Homeຂ່າວພາຍ​ໃນນາ­ຍົກ​ຊີ້​ນຳເຂດ​ກວມ​ລວມ​ໄຊ​ເສດ​ຖາເລັ່ງ ຊົດ​ເຊີຍ​ທີ່​ດິນ​ປະ­ຊາ­ຊົນ

ນາ­ຍົກ​ຊີ້​ນຳເຂດ​ກວມ​ລວມ​ໄຊ​ເສດ​ຖາເລັ່ງ ຊົດ​ເຊີຍ​ທີ່​ດິນ​ປະ­ຊາ­ຊົນ

Published on

ເພື່ອ​ເຮັດ​ໃຫ້​ແຜນ​ພັດ­ທະ­ນາ​ເຂດກວມ​ລວມ​ໄຊ​ເສດ​ຖາໃຫ້​ເປັນ​ສູນ​ລວມຂອງ​ການ​ຜະ­ລິດ​ໄວ​ຂຶ້ນແຕ່​ປະ­ຈຸ​ບັນ​ເຫັນ ວ່າ­ການ​ພັດ­ທະ­ນາ​ຍັງ​ພົບ​ຄວາມ​ຫຍຸ້ງຍາກໂດຍ​ສະ­ເພາະ​ການ​ຊົດ​ເຊີຍ​ເວນ​ຄືນທີ່​ດິນ​ໃຫ້​ແກ່​ປະ­ຊາ­ຊົນ​ຍັງ​ມີ​ບາງ​ຈຳນວນ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທົ່າ​ທີ່ຄວນ, ທ່ານ​ນາ­ຍົກ​ຈິ່ງ​ເນັ້ນ​ໃຫ້​ຜູ້​ພັດ​ທະນາ ແລະ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເລັ່ງ​ທົບທວນ­ຄືນເພື່ອ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ.

ໃນ​ວັນ​ທີ 14 ພຶດ­ສະ­ພາ​ຜ່ານ​ມາທ່ານ  ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະ­ນະ​ລັດ​ຖະມົນ­ຕີ​ຈາກ​ກະ­ຊວງ​ທີ່​ກ່ຽວ­ຂ້ອງ, ທ່ານ ກວ່ານ ຫົວ​ປິ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສປ ຈີນ ປະ­ຈຳ​ລາວ ແລະ​ທ່ານ ປອ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງຈັນ ພ້ອມ​ຄະ­ນະ​ລົງ​ຢ້ຽມ­ຢາມ ແລະ​ຊີ້​ນຳວຽກ​ງານ​ຢູ່​ເຂດ​ພັດ­ທະ­ນາ​ກວມ​ລວມໄຊ​ເສດ​ຖານະ­ຄອນ­ຫຼວງ​ວຽງ​ຈັນ.

ໂອ­ກາດ​ທ່ານ​ນາ­ຍົກ​ລົງ​ມາ​ຢ້ຽມຢາມ​ຄັ້ງ​ນີ້​ທ່ານ​ໄດ້​ເນັ້ນ​ໜັກ​ບາງ​ບັນ­ຫາວ່າເພື່ອ​ເຮັດ​ໃຫ້​ເຂດ​ກວມ​ລວມ​ໄຊ​ເສດ ຖາ​ໄດ້​ສືບ­ຕໍ່​ມີ​ພັດ­ທະ­ນາ​ຢ່າງ​ຕໍ່​ເນື່ອງແລະ​ທັງ​ເປັນ​ການ​ອຳ­ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດ­ທະ­ນາ​ເປັນ​ກ້າວໆ ນັ້ນ​ຈຸດ​ໜຶ່ງ​ທີ່​ຜູ້​ພັດ­ທະ­ນາ ແລະ​ພາກ­ສ່ວນທີ່​ກ່ຽວ­ຂ້ອງ​ຕ້ອງ​ໄດ້​ປຶກ­ສາ​ຫາ­ລື​ກັນ​ແມ່ນການ​ເລັ່ງ​ແກ້​ໄຂ​ບັນ­ຫາ​ຊົດ​ເຊີຍ​ເນື້ອ­ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ຂອງ​ປະ­ຊາ­ຊົນ​ທີ່​ໄດ້ຮັບ​ຜົນ​ກະ­ທົບ​ຈາກ​ໂຄງ​ສ້າງ ແລະ​ພັດທະ​ນາ​ຈາກ​ເຂດ​ພັດ­ທະ­ນາ​ກວມ​ລວມ​ໄຊເສດ​ຖາ, ທີ່​ເຫັນ​ວ່າ​ຍັງ​ມີ​ບາງ​ຈຳ­ນວນບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂເນື່ອງ​ຈາກ​ລັດຖະ​ບານ​ຍັງ​ບໍ່​ທັນ​ມີ​ງົບ​ຊົດ​ເຊີຍ ແລະ​ຈັດສັນ​ທີ່­ຢູ່​ອາ­ໄສ ແລະ​ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ, ມີ​ຄວາມ​ອຸ­ດົມ­ສົມ­ບູນ​ດີ​ກວ່າ​ເກົ່າໂດຍ​ການ​ຊົດ​ເຊີຍຜົນ​ກະ­ທົບ​ໃຫ້​ປະ­ຊາ­ຊົນ​ຕ້ອງ​ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ​ສົມ​ເຫດ​ສົມ​ຜົນ​ປະ­ຊາ­ຊົນ​ຕ້ອງ​ມີ​ຄວາມ​ພໍ​ອົກ​ພໍ­ໃຈ.

ພ້ອມ​ນີ້ ກໍ​ຕ້ອງ​ມີ​ການ​ສຶກ​ສາ​ອົບ­ຮົມແນວ​ຄິດ​ໃຫ້​ແກ່​ເຂົາ­ເຈົ້າ​ອີກ​ດ້ວຍເພື່ອເຮັດ​ແນວ­ໃດ​ຈະ​ໃຫ້​ເຂົາ­ເຈົ້າ​ມີ​ຄວາມຮ່ວມ​ມື​ເນື່ອງ​ຈາກ​ວ່າ­ການ​ພັດ­ທະ­ນາ​ເຂດພັດ­ທະ­ນາ​ກວມ​ລວມ​ຕ້ອງ​ມີ​ການ​ພັດ​ທະນາ​ທີ່​ຕິດ​ພັນ​ກັບ​ການ​ມີ​ສ່ວນ​ຮ່ວມ​ຂອງປະ­ຊາ­ຊົນ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ຮ່ວມ​ກັນ, ສ່ວນ​ເນື້ອ­ທີ່​ດິນ​ຈຳ­ນວນ 400 ກວ່າ​ເຮັກ­ຕາທີ່​ໄດ້​ມີ​ການ​ພັດ​ທະນາ​ແລ້ວ​ນັ້ນ​ຈົ່ງ​ນຳ​ໃຊ້​ໃຫ້​ຄຸ້ມ​ຄ່າ ແລະ ໃຫ້​ມີ​ພັດ­ທະ­ນາ​ເປັນ​ກ້າວໆ, ສຳ­ລັບ​ບັນຫາ​ເນື້ອ­ທີ່​ດິນ​ຈຳ­ນວນ 570 ເຮັກ­ຕາ ທີ່​ຜູ້ພັດ­ທະ­ນາ​ໄດ້​ສະ­ເໜີ​ໃຫ້​ລັດ­ຖະ­ບານ​ຊ່ວຍປະ­ສານ​ງານ​ນຳ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ຊ່ວຍ​ເລັ່ງ​ຊຸກ­ຍູ້​ວຽກ​ງານ​ການ​ຊົດ​ເຊີຍເວນ​ຄືນ​ທີ່​ດິນ​ໃຫ້​ໄວ​ກວ່າ​ເກົ່າ​ນັ້ນ​ຕ້ອງໄດ້​ມີ​ການ​ຄົ້ນ­ຄວ້າ​ຄືນ​ຕື່ມ​ກ່ອນ.

ນອກ​ນີ້​ທ່ານ​ນາ­ຍົກ​ຍັງ​ເນັ້ນ​ຕື່ມ​ວ່າ: ໄປ​ຄຽງ​ຄູ່​ກັບ​ການ​ພັດ­ທະ­ນາ​ເຂດ​ດັ່ງກ່າວ​ນີ້​ຜູ້​ພັດ­ທະ­ນາ​ຕ້ອງ​ຄຳ­ນຶງ​ເຖິງ​ສະພາບ​ແວດ​ລ້ອມເພື່ອ​ບໍ່​ໃຫ້​ມີ​ການ​ແຕະ ຕ້ອງ​ເຖິງ​ສະ­ພາບ​ແວດ​ລ້ອມ​ຕົ້ນ­ຕໍ​ແມ່ນການ​ສ້າງ​ໂຄງ­ການ​ຕ້ອງ​ຄິດ­ໄລ່​ໃຫ້​ດີ​ທີ່ສຸດ​ການ​ສ້າງ​ຖະ­ໜົນ ແລະ​ການ​ຈັດ​ສັນເຂດ​ຕ່າງໆ​ພັດ­ທະ­ນາ​ຕາມ​ຮູບ​ແບບ​ສີຂຽວ ແລະ​ຍືນ​ຍົງ​ຕື່ມ.

ໃນ​ປະ­ຈຸ​ບັນເຂດ​ດັ່ງ­ກ່າວ​ສາ­ມາດ​ລະດົມ​ເອົາ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ​ຕ່າງ​ຈາກພາຍ​ໃນ ແລະ​ຕ່າງ­ປະ­ເທດ​ເຂົ້າ​ມາ​ຈົດ​ທະບຽນ​ທັງ​ໝົດ 30 ບໍ­ລິ­ສັດ, ໄດ້​ລົງ­ທຶນ​ເຂົ້າໃນ​ການ​ຜະ­ລິດ​ແລ້ວ 8 ບໍ­ລິ­ສັດ ແລະ​ກຳລັງ​ດຳ­ເນີນ​ການ​ກໍ່­ສ້າງ 13 ບໍ­ລິ­ສັດໂດຍມີ​ມູນ​ຄ່າ​ການ​ລົງ­ທຶນ​ຕາມ​ສັນ­ຍາ 350 ລ້ານ​ໂດ​ລາກວມ​ເອົາ​ເນື້ອ­ທີ່​ປະ­ມານ 73 ເຮັກ­ຕາ, ໃນ​ຂະ­ແໜງ­ການ​ຜະ­ລິດ​ກະ­ສິ­ກຳປຸງ​ແຕ່ງ, ການ​ກໍ່­ສ້າງ, ພະ­ລັງ­ງານ ແລະ ໂລ​ຈິດ​ສະ​ຕິກ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...