Homeຂ່າວຕ່າງປະເທດເປັນຕາຢ້ານ! ພຽງ 2 ມື້ ຟ້າຝ່າຄົນເສຍຊີວິດ 64 ຄົນ ຢູ່ປະເທດບັງກະລາເທດ!

ເປັນຕາຢ້ານ! ພຽງ 2 ມື້ ຟ້າຝ່າຄົນເສຍຊີວິດ 64 ຄົນ ຢູ່ປະເທດບັງກະລາເທດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພຶດສະພານີ້ວ່າ ພາຍຸເຂດຮ້ອນ ໄດ້ພັດເຂົ້າຖະຫລົ່ມ ປະເທດບັງກະລາເທດ ເຮັດໃຫ້ເກີດຝົນຕົກຟ້າຄະນອງ ແລະ ພາຍຸຝົນຢ່າງຮຸນແຮງ, ໃນນັ້ນ ໄດ້ເກີດເຫດຟ້າຜ່າ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 64 ຄົນ ພາຍໃນໄລຍະພຽງ 2 ມື້ຜ່ານມານີ້ ໂດຍສ່ວນໃຫຍ່ເປັນຊາວໄຮ່ນາ ທີ່ພາກັນເຮັດວຽກຢູ່ກາງແຈ້ງ ໃນໄລຍະທີ່ເກີດພາຍຸຝົນຟ້າຄະນອງ.

ດ້ານເຈົ້າໜ້າທີ່ໃນທ້ອງຖິ່ນເຊື່ອວ່າ ປັດໄຈໜຶ່ງທີ່ເຮັດໃຫ້ມີຄົນຖືກຟ້າຜ່າຫລາຍຂຶ້ນ ແມ່ນຍ້ອນມີຜູ້ໃຊ້ງານ ໂທລະສັບມືຖືຫລາຍຂຶ້ນ ລວມທັງມີການໃຊ້ອຸປະກອນໂລຫະເພີ່ມຂຶ້ນ ເຮັດໃຫ້ຮອດປັດຈຸບັນ ມີຜູ້ເສຍຊີວິດຈາກການຖືກຟ້າຜ່າ ພາຍໃນປະເທດ ນັບແຕ່ປີ 2016 ມານີ້ ໄດ້ແຊງໜ້າສະຖິຕິລວມກັນຂອງປີ 2015 ແລ້ວເຖິງ 51 ຄົນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...