນົດ​ເວ­ລາ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະໃຫ້​ສຳ­ເລັດ​ໃນ​ເດືອນ​ກັນ­ຍາ 2016 ຫຼື ເດືອນ​ເມ­ສາ 2017.

ນອກ­ຈາກ​ນີ້ ກອງ​ປະ­ຊຸມ​ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ຫັນ­ປ່ຽນຈາກ​ການ​ຈ້າງ​ງານ​ນອກ​ລະ­ບົບ​ໄປ​ສູ່ ການ​ຈ້າງ​ງານ​ແບບ​ໃນ​ລະ­ບົບ ເພື່ອ​ສົ່ງເສີມ​ວຽກ​ທີ່​ມີ​ຄຸນ­ຄ່າ​ຢູ່​ໃນ​ອາ​ຊຽນ, ວຽກງານ​ອື່ນໆ​ທີ່​ກ່ຽວ­ຂ້ອງ​ກັບ​ຂະ­ແໜງ­ການແຮງ​ງານ​ອາ​ຊຽນ ແລະ​ກອງ​ປະ­ຊຸມ​ຍັງໄດ້​ຮັບ​ຟັງ​ການ​ລາຍ​ງານ​ຜົນ​ກອງ​ປະ­ຊຸມເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ແຮງ​ງານ​ອາ​ຊຽນໂດຍ​ສະ­ເພາະ​ແມ່ນ​ຄວາມ​ຄືບ​ໜ້າ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ປະ­ຕິ­ບັດ​ງານຂອງ​ລັດ­ຖະ­ມົນ­ຕີ​ແຮງ​ງານ​ອາ​ຊຽນ, ແຜນ​ປະ­ຕິ­ບັດ​ງານ​ຂອງ​ເຈົ້າ​ໜ້າ­ທີ່​ອາ​ວຸໂສ​ແຮງ​ງານ​ອາ​ຊຽນ ແລະ​ແຜນ​ປະ­ຕິບັດ​ງານ​ຂອງ​ເຄືອ​ຂ່າຍ​ອາ​ຊຽນ​ດ້ານວຽກ​ງານ​ຄວາມ​ປອດ​ໄພ ແລະ​ສຸ­ຂະ­ພາບແຮງ​ງານ 2016-2020, ກອງ​ປະ­ຊຸມ​ເຫັນ​ດີ​ສືບ­ຕໍ່​ຮັດ​ແໜ້ນ​ຮ່ວມ​ມື​ດ້ານ​ແຮງງານ​ກັບ​ບັນ­ດາ​ຄູ່​ຮ່ວມ​ເຈລະ­ຈາແລະ​ບັນ ດາ​ຄູ່​ຮ່ວມ​ພາຍ​ນອກ​ອື່ນໆເພື່ອ​ສະ­ໜັບສະ​ໜູນ ແລະ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ວັດ​ວິ­ໄສ​ທັດ​ອາ​ຊຽນ 2025 ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...