Homeຂ່າວການພັດທະນານ.ວ ວາງແຜນກຳຈັດຂີ້ເຫຍື້ອ ຕັ້ງເປົ້າສ້າງໂຮງງານແກ໊ສຊີວະພາບ ຜະລິດຈາກເສດອາຫານ!

ນ.ວ ວາງແຜນກຳຈັດຂີ້ເຫຍື້ອ ຕັ້ງເປົ້າສ້າງໂຮງງານແກ໊ສຊີວະພາບ ຜະລິດຈາກເສດອາຫານ!

Published on

ປັດຈຸບັນປະລິມານຂີ້ເຫຍື້ອ ນັບມື້ມີຈຳນວນເພີ່ມຂຶ້ນ, ຂີ້ເຫຍື້ອບາງປະເພດກໍເນົ່າເປື່ອຍຍາກ, ສົ່ງກິ່ນເໝັນ ທີ່ທຳລາຍລະບົບນິເວດ ແລະ ສິ່ງແວດລ້ອມ, ແຕ່ສະໜາມກຳຈັດ ພັດຢູ່ໃນວົງແຄບລົງ,  ໂດຍສະເລ່ຍໃນອະນາຄົດ ພາຍໃນສະໜາມກຳຈັດຂີ້ເຫຍື້ອຫລັກ 32 ສາມາດບັນຈຸຂີ້ເຫຍື້ອໄດ້ ໃນໄລຍະປະມານສິບກວ່າປີເທົ່ານັ້ນ, ໃນເນື້ອທີ່ 100 ເຮັກຕາ. ສະເພາະນະຄອນຫລວງວຽງຈັນ ມີຂີ້ເຫຍື້ອປະມານ 300-350 ໂຕນຕໍ່ວັນ, ທີ່ສາມາດເກັບມ້ຽນ ແລະ ຂົນໄປກຳຈັດ ໂດຍຮູບແບບຝັງຖົມຢູ່ສະໜາມຫລັກ 32 ໄດ້ປະມານ 220-230 ໂຕນຕໍ່ວັນ, ສ່ວນທີ່ເຫລືອ ແມ່ນປະຊາຊົນ ນຳໄປຖິ້ມ–ຈູດ ແລະ ຝັງ.


ທ່ານ
ພູດອນ ເມກສະຫວັນ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ ຫລື ອພບ ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະເທດລາວ ຫວ່າງບໍ່ດົນມານີ້ວ່າ: ປັດຈຸບັນວຽກຮັກສາຄວາມສະອາດ ຂອງຕົວເມືອງປະກອບມີ: ການອະນາໄມປັດກວາດເສັ້ນທາງ ໃນຈຳນວນ 9 ເສັ້ນທາງຫລັກໃນຕົວເມືອງ, ມີການອະນາໄມດູດຝຸ່ນ, ລ້າງທາງດ້ວຍກົນຈັກ, ວຽກເກັບມ້ຽນ ຂີ້ເຫຍື້ອຄົວເຮືອນ ແລະ ຂີ້ເຫຍື້ອ ສາທາລະນະທີ່ກວມເອົາ 34,39% ໃນຂອບເຂດບໍລິການ ທີ່ເຂົ້າເຖິງໃນ 8 ຕົວເມືອງ. ນອກຈາກນັ້ນກໍຍັງມີຂີ້ເຫຍື້ອນອກລະບົບຈຳນວນຫລາຍ ທີ່ນຳໄປຖິ້ມຊະຊາຍ ແລະ ອື່ນໆ.

ຈາກບັນຫາຂີ້ເຫຍື້ອທີ່ນັບມື້ເພີ່ມຂຶ້ນ ແລະ ຍ່ອຍສະຫລາຍຍາກນັ້ນ ພວກເຮົາຈຶ່ງມີການວາງແຜນໃນຕໍ່ໜ້າ ໂດຍຈະໄດ້ຄົ້ນຄວ້າ ແລະ ສຶກສາຄວາມເປັນໄປໄດ້, ຮ່ວມມືກັບຊ່ຽວຊານຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນຳໃຊ້ຂີ້ເຫຍື້ອຄືນໃໝ່ເຊັ່ນ: ເຈ້ຍ, ຕຸກຢາງ, ຖົງຢາງ, ແກ້ວ ແລະ ອື່ນໆ. ທາງອົງການພວມປຶກສາຫາລື ເພື່ອກ້າວໄປເຖິງການສ້າງຕັ້ງ ໂຮງງານຜະລິດແກ໊ສຊີວະພາບ ຈາກເສດອາຫານທີ່ມາຈາກບ້ານພັກ, ໂຮງແຮມ ແລະ ຕະຫລາດຕ່າງໆ,  ພ້ອມນີ້ຍັງໄດ້ຮັບການຊ່ວຍເຫລືອຈາກອົງການໄຈກາ ໃນການຈັດຕັ້ງປະຕິບັດ ຕາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ, ໃນໄລຍະປີ 2016- 2018 ເຊິ່ງປະກອບມີ 3 ວຽກງານຄື: ການບໍລິການຂົນສົ່ງຂີ້ເຫຍື້ອ, ການຄັດແຍກຂີ້ເຫຍື້ອ ແລະ ປູກຈິດສຳນຶກ ໃຫ້ສັງຄົມໄດ້ຮັບຮູ້ ກ່ຽວກັບບັນຫາຂີ້ເຫຍື້ອ ແລະ ຜົນກະທົບຂອງມັນ. ແຕ່ສິ່ງທີ່ທ້າທາຍ ໃນປັດຈຸບັນແມ່ນບັນຫາດ້ານແຮງງານ ແລະ ງົບປະມານທີ່ບໍ່ພຽງພໍ, ການຂົນສົ່ງຫີນ–ຊາຍ ຕ່າງໆທີ່ສ້າງຄວາມເປິເປື້ອນ ຕາມເສັ້ນທາງ ແລະ ແຫລ່ງນ້ຳທີ່ຄວນມີຕາມແຕ່ລະຈຸດໃນຕົວເມືອງ.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...